ເປີດນໍາໃຊ້ຫໍພິພິທະພັນປະຫວັດສາດກອງທັບ

ເປີດນໍາໃຊ້ຫໍພິພິທະພັນປະຫວັດສາດກອງທັບ
ພິທີເປີດນໍາໃຊ້ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວໄດ້ຈັດຂຶ້ນໃນວັນທີ 13 ທັນວານີ້ທີ່ຫໍພິພິທະພັນປະຫັວດສາດກອງທັບປະຊາຊົນລາວ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ ເມືອງໄຊເສດຖານະຄອນຫຼວງວຽງຈັນໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານພົນເອກຈັນສະໝອນຈັນຍາລາດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ,ທ່ານຟານມິງ ຈ້ຽນອຸປະທູດ ສສ ຫວຽດນາມ ປະຈຳສປປ ລາວ, ມີບັນດາແຂກຖືກເຊີນເຂົ້າຮ່ວມ.
ທ່ານພົນເອກຈັນສະໝອນຈັນຍາລາດໄດ້ມີຄຳເຫັນໃນພິທີວ່າ: ພາຍຫຼັງທີ່ໄດ້ສຳເລັດການບູລະນະສ້ອມແປງ ແລະ ປັບປຸງເນື້ອໃນການວາງສະແດງຄືນໃໝ່ ໂດຍການຊ່ວຍເຫຼືອດ້ານທຶນຮອນຈາກກະຊວງປ້ອງກັນປະເທດ ສສ ຫວຽດນາມ ເພື່ອຂ່ຳນັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ແລະ ກອງທັບປະຊາຊົນລາວ, ເນື່ອງໃນໂອກາດທົ່ວພັກ-ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ໄດ້ສ້າງຂະບວນການ ແລະ ຜົນງານດ້ານຕ່າງໆ ເພື່ອກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນວັນທີ 20 ມັງກອນ 2024 ທີ່ຈະມາເຖິງ, ກະຊວງປ້ອງກັນປະເທດ ໄດ້ມອບໝາຍໃຫ້ກົມໃຫຍ່ການເມືອງກອງທັບຮ່ວມກັບວິຊາການກົມກອງທີ່ກ່ຽວຂ້ອງເຮັດໜ້າທີ່ຄົ້ນຄວ້າຮຽບຮຽງ ບັນດາຂໍ້ມູນປະຫວັດສາດ, ເກັບກຳຮູບພາບ, ວັດຖຸກຳທາງປະຫວັດສາດທັງເກົ່າແລະໃໝ່ ພ້ອມກັບ ການບູລະນະສ້ອມແປງຫໍພິພິທະພັນຄືນໃໝ່ ໃຫ້ຖືກຕ້ອງຕາມລະບົບ-ມາດຕະຖານ, ການກໍ່ສ້າງຫໍພິພິທະພັນຄັ້ງນີ້ ແນໃສ່ປັບປຸງຄືນລະບົບໂຄງຮ່າງວາງສະແດງ ແລະ ເນື້ອໃນດ້ານຕ່າງໆ, ສ້າງໃຫ້ເປັນສູນລວມປະຫວັດສາດ, ທ້ອນໂຮມວັດຖຸກໍາ, ຄຸ້ມຄອງ-ປົກປັກຮັກສາ ແລະ ຈັດວາງສະແດງປະຫວັດມູນເຊື້ອ, ຜົນງານໄຊຊະນະຂອງກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ໃຫ້ມວນຊົນທຸກຊັ້ນຄົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາຄົ້ນຄວ້າ, ສຶກສາຮໍ່າຮຽນ ແລະ ຢ້ຽມຊົມດ້ວຍຄວາມປະທັບໃຈ ຄືບັນຍາກາດໄດ້ຮ່ວມເຄື່ອນໄຫວຊີວິດຕົວຈິງຢູ່ໃນເຫດການປະຫວັດສາດຕ່າງໆ.
ຕະຫຼອດໄລຍະຜ່ານມາ, ກຳລັງປະກອບອາວຸດປະຊາຊົນລາວ ໄດ້ຝຶກຝົນຫຼໍ່ຫຼອມໃນແປວໄຟ ແຫ່ງການຕໍ່ສູ້ປະຕິວັດຍືດເຍື້ອຍາວນານ, ສ້າງຜົນງານໃນການສູ້ຮົບອັນໃຫຍ່ຫຼວງ ຮ່ວມກັບປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ໃນການຕໍ່ສູ້ຕີເອົາຊະນະພວກລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມຣິກາຜູ້ຮຸກຮານ ແລະ ອິດທິກຳລັງປະຕິການອື່ນໆ, ປົດປ່ອຍປະເທດຊາດຢ່າງສົມບູນຍາດເອົາເອກະລາດມາໃຫ້ປະເທດຊາດ, ໃນປັດຈຸບັນນີ້ກອງທັບປະຊາຊົນລາວໄດ້ເປັນກຳລັງຫຼັກແຫຼ່ງເຮັດໜ້າທີ່ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພທາງສັງຄົມ, ປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ, ປະຊາຊົນບັນດາເຜົ່າ ແລະ ວັດທະນະທຳອັນດີງາມຂອງຊາດ, ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ ທັງດ້ານກຳລັງ ແລະ ການປະກອບຢູ່ໃນທົ່ວກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ບັນດາເຫຼົ່າຮົບກໍໄດ້ຮັບການສ້າງຕັ້ງຂຶ້ນເປັນແຕ່ລະໄລຍະດ້ວຍເຫດນັ້ນ, ທາດແທ້, ມູນເຊື້ອທີ່ກ້າແກ່ນສະຫງ່າງາມ ແລະ ຜົນງານ, ໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ນັບແຕ່ມື້ກຳເນີດຈົນເຖິງປັດຈຸບັນຖືກບັນທຶກໄວ້ໃນ ຫໍພິພິທະພັນປະຫັວດສາດກອງເພື່ອໃຫ້ອະນຸຊົນຄົນຮຸ່ນຫຼັງໄດ້ສຶກສາຮຽນຮູ້ ແລະ ສືບທອດພາລະກຳອັນເລີດນໍ້າສືບຕໍ່ໄປ.
ທ່ານ ພົນຈັດຕະວາແປ້ນຄຳ ບຸດຈັນແພງ ຫົວໜ້າກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດໄດ້ຂຶ້ນຜ່ານບົດລາຍງານການປັບປຸງກໍ່ສ້າງຫໍພິພິທະພັນປະຫັວດສາດກອງທັບປະຊາຊົນລາວວ່າ:ນັບແຕ່ປີ 2006 - 2017, ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວໄດ້ເປີດບໍລິການຮັບແຂກເຂົ້າຊົມໄດ້ຈໍານວນຫຼາຍແສນຄົນ ໃນນີ້ມີທັງພະນັກງານທະຫານ, ຕຳຫຼວດ, ນັກຮຽນນັກ-ສຶກສາ, ປະຊາຊົນ ແລະ ແຂກຕ່າງປະເທດ ແລະ ໄດ້ເປັນບ່ອນຈຸດຢ້ຽມຢາມທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນແລະ ເປັນບ່ອນສຶກສາຮໍ່າຮຽນປະຫວັດສາດມູນເຊື້ອການຕໍ່ສູ້ອັນພິລະອາດຫານ, ລະອິດລະອ້ຽວ ຕ້ານຈັກກະພັດຜູ້ຮຸກຮານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ການອອກແບບ ຕົວອາຄານແມ່ນນໍາໃຊ້ປັດຕິຍະກຳແບບ ເອີຣົບ ບວກ ອາຊີ, ການວາງສະແດງວັດຖຸກໍາຢູ່ກາງແຈ້ງຂອງຫໍພິພິທະພັນການວາງສະແດງວັດຖຸກໍາຢູ່ກາງແຈ້ງຂອງຫໍພິພິທະພັນ ມີ 30 ວັດຖຸກຳໜັກຄື: ຍົນ, ລົດຕັງ,ເລດາ, ລົດຂົ່ນສົ່ງ, ລູກບອມ, ປືນໃຫຍ່ຈໍານວນໜຶ່ງ ແລະ ມີຮູບປັ້ນປູນໃຫຍ່3 ຊຸດ ແລະ ໃນປີ2019 ເພື່ອກະກຽມພື້ນທີ່ສ້າງຕັ້ງເຮືອນຫໍສະໝຸດກອງທັບ, ຫໍພິພິທະພັນໄດ້ເອົາພື້ນທີ່ວາງສະແດງຂອງ3ວັດຖຸກຳໜັກກາງແຈ້ງອອກຄື: ລົດຕັງເຕ 58, ປືນໃຫຍ່130 ມມແລະ ລົດບັນທຸກການທະຫານ, ຮອດປີ 2021 ໂດຍໄດ້ຮັບການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ສສ ຫວຽດນາມ ຈຶ່ງໄດ້ອອກແບບ ແລະ ສືບຕໍ່ລົງມືກໍ່ສ້າງໄລຍະທີ 2 ໂດຍມີລາຍການຄື: ເຮືອນຮົ່ມໄວ້ວາງສະແດງເຮືອບິນ, ພາຫະນະຂົນສົ່ງທະຫານ, ປືນໃຫຍ່, ລົດຕັງ, ລູກບົ່ມ, ແລະ ວັດຖຸສິນສຶກອື່ນໆ ທັງຂອງເຮົາແລະ ສັດຕູ ວັດຖຸທັງໝົດແມ່ນຈັດວາງສະແດງໃນເຮືອນຮົ່ມ. ນອກນັ້ນຍັງມີລະບົບໄຟຟ້າເຍືອງຮຸ່ງອ້ອມຫໍພິພິທະພັນ, ລະບົບນໍ້າປະປາ, ກ້ອງວົງຈອນປິດ, ເຮືອນຂາຍເຄື່ອງທີ່ລະນຶກ, ປູເດີ່ນດ້ວຍເບຕົງເສີມເຫຼັກ ແລະ ຫ້ອງນໍ້າສາທາລະນະອີກສອງຫຼັງ,ປີ 2022 ກອງທັບປະຊາຊົນຫວຽດນາມໄດ້ໃຫ້ການຊ່ວຍເຫຼືອເປັນໄລຍະທີ 3 ໃນການປັບປຸງ ສະເພາະການກໍ່ສ້າງຈັດວາງສະແດງຢູ່ພາຍໃນຕຶກອາຄານ,ມາເຖິງຕົ້ນປີ 2023 ໂຄງການໄລຍະທີ 3 ໄດ້ລົງມືກໍ່ສ້າງ ແລະ ປັບປຸງ.ລວມມູນຄ່າການກໍ່ສ້າງ ແລະ ປັບປຸງຫໍພິພິທະພັນປະຫວັດສາດກອງທັບທັງ 3 ໄລຍະແມ່ນ 4.631.755ໂດລາ,ການກໍ່ສ້າງປັບປຸງແມ່ນໄດ້ສຳເລັດ, ການຈັດວາງສະແດງຂອງຫໍພິພິທະພັນແມ່ນໄດ້ຮີບໂຮມເອົາບັນດາເຫດການ ແລະ ຂະບວນການປະຕິວັດໃນການຕໍ່ສູ້ຕົວຈິງ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ໃນແຕ່ລະໄລຍະປະຫັວດສາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. 
ຂ່າວ - ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ