ເປີດນໍາໃຊ້ເຟສບຸກຂອງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ

ເປີດນໍາໃຊ້ເຟສບຸກຂອງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ
ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ (ສປມດ) ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບມູນນິທິເອເຊຍ ປະຈຳລາວ ໄດ້ຈັດພິທີເປີດນໍາໃຊ້ເຟສບຸກ ຂອງສູນດັ່ງກ່າວ ຊຶ່ງເປັນໜຶ່ງກິດຈະກຳປິ່ນອ້ອມ ທີ່ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ພາຍໃຕ້ຫົວຂໍ້: ລົງທຶນໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ ໃນວັນທີ 5 ມີນານີ້ ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ໂດຍມີທ່ານ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງກຳມະບານລາວ (ສສຍລ) ແລະ ໃຫ້ກຽດຕັດແຖບຜ້າເປີດຂອງທ່ານ ນາງ ວັນນາລີ ອິນພະພົມ ຮອງຫົວໜ້າ ສປມດ, ທ່ານ ທອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍ ປະຈຳ ລາວ, ມີສະຫະພັນແມ່ຍິງບັນດາກະຊວງ-ອົງການ-ນະຄອນຫຼວງວຽງຈັນ, ມີອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ທ່ານ ນາງ ວັນນາລີ ອິນພະພົມ ກ່າວວ່າ: ສະຫະພັນແມ່ຍິງລາວໃນຖານະເປັນອົງການຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ເອົາໃຈໃສ່ປະຕິ ບັດພາລະບົດບາດໜ້າທີ່ຂອງຕົນໃນການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍລາວບັນດາເຜົ່າ ຊຶ່ງໜຶ່ງໃນໜ້າທີ່ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ທີ່ສະຫະພັນແມ່ຍິງລາວ ໄດ້ຈັດຕັ້ງປະຕິບັດແມ່ນການໃຫ້ຄຳປຶກສາເພື່ອປົກປ້ອງ ແລະ ຊ່ວຍເຫຼືອແມ່ຍິງ-ເດັກນ້ອຍ ຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ຈາກການຄ້າມະນຸດ ແລະ ຈາກການຂູດຮີດທາງເພດ ໂດຍໄດ້ເປີດສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໃນວັນທີ 12 ມັງກອນ 2006 ຊຶ່ງເປັນສູນແຫ່ງທໍາອິດຂອງ ສປປ ລາວ ທີ່ເຮັດໜ້າທີ່ສະໜອງການບໍລິການໃຫ້ຄຳປຶກສາດ້ານຈິດໃຈ, ດ້ານກົດໝາຍ ແລະ ດ້ານສຸຂະພາບ ໂດຍບໍ່ເສຍຄ່າແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນສັງຄົມ; ຮັບການແຈ້ງຄວາມກ່ຽວກັບການຄ້າແມ່ຍິງ ແລະ ເດັກນ້ອຍ ແລະ ການໃຊ້ຄວາມຮຸນແຮງໃນ ຄອບຄົວ; ສະໜອງສະ ຖານທີ່ພັກເຊົາທີ່ປອດໄພຊົ່ວຄາວ, ຝຶກອົບຮົມວິຊາຊີບໄລຍະສັ້ນ, ເຮັດໜ້າທີ່ເບິ່ງແຍງດູແລ ແລະ ບຳບັດຟື້ນຟູພັດທະນາແມ່ຍິງ ແລະ ເດັກນ້ອຍ, ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ຈາກການຄ້າມະນຸດ ແລະ ຈາກການກົດຂີ່ຂູດຮີດທາງເພດ ພ້ອມທັງເປັນຜູ້ປົກປ້ອງສິດຜົນ ປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍໃນການດຳເນີນຄະດີ. ນອກຈາກສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍຢູ່ຂັ້ນສູນກາງແລ້ວ, ນັບແຕ່ປີ 2006 ຈົນເຖິິງປັດຈຸບັນ ສາມາດຂະຫຍາຍຕາໜ່າງໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກ ຢູ່ໃນທ້ອງຖິ່ນດັ່ງກ່າວສາມາດເຂົ້າເຖິງການບໍລິການປົກປ້ອງຊ່ວຍ ເຫຼືອໄດ້ຢ່າງທົ່ວເຖິງ. ດັ່ງນັ້ນ, ເພື່ອຮັບປະກັນໃຫ້ເອື້ອຍນ້ອງແມ່ຍິງທີ່ຕ້ອງການຊ່ວຍເຫຼືອດ້ານຕ່າງໆ ໄດ້ເຂົ້າເຖິງການບໍລິການໄດ້ວ່ອງໄວຂຶ້ນນັ້ນ ສູນກາງສະຫະພັນແມ່ຍິງລາວ ຈຶ່ງໄດ້ເປີດນໍາໃຊ້ເບີໂທລະສັບສາຍດ່ວນ 1362 ຂຶ້ນໃນວັນທີ 25 ພະຈິກ 2011 ທີ່ຜ່ານມາ. ຜ່ານການບໍລິການດັ່ງກ່າວ ກໍເຫັນວ່າສະຖິຕິການບໍລິການໃຫ້ຄໍາປຶກສາຜ່ານທາງໂທລະສັບສາຍດ່ວນມີຈໍານວນເພີ່ມເທື່ອລະກ້າວ. 
ການເປີດນໍາໃຊ້ເຟສບຸກຂອງສູນດັ່ງກ່າວໃນຄັ້ງນີ້ຂຶ້ນ ເພື່ອໃຫ້ເປັນອີກໜຶ່ງຊ່ອງທາງໃນຍຸກແຫ່ງການສື່ສານທີ່ທັນສະໄໝໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການຄ້າມະນຸດ ລວມທັງວິທີການໃນການປ້ອງກັນ, ການປົກປ້ອງ ແລະ ຊ່ວຍເຫຼືອໃນກໍລະນີຫາກຕົກຢູ່ໃນສະພາບອັນຕະລາຍ,  ທັງເປັນການໂຄສະນາປູກຈິດສຳນຶກ ກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ກໍຄືການຄ້າມະນຸດ ໃຫ້ແກ່ແມ່ຍິງບັນດາ ເຜົ່າ, ບັນດາຊັ້ນຄົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ສູງຂຶ້ນເທື່ອລະກ້າວ, ເພື່ອປະກອບສ່ວນເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນກຸ່ມແມ່ຍິງ. ບັນຫາສໍາຄັນໄດ້ປະຕິບັດພາລະບົດບາດໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ທີ່ມີບັນຫາໃນສັງຄົມໃຫ້ປະກົດຜົນເປັນຈິງ ແລະ ສາມາດປົກປ້ອງ, ໃຫ້ການຊ່ວຍເຫຼືອກອບກູ້ເອົາຊີວິດ, ກຽດສັກສີຄວາມເປັນມະນຸດຄືນມາໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ຜູ້ມີບັນຫາ. ເວົ້າລວມ, ຜູ້ຖືກເຄາະຮ້າຍ, ເວົ້າສະເພາະຕາມພາລະບົດບາດ, ສິດໜ້າທີ່ ແລະ ເງື່ອນໄຂຕົວຈິງຂອງ ສປມດ.
(ຂ່າວ-ພາບ: ວັນເພັງ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ