ເປີດນໍາໃຊ້ກາໝາຍສິນຄ້າໂອດັອບ ສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ແລະ ກຸ່ມຖັກແສ່ວເຄື່ອງຊົນເຜົ່າແລນແຕນ

ເປີດນໍາໃຊ້ກາໝາຍສິນຄ້າໂອດັອບ ສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ແລະ ກຸ່ມຖັກແສ່ວເຄື່ອງຊົນເຜົ່າແລນແຕນ
ວັນທີ 14 ທັນວາ ຜ່ານມາ ທີ່ສະໂມສອນເມືອງຫຼວງນໍ້າທາ ໄດ້ຈັດພິທີ ເປີດນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ,ໜຶ່ງຜະລິດຕະພັນ(ໂອດັອບ)ແຫ່ງຊາດ ສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ບ້ານວຽງເໜືອ ແລະ ກຸ່ມຖັກແສ່ວເຄື່ອງຊົນເຜົ່າແລນແຕນ ບ້ານຕາຫວ່ານ ເມືອງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ, ມີທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຄະນະກໍາມະການຄັດເລືອກສິນຄ້າໜຶ່ງເມືອງ,ໜຶ່ງຜະລິດຕະພັນ ມີຫົວໜ້າຫ້ອງ, ຮອງຫ້ອງ,ບ້ານ ແລະ ເຈົ້າຂອງວິສາຫະກິດ ສິນຄ້າໂອດັອບພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນພີທີ ທ່ານ ນາງແອ່ງ ພົມມະຈັນ ຫົວໜ້າກຸ່ມສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ປີ 2015 ໄດ້ລົງທຶນຈັດຊື້ອຸປະກອນເຮັດຫູກ ຈໍານວນ 550.000 ກີບ ຜະລິດໄດ້ສິ້ນ 2 ຜືນ ສາມາດສ້າງລາຍຮັບໄດ້ 1.600.000 ກີບ ຕໍ່ມາກໍໄດ້ຂະຫຍາຍກີ່ຕໍາຫູກເພີ່ມຂຶ້ນເລື້ອຍໆ ປີ 2022 ໄດ້ສ້າງຕັ້ງເຮືອນ 1 ຫຼັງ ເພື່ອເປັນບ່ອນວາງສະແດງຜະລິດຕະພັນ ແລະ ໄດ້ເປີດສູນເຮືອນຫູກມິຖຸນາຢ່າງເປັນທາງການ ມາຮອດປັດຈຸບັນ ມີ 51 ກີ່, ມີ 6 ບ້ານ, 3 ເມືອງພາຍໃນແຂວງທີ່ເຂົ້າຮ່ວມຕໍ່າຫູກໃຫ້ເຮືອນຫູກມິຖຸນາ ຜະລິດຕະພັນລວມມີ 17 ລາຍການ: ສິ້ນໄຕ໋ດໍາໄໝມ້ອນສົດ, ສິ້ນໄຕ໋ເຄືອຝ້າຍຕໍາໄໝ, ສິ້ນໄຕ໋ດໍາຝ້າຍຕໍ່າຝ້າຍ, ສິ້ນໝີ່ລ້ວນ, ສິ້ນເຜົ່າຍວນ, ສິ້ນເຜົ່າລື້, ສິ້ນເຜົ່າຂະມຸ, ແພເສື້ອ, ຜ້າປູໂຕະ, ຜ້າບ່ຽງ, ຜ້າປ່ຽວ, ຜ້າຂັ້ນເຟື້ອງ, ຜ້າປູໄຕ໋ດໍາ, ຖົງໄຕ໋ດໍາ, ຜ້າເຊັດມື, ຜ້າຂັນລາຍ ແລະ ຜ້າຮອງຈານ. ຕະຫຼາດແມ່ນຂາຍພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບໄດ້ 100 ກວ່າລ້ານກີບຕໍ່ປີ.
ພ້ອມນັ້ນ, ທ່ານ ນາງ ມະໄລຄໍາ ດັ່ງວັນຄໍາ ຫົວໜ້າກຸ່ມຖັກແສ່ວເຜົ່າແລນແຕນ ບ້ານຕາຫວ່ານ ກໍໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງກຸ່ມຖັກແສ່ວເຜົ່າແລນແຕນ,ບ້ານຕາຫວ່ານ ມີ 202 ຫຼັງຄາ, ມີ 249 ຄອບຄົວ, ມີພົນລະເມືອງ 1.339 ຄົນຍິງ 647 ຄົນ, ປະກອບມີ 8 ຊົນເຜົ່າຢູ່ຮ່ວມກັນ, ຊົນເຜົ່າແລນແຕນມີປະຫວັດຄວາມເປັນມາທີ່ຍາວນານ ປະຊາຊົນມີຄວາມມັກຮັກໃນການຜະລິດຫັດຖະກໍາຕິດພັນກັບການດໍາລົງຊີວິດ ເປັນຕົ້ນແມ່ນ ການຖັກແສ່ວ, ເຄື່ອງນຸ່ງຫົ່ມ, ອຸປະກອນການຂີດຂຽນ, ເຄືື່ອງມືທໍາການຜະລິດເພື່ອຮັບໃຊ້ຊີວິດປະຈໍາວັນ. ປັດຈຸບັນ ກຸ່ມຖັກແສ່ວເຜົ່າແລນແຕນ ບ້ານຕາຫວ່ານ ມີສະມາຊິກທັງໝົດ 35 ຄົນຍິງ 35 ຄົນ ມີເງິນທຶນທັງໝົດ 50 ລ້ານກີບ ຜະລິດຕະພັນລວມມີ 8 ລາຍການ: ຖົງ, ຜ້າຮອງຈອກ, ພວງກະແຈ, ໜ້າໝອນ, ເຈ້ຍໜໍ່ໄມ້, ແຜ່ນແພ, ແພບ່ຽງ ແລະ ຊຸດເຄື່ອງຊົນເຜົ່າແລນແຕນ. ຕະຫຼາດຈໍາໜາຍຂາຍແມ່ນ ພາຍໃນເມືອງ ແລະ ແຂວງຫຼວງນໍ້າທາ ໃນງານເທດສະການ, ງານວາງສະແດງສິນຄ້າ ແລະ ງານບຸນຕ່າງໆ ພ້ອມນັ້ນກໍຍັງໄດ້ສົ່ງອອກຂາຍຕ່າງແຂວງຕື່ມອີກ ສາມາດສ້າງລາຍຮັບໄດ້ 50 ລ້ານກວ່າກີບຕໍ່ປີ.
ຈາກນັ້ນ, ພິທີ ຍັງໄດ້ມອບປ້າຍສິນຄ້າໂອດັອບແຫ່ງຊາດ ແລະ ມອບໃບອະນຸຍາດນໍາໃຊ້ກາໝາຍໂອດັອບແຫ່ງຊາດ ໃຫ້ເມືອງຫຼວງນໍ້າທາ ໂດຍໃຫ້ກຽດມອບຂອງທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ໃຫ້ກຽດຮັບຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ພ້ອມທັງ ມອບຕໍ່ໃຫ້ເຈົ້າຂອງກິດຈະການ ສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ບ້ານວຽງເໜືອ ແລະ ກຸ່ມຖັກແສ່ວເຄື່ອງຊົນເຜົ່າແລນແຕນ ບ້ານຕາຫວ່ານ ຢ່າງເປັນທາງການ.
(ຂ່າວ-ພາບ: ຫຼວງນໍ້າທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ