ພິທີເປີດງານບຸນນະມັດ ສະການພະທາດຫຼວງ

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2024

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2024
ພິທີເປີດງານບຸນນະມັດ ສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2024 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 11-15 ພະຈິກ 2024

ທີ່ເດີ່ນພະທາດຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ບັນດາການນຳພັກ-ລັດຂັ້ນສູງ, ອະດີດການນໍາ, ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ, ທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍຄະ ນະຮັບຜິດຊອບຈັດງານ ແລະ ຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນພິທີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ປະ ທານຄະນະກຳມະການຮັບຜິດຊອບຈັດງານໄດ້ລາຍງານກ່ຽວກັບການກະກຽມຈັດງານດັ່ງກ່າວ ພ້ອມທັງຍົກໃຫ້ເຫັນປະ ຫວັດຄວາມເປັນມາຂອງພະທາດຫຼວງວຽງຈັນ ທີ່ໄດ້ຕິດພັນກັບປະຊາຊົນລາວບັນດາເຜົ່າ ກໍຄືປະຊາ ຊົນຊາວນະຄອນຫຼວງວຽງຈັນແຕ່ອະດີດຈົນເຖິງປັດຈຸບັນ ສະແດງໃຫ້ເຫັນເຖິງຄວາມສາມັກຄີ ຮັກເຊື້ອແພງຊາດ ຂອງປະຊາຊົນລາວຢ່າງແທ້ຈິງ ຊຶ່ງໃນງານບຸນນະມັດສະການພະ ທາດຫຼວງປະຈຳປີນີ້ໄດ້ຈັດໃຫ້ມີຫຼາຍກິດຈະກໍາທີ່ ໜ້າສົນໃຈທັງຢູ່ເດີ່ນພະທາດຫຼວງ, ເດີ່ນສະໜາມຫຼວງ ແລະ ວາງສະແດງຂາຍສິນຄ້າ ຢູ່ສູນການຄ້າ ລາວ-ໄອເຕັກ ຊຶ່ງຈະດຳເນີນໄປຈົນຮອດວັນທີ 15 ພະຈິກ 2024 ໂດຍຕະຫຼອດການຈັດງານຈະມີການຄົບງັນຕາມປະເພນີອັນດີງາມຂອງຊາດລາວເຮົາ ເປັນຕົ້ນ ວັນທີ 13 ເວລາ 16:00 ໂມງ ຈະມີພິທີສູດປະລິດຕະມຸງຄຸນ ທີ່ກົມມະລຽນພະທາດຫຼວງ, ວັນທີ 14 ເວລາ 13:30 ໂມງ ຈະມີພິທີແຫ່ຜາສາດເຜິ້ງ, ວັນທີ 15 ເວລາ 7:00 ໂມງ ຈະມີພິທີໃສ່ບາດຖວາຍສັງກະທານ, ເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ການແຂ່ງຂັນກິລາພື້ນບ້ານຕີຄີ ແລະ ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ຈູດບັ້ງໄຟເພື່ອສັກກະລະບູຊາອົງພະທາດ ພ້ອມນີ້ ຄະນະຮັບຜິດຊອບຈັດງານ ກໍຄື ນວ ຍັງຈັດໃຫ້ມີຫຼາຍກິດຈະກຳປິ່ນອ້ອມທັງຢູ່ເດີນສະໜາມຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເພື່ອຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024 ໃຫ້ຮັກສາໄດ້ວັດທະນະທຳອັນດີງາມ ເປັນຕົ້ນ ການປະດັບປະດາຮ້ານຄ້າໄດ້ຕົບແຕ່ງເປັນເອກະລັກຂອງລາວ ໂດຍສະເພາະ ດ້ານປະຕູໂຂງທາງເຂົ້າງານດ້ານເດີ່ນສະໜາມຫຼວງ ໄດ້ຕົບແຕ່ງປະດັບປະດາດ້ວຍແຄນຄຽງຄູ່ກັບກອງຫາງ ພ້ອມປະດັບປະດາດ້ວຍກະຕິບເຂົ້າໃຫຍ່ທີ່ເປັນເອກະລັກວັດທະນະທຳລາວຢ່າງສວຍງາມ ແລະ ອື່ນໆ.

ທັງນີ້ເພື່ອອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມ ໃນງານບຸນນະມັດ ສະການພະທາດຫຼວງຂອງຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບຸຮານນະການ ໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ ທັງເປັນການສ້າງໂອກາດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄື ການຟື້ນຟູເສດຖະກິດ ດ້ວຍຮູບການຊຸກຍູ້ສົ່ງເສີ່ມການທ່ອງທ່ຽວ ສົ່ງເສີມການຄ້າ ສິນຄ້າຄອບຄົວຕົວແບບ ທີ່ຈະກ້າວເປັນສິນຄ້າໂອດັອບ ໄດ້ກາ ໝາຍແຫ່ງຊາດ ແລະ ສິນຄ້າຂອງບັນນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ມາວາງສະແດງ ຈຳໜ່າຍສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະຊາຊົນຊາວ ນວ ແລະ ແຂກຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ.

ໂອການີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຂຶ້ນມີຄຳເຫັນກ່າວເປີດງານ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຈັດງານ ພ້ອມທັງຮຽກຮ້ອງ ໃຫ້ເອົາໃຈໃສ່ຮັກສາຄວາມສະຫງົບ ຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເພື່ອເຮັດໃຫ້ການຈັດງານຄັ້ງນີ້ມີຜົນສຳເລັດຢ່າງຈົບງາມ ຈາກນັ້ນໄດ້ໃຫ້ກຽດຮ່ວມຕັດແຖບຜ້າ ພ້ອມລັ່ນຄ້ອງ 9 ບາດ ເພື່ອເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2024 ຢ່າງເປັນທາງການ ແລະ ຮ່ວມຊົມການວາງແດງສິນຄ້າໂອດັອບຂອງປະຊາຊົນທີ່ມາວາງສະແດງໃນງານດັ່ງກ່າວຕື່ມອີກ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ