ເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝທີ່ແຂວງສະຫວັນນະເຂດ

ເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝທີ່ແຂວງສະຫວັນນະເຂດ

ເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝທີ່ແຂວງສະຫວັນນະເຂດ
ກອງປະຊຸມຝຶກອົບຮົມ ແລະເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝເປັນທາງການ(Customs Warehouse Management System: CWMS) ທີ່ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ທີ່ຫ້ອງປະຊຸມພາສີປະຈຳແຂວງ ໂດຍການເປັນປະທານຂອງທ່ານ ບຸນເພັງ ເຂັມມາລາ ຫົວໜ້າພາສີປະຈຳແຂວງສະຫວັນນະເຂດ ແລະທ່ານ ວິລະກອນ ເກດຕະວົງ ຫົວໜ້າພະແນກຝຶກອົບຮົມ ແລະພັດທະນາບຸກຄະລາກອນ ກົມພາສີ ກະຊວງການເງິນ.

ທ່ານຫົວໜ້າພາສີປະຈຳແຂວງສະຫວັນນະເຂດ ໄດ້ກ່າວວ່າ: ໃນການຝຶກອົບຮົມ ແລະເປີດນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝຢ່າງເປັນທາງການ. ໂດຍອີງຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2025ເພື່ອຍົກລະດັບ ແລະພັດທະນາບຸກຄະລາກອນໃນການຄຸ້ມຄອງວຽກງານຫັນເປັນທັນສະໄໝ ແລະຫັນເອົາວຽກງານໄອທີເຂົ້າມາຄຸ້ມຄອງວຽກງານວິຊາສະເພາະ ຊຶ່ງເປັນວຽກງານທີ່ສຳຄັນ ແລະເປັນໝາກຫົວໃຈຂອງກົມພາສີ; ອີກຢ່າງໜ່ຶງກໍເພື່ອເປັນການສືບຕໍ່ເຜີຍແຜ່ບັນດາລະບຽບການຕ່າງໆ ເພື່ອຮັບປະກັນໃຫ້ການນໍາໃຊ້ລະບົບການແຈ້ງພາສີແບບເອເລັກໂຕຣນິກກ່ອນລ່ວງໜ້າ ແລະການຄຸ້ມຄອງນໍາໃຊ້ລະບົບສາງພາສີທັນສະໄໝຢູ່ດ່ານພາສີສາກົນຂົວມິດຕະພາບ 2 ແລະດ່ານພາສີສາກົນແດນສະຫວັນ ໂດຍສອດຄ່ອງກັບລະບຽບການ ແລະນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ, ຄ່ອງຕົວ, ເປັນເອກະພາບກັນໃນການຈັດຕັ້ງປະຕິບັດນໍາໃຊ້ລະບົບຕ່າງໆຂອງຂະແໜງພາສີ ໃຫ້ແກ່ບັນດາດ່ານໃນຂອບເຂດທົ່ວປະເທດ. ລະບົບຄຸ້ມຄອງສາງພາສີທັນສະໄໝນີ້ ແມ່ນນຳໃຊ້ເພື່ອຕິດຕາມ ແລະຄຸ້ມຄອງ, ກວດກາສິນຄ້າ, ເຄື່ອງຂອງ ທີ່ສັນຈອນເຂົ້າ-ອອກລະບົບສາງຂອງພາສີ ທັງ 5 ປະເພດລະບົບສາງ ຕາມກົດໝາຍພາສີ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຫ້ອງການພາສີປະຈໍາລະບົບສາງ, ເຂດເສດຖະກິດພິເສດ, ເຂດເສດຖະກິດອື່ນ ແລະດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ.

ໂອກາດນີ້, ວິທະຍາກອນຈາກກົມພາສີ ກໍ່ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານຄຳແນະນຳທີ່ຕິດພັນກັບການນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝເປັນຕົ້ນ: ຂໍ້ຕົກລົງ ເລກທີ 0771/ກງ, ລົງວັນທີ 18/03/2025 ວ່າດ້ວຍການຮັບຮອງອຸປະກອນ, ລະບົບ ແລະມູນຄ່າການພັດທະນາລະບົບຄຸ້ມຄອງສາງພາສີທັນສະໄໝ, ຂໍ້ຕົກລົງເລກທີ 1197/ກງ, ລົງວັນທີ 11/04/2025 ວ່າດ້ວຍການແຕ່ງຕັ້ງຄະນະວິຊາການກົມພາສີ ເພື່ອໄປເຄື່ອນໄຫວຈັດຝຶກອົບຮົມ, ຕິດຕັ້ງຜັນຂະຫຍາຍເຄື່ອງອຸປະກອນຄົບຊຸດ, ແຈ້ງການແນະນຳເລກທີ 2755/ກງ, ລົງວັນທີ 31/07/2024 ກ່ຽວກັບການແຈ້ງພາສີໂດຍສັງເຂບລ່ວງໜ້າແລະຄຳແນະນຳເລກທີ 3865/ກພສ, ລົງວັນທີ 28/04/2025 ວ່າດ້ວຍການຄຸ້ມຄອງ, ນຳໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ