ເປີດງານ ຮ່ວມກັນສ້າງອະນາຄົດ ການພັດທະນາແບບສີຂຽວ 

    ເປີດງານ ຮ່ວມກັນສ້າງອະນາຄົດ ການພັດທະນາແບບສີຂຽວ 
ເນື່ອງໃນໂອກາດ ສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 62 ປີ ແລະ ການປະກາດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ບໍລິສັດ  ນໍ້າ ແລະ ໄຟຟ້າສາກົນ ແຫ່ງປະເທດຈີນ (China  International Water and Electric Corp ຫລື  CWE) ແມ່ນເຄືອຂ່າຍຂອງກຸ່ມບໍລິສັດ CCCG   ໄດ້ຈັດກິດຈະກໍາ ພາຍໃຕ້ຫົວຂໍ້ " ຮ່ວມກັນສ້າງອະນາຄົດ ການພັດທະນາແບບສີຂຽວ " ປະຈໍາ ສປປ ລາວ ຂຶ້ນວັນທີ 26 ທັນວາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ SHI YINTAO ຮອງປະທານສະພາບໍລິຫານ ບໍລິສັດ CWE ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ພາຍໃນງານ ຜູ້ເຂົ້າຮ່ວມໄດ້ຮັບຟັງບົດວິໄຈຄັງສະຕິປັນຍາໃນຫົວຂໍ້ "ເສີມສ້າງນະວັດຕະກຳໃໝ່, ເພື່ອຊັກຈູງການພັດທະນາ, ເອົາຄວາມປອດໄພມາກ່ອນ ແລະ ຢູ່ຮ່ວມກັນດ້ວຍສັນຕິປອງດອງ ແລະ ຮັບຟັງບົດລາຍງານການພັດທະນາແບບຍືນຍົງ ຢູ່ປະເທດລາວ ຂອງກຸ່ມບໍລິສັດ CCCG (ປີ 2013-2023) ຊຶ່ງໄດ້ນໍາໃຊ້ຂໍ້ມູນທີ່ມີລັກສະນະພາວະວິໄສ ແລະ ປະສົບການຕົວຈິງ ຈາກການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ພ້ອມທັງຂຽນບົດໃໝ່ ແຫ່ງການພັດທະນາດ້ວຍຄຸນນະພາບສູງ ເພື່ອເປັນທິດທາງໃນຕໍ່ໜ້າ. 
ເພື່ອເປັນການສົ່ງເສີມກໍ່ສ້າງບຸກຄະລະກອນ ແລະ ຊຸກຍູ້ຊ່ວຍເຫຼືອສະຖາບັນການສຶກສາດ້ານເຕັກນິກພະລັງງານໄຟຟ້າຢູ່ ສປປ ລາວ, ບໍລິສັດ ໄຟຟ້ານໍ້າລີກ 1-2 ຈຳກັດ ແລະ ວິທະຍາໄລເຕັກນິກຊັບພະວິຊາ ໄດ້ມີການປຶກສາຫາລື ແລະ ຕົກລົງຮ່ວມກັນລົງນາມສັນຍາ ກຳນົດເອົາເຂື່ອນໄຟຟ້ານໍ້າລີກ 1-2 ເປັນຖານຝຶກງານໃຫ້ນັກສຶກສາຂະແໜງເຕັກນິກໄຟຟ້າພະລັງງານນ້ໍາ.  ນອກຈາກນີ້, ພາຍໃນງານ ຍັງໄດ້ຈັດກິດຈະກໍາການກຸສົນ “ຫໍສະໝຸດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ໄລຍະ 3 ຊຶ່ງກິດຈະກໍາດັ່ງກ່າວ ແມ່ນສຳນັກພິມພາສາຕ່າງປະເທດແຫ່ງປະເທດຈີນແຫ່ງ, ມູນລະນິທິເພື່ອການກຸສົນຈົ່ງຕ້າວປັກກິ່ງ ແລະ ບໍລິສັດ CWE ຮ່ວມກັນດໍາເນີນການ, ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງຝ່າຍໂຮງຮຽນ ມ.ສ ປາກງວ້າເມືອງເຟືອງແຂວງວຽງຈັນ ຊຶ່ງພາຍໃຕ້ການຈັດຕັ້ງນໍາພາ ຂອງ ສໍານັກງານໃຫຍ່ ບໍລິສັດ CWE, ພະນັກງານຂອງບໍລິສັດ ໄດ້ບໍລິຈາກ ປຶ້ມແບບຮຽນລວມທັງໝົດ 2.380 ຫົວ ແລະ ສະໜອງເຄື່ອງກັ່ນຕອງນໍ້າສະອາດ, ຕັ່ງ, ກະດານດໍາ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ສີນາວາ ສຸພານຸວົງ ໄດ້ກ່າວວ່າ: “ສອງປະເທດລາວ ແລະ ຈີນ ແມ່ນຄູ່ຮ່ວມຊາຕາກໍາດຽວກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີຄວາມໃກ້ຊິດສະໜິດສະໜົມ. ຕະຫຼອດໄລຍະ 20 ກວ່າປີ ບໍລິສັດ CWE ໄດ້ດໍາເນີນການພັດທະນາ ຢູ່ປະເທດລາວ ໄດ້ສ້າງເຂື່ອນດ້ວຍຄວາມຊໍານານງານ, ມີການກໍ່ສ້າງທີ່ປານີດ ແລະ ມີການຄຸ້ມຄອງທີ່ມີປະສິດທິພາບສູງ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາໃນຂະແໜງການເຂື່ອນໄຟຟ້າຂອງລາວ. ການຈັດພິທີເປີດງານ " ຮ່ວມກັນສ້າງອະນາຄົດ ການພັດທະນາແບບສີຂຽວ " ປະຈໍາ ສປປ ລາວຂອງ ບໍລິສັດ CWE ຖືເປັນການສະຫຼຸບຕີລາຄາບົດຮຽນ ແລະ ປະສົບການໃນການພັດທະນາຂອງບໍລິສັດ, ທັງເປັນການຊຶມຊັບເຂົ້າສູ່ທ້ອງຖິ່ນ, ເພື່ອເປີດສາກການສ້າງອະນາຄົດ ແລະ ເປັນການເຕົ້າໂຮມກໍາລັງແຮງ ເພື່ອກະກຽມອອກເດີນທາງອີກຄັ້ງ. ໃນອະນາຄົດອັນໃກ້ນີ້, ຫວັງວ່າ ບໍລິສັດ CWE ຈະສາມາດປະກອບສ່ວນຊ່ວຍເຫຼືອເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ໄດ້ຫຼາຍຂຶ້ນ. 
        ທ່ານ SHI YINTAO ໄດ້ກວ່າວ່າ:  ບໍລິສັດ CWE ແມ່ນ ບໍລິສັດລູກ ໃນກຸ່ມບໍລິສັດ CCCG, ແມ່ນລັດວິສາຫະກິດ ໃນຂະແໜງຊົນລະປະທານ ແລະ ເຂື່ອນໄຟຟ້ານໍ້າຕົກຂອງຈີນ ໃນໄລະຍະເວລາ 20 ກວ່າປີ ຜ່ານມາ ທີ່ໄດ້ເຂົ້າມາສູ່ຕະຫຼາດຂອງປະເທດລາວ, ໄດ້ສືບຕໍ່ເດີນໜ້າຂະຫຍາຍທຸລະກິດ ແລະ ປະກອບສ່ວນພະລັງງານໄຟຟ້າທີ່ສະອາດ, ເພີ່ມທະວີການກໍ່ສ້າງໂດຍການຫັນໄປສູ່ມາດຕະຖານຄວາມປອດໄພທີ່ມີຄຸນນະພາບສູງ ແລະ ໄດ້ປະຕິບັດໜ້າທີ່ທາງດ້ານສັງຄົມຢ່າງຕັ້ງໜ້າ. ໃນອະນາຄົດ, ບໍລິສັດ CWE ຈະສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວຢ່າງແໜ້ນແຟ້ນ, ລົງເລິກການຮ່ວມມືກັບພາກສ່ວນ ທີ່ກ່ຽວຂ້ອງໃຫ້ຫຼາຍຂຶ້ນ, ເພື່ອປະກອບ ສ່ວນທາງດ້ານສະຕິປັນຍາ ແລະ ເຫື່ອແຮງ ເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ຢ່າງເລິກເຊິ່ງ.
ຂ່າວ-ພາບ:CWE

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ