ເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026

ເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026

ເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026
ສຳນັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ກົມວັນນະຄະດີ ແລະ ພິມຈຳໜ່າຍ ໄດ້ເປີດງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 (Book Festival VI 2026) ພາຍໃຕ້ຄຳຂວັນ: “ໜັງສືເຊື່ອມໂຍງວັດທະນະທຳ Books Connecting Culture” ຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 10-15 ມີນາ ນີ້ ທີ່ສະໂມສອນໃຫຍ່ ມຊ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ມີທູຕານຸທູດ, ຜູ້ໃຫ້ການສະໜັບສະໜູນ, ຄູ-ອາຈານ, ນັກປະພັນ, ນັກຮຽນ, ນັກສຶກສາ, ຮ້ານຂາຍປຶ້ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປດງານມະຫະກຳໜງສ ແລະ ວດທະນະທຳນານາຊາດ ຄງທ VI ປະຈຳປ 2026 - image 1
 

ໃນພິທີ, ທ່ານ ສົມໄໝ ພົມມະຈັນ ອຳນວຍການສຳນັກພິມດີບຸກ ລາຍງານໃຫ້ຮູ້ວ່າ: ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດຄັ້ງນີ້, ມີຫ້ອງວາງສະແດງທັງໝົດ 75 ຫ້ອງ. ໃນນີ້, ຍັງມີຫ້ອງວາງ ສະແດງຈາກສະຖານທູດຫວຽດນາມ, ການາດາ, ອິນເດຍ ແລະ ກຳປູເຈຍ ແລະ ອີກຫຼາຍໆພາກສ່ວນສາກົນ ໄດ້ນໍາເອົາວັດທະນະທຳ ແລະ ແຫຼ່ງທຶນການສຶກສາ ມາເປີດໂລກໃຫ້ຊາວໜຸ່ມລາວຕື່ມອີກ. ງານໃນຄັ້ງນີ້, ຍັງເປັນເວທີ ທີ່ສອດຄ່ອງກັບແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງລັດຖະບານ ເພື່ອສົ່ງເສີມໃຫ້ປະຊາກອນລາວ 2 ໃນ 3 ກາຍເປັນຜູ້ທີ່ຮັກການອ່ານ ພາຍໃນປີ 2030. ທັງເປັນການສົ່ງເສີມວັດທະນະທຳການອ່ານ ແລະ ຍົກລະດັບວົງການໜັງສືລາວສູ່ເວທີສາກົນ ແລະ ເປັນການຮ່ວມສະເຫຼີມສະຫຼອງວັນສຳຄັນຕ່າງໆເຊັ່ນ: ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ, ວັນແມ່ຍິງສາກົນ ຄົບຮອບ 116 ປີ, ວັນກະວີໂລກ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ອີກດ້ວຍ.

ເປດງານມະຫະກຳໜງສ ແລະ ວດທະນະທຳນານາຊາດ ຄງທ VI ປະຈຳປ 2026 - image 2
 

ພາຍໃນງານ, ນອກຈາກຈຳໜ່າຍໜັງສືແລ້ວ, ຍັງມີກິດຈະກຳຕ່າງໆອີກຫຼາຍລາຍການເຊັ່ນ: ການເປີດໂຕປຶ້ມໃໝ່ 18 ເຫຼັ້ມ, ການເສວະນາ ແລະ ບັນຍາຍພິເສດ 8 ລາຍການ (ຈາກນັກທຸລະກິດ, ນັກຂຽນລາງວັນຊີໄຣ ແລະ ວິທະຍາກອນຜູ້ຊົງຄຸນວຸດທິ). ພ້ອມນີ້, ຍັງຈະເປີດໂຄງການ “ເສີມສ້າງຄວາມພ້ອມດ້ານການລົງທຶນ ສຳລັບຜູ້ປະກອບການຍິງໃນ ສປປ ລາວ”, ກິດຈະກຳເດີນແບບປຶ້ມ ແລະ ການສະແດງສິລະປະວັດທະນະທຳ ຈາກນັກຮຽນ-ນັກສຶກສາ. ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 ເລີ່ມເປີດເວລາ 9:00-17:00 ໂມງ ສາມາດເຂົ້າຮ່ວມທ່ຽວຊົມ, ຊື້ໜັງສື ແລະ ຮ່ວມກິດຈະກຳຕ່າງໆໄດ້ ໂດຍບໍ່ເສຍຄ່າເຂົ້າຊົມ.

ເປດງານມະຫະກຳໜງສ ແລະ ວດທະນະທຳນານາຊາດ ຄງທ VI ປະຈຳປ 2026 - image 3
 

ຂ່າວ-ພາບ: ທະນູທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ເພື່ອເປັນການຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ ທີ່ຈະມາເຖິງນີ້, ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ສົມທົບກັບຮ້ານຄ້າພາຍໃນເມືອງວຽງຄຳ ເປັນຕົ້ນແມ່ນຢູ່ເຂດເທດສະບານແຂວງວຽງຈັນ ໄດ້ເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ ໂຄງການລາຄາອຸ່ນໃຈ”.
ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປ່ອງປິ່ງແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ພາຍຫຼັງພິທີມອບຫຼຽນລາງວັນໃນວັນທີ 8 ສິງຫາ ຜ່ານມາ ວ່າ: ສຳລັບການຈັດແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ "WTT Youth Contender Vientiane 2026" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາ ເປັນເຈົ້າພາບ ລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 8 ສິງຫາ 2026 ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ຊຶ່ງທີມນັກກິລາເຈົ້າພາບລາວເຮົາ ໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາງວັນ.
ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ເມື່ອບໍ່ດົນມານີ້,ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສປປ ລາວ ຮ່ວມກັບ ຄະນະຊາວໜຸ່ມ ກຸ່ມບໍລິສັດ ອຸດສາຫະກຳຢາງພາລາ ສສ ຫວຽດນາມ ໄດ້ຈັດກິດຈະກຳເຄື່ອນໄຫວມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນຢູ່ໂຮງຮຽນປະຖົມບາຈຽງ (ບ້ານໜອງກອກ, ຕາແສງໜອງໃສ, ເມືອງບາຈຽງຈະເລີນສຸກ).
ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ໃນວັນທີ 6 ສິງຫາ ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍ ແຜ່, ເຊື່ອມຊຶມທິດທາງການປັບປຸງຫຼັກສູດ 6+3+3 ແລະ ການສ້າງມະຫາວິທະຍາໄລສ້າງຄູແຫ່ງຊາດຂຶ້ນທີ່ຫ້ອງປະຊຸມໄອຊີທີ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ມີທ່ານປະທານກໍາມາທິການວັດທະນະທໍາ, ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ; ບັນດາທ່ານຮອງປະທານຄະນະກຳມະການປົກຄອງນະຄອນຫຼວງ ແລະ ແຂວງທົ່ວປະເທດ, ຕາງໜ້າມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການມະຫາ ວິທະຍາໄລ, ບັນດາຜູ້ອຳນວຍການສະຖານການສຶກສາຄູ ແລະ ພາກສ່ວນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ວັນທີ 4 ສິງຫາ ຜ່ານມານີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງຫຼວງພະບາງ ໄດ້ຕິດຕາມ ແລະຊຸກຍູ້ການເຮັດວຽກຂອງຊາວໜຸ່ມອາສາສະໝັກຕະລຸມບອນ ທີ່ລົງສິດສອນ ໄລຍະພັກພາກຮຽນ ຢູ່ໂຮງຮຽນປະຖົມສົມບູນ 4 ແຫ່ງ ຂອງເມືອງປາກອູ, ມີ ທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ສົມໝາຍ ຂຸນດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍເລຂາຄະນະຊາວໜຸ່ມຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນມັດທະຍົມສົມບູນສັນຕິພາບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ວັນທີ 4 ສິງຫາ 2026 ຢູ່ທີ່ສະໂມສອນເມືອງວິລະບູລີ, ຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຮ່ວມຂອງ ທ່ານ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ສີພະຈັນ ກອງທອງມາ ກຳມະການພັກເມືອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄະນະຫ້ອງການ, ວິຊາການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວເມືອງວິລະບູລີ ເຂົ້າຮ່ວມ.
ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມະຫາວິທະຍາໄລແຫ່ງຊາດ (ມຊ) ກໍຄືພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມຊ ໄດ້ມີການຄົ້ນຄວ້າ ແລະ ຫັນປ່ຽນຫຼັກສູດການຮຽນ-ການສອນສະບັບໃໝ່ ໂດຍຫັນຈາກ "ທິດສະດີດັ້ງເດີມ" ໄປສູ່ "ການປະສົມປະສານທັກສະເຕັກໂນໂລຊີ ແລະ ການປະຕິບັດຕົວຈິງ" ຢ່າງຮອບດ້ານ ແນໃສ່ການພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ ໂດຍເນັ້ນໃສ່ 4 ປັດໄຈຫຼັກ.
ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ຂຶ້ນໃນວັນທີ 3 ສິງຫາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ມີຄະນະນໍາກົມໃຫຍ່, ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ແລະ ນັກກິລາເຂົ້າຮ່ວມ.
ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານ ກິດຈະກຳ “ທ່າແຂກ ໄບລ໌ຄິງ ຊາເລນຈ໌” (ThaKhaek Biking Challenge) ໄດ້ ໂດຍມີນັກປັ່ນຈາກຫຼາຍແຂວງ ແລະ ຫຼາຍປະເທດເຂົ້າຮ່ວມຢ່າງຄຶກຄື້ນ ເພື່ອພິສູດຄວາມອຶດທົນ ຄວາມແຂງແຮງ ແລະ ຮ່ວມສົ່ງເສີມການທ່ອງທ່ຽວຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2026 ຢູ່ຕໍ່ໜ້າຫໍມູນເຊື້ອ 21 ມີນາ (ນໍ້າພຸ) ເມືອງທ່າແຂກ ແຂວງຄໍາມ່ວນ.
ສະໂມສອນເຄເອັມທີ ຄອງຂັນຊະນະເລີດບານເຕະລາວລີກ 2 ນວ 2026

ສະໂມສອນເຄເອັມທີ ຄອງຂັນຊະນະເລີດບານເຕະລາວລີກ 2 ນວ 2026

ພິທີປິດການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ຈັດຂຶ້ນໃນວັນທີ 2 ສິງຫາຜ່ານມາ ທີ່ສະໜາມບານເຕະຫຍ້າທຽມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ, ມີທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ຄະນະປະທານສະໂມສອນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ເພີ່ມເຕີມ