ເປີດປ້າຍໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝຈີນ-ລາວ

ເປີດປ້າຍໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝຈີນ-ລາວ

ເປີດປ້າຍໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝຈີນ-ລາວ
ພິທີເປີດປ້າຍໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝຈີນ-ລາວ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພານີ້ ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໂດຍການເຂົ້າຮ່ວມຂອງທ່ານ ຈິດຕະກອນ ສີຊານົນ ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ມີທ່ານ ຊິນ ກ່າງ ຮອງອະທິການບໍດີມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກຳກວາງຊີ ສປ ຈີນ, ທ່ານ ສິລິນທອນ ສັກລໍຄໍາ ຫົວກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າພະແນກ, ຮອງພະແນກທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

 

 

ທ່ານ ຈິດຕະກອນ ສີຊານົນ ໄດ້ກ່າວວ່າ: ໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝຈີນ-ລາວ ແມ່ນການຕັດສິນໃຈສູງຂອງການນໍາທັງສາມສະຖາບັນການສຶກສາຄື: ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ມະຫາ ວິທະຍາໄລແຫ່ງຊາດລາວ (ມຊ) ພາຍໃຕ້ການສະໜັບສະໜູນຂອງກະຊວງ ສສກ ແລະ ມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກໍາກວາງຊີ ແລະ ພະແນກສຶກສາທິການແຂວງກວາງຊີ ກໍຄືລັດຖະບານແຫ່ງ ສປ ຈີນ ທີ່ເຮັດໃຫ້ການຮຽນ-ການສອນພາຍໃນວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ມີຄວາມກະຕືລືລົ້ນ ຫຼື ຄວາມສົນໃຈຂອງນັກສຶກສາຕໍ່ການຮຽນພາສາຈີນ ໄປຄຽງຄູ່ກັບວິຊາສະເພາະ ເຫັນວ່າມີບັນຍາກາດ ແລະ ເປັນອັນໃໝ່ສໍາລັບນັກສຶກສາຂອງພວກເຮົາ. ເພື່ອເຮັດໃຫ້ຂະບວນການຮຽນ-ການສອນມີຄຸນນະພາບຫຼາຍຂຶ້ນນັ້ນ. ໃນຕໍ່ໜ້ານີ້, ທາງວິທະຍາໄລຂອງພວກເຮົາມີຄວາມຈໍາເປັນຕ້ອງໄດ້ປັບປຸງຫຼາຍດ້ານເຊັ່ນ: ການຮຽນ-ການສອນພາຈີນໃຫ້ນັກສຶກສາລາວ ຢູ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ຈໍາເປັນຕ້ອງໄດ້ເພີ່ມການເອົາໃຈໃສ່ເປັນພິເສດ ແລະ ຕ້ອງການໃຫ້ມີການຮ່ວມມືຈາກຝ່າຍຈີນຢ່າງຕໍ່ເນື່ອງ, ການສົ່ງເສີມ ຫຼື ພັດທະນາຖານການຜະລິດໃຫ້ກາຍເປັນສະຖານທີ່ຝຶກພາກປະຕິບັດກະສິກໍາທັນໄໝ ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາໄດ້ຮຽນຮູ້ພາກປະຕິບັດໃຫ້ຫຼາຍຂຶ້ນນັ້ນ. ຍັງຕ້ອງການຄວາມຊ່ວຍເຫຼືອດ້ານເຕັກນິກວິຊາການຈາກຝ່າຍຈີນ ໂດຍສະເພາະລະບົບຕ່າງໆທີ່ກ່ຽວຂ້ອງກັບການຜະລິດພືດໃນເຮືອນຮົ່ມ, ການຮ່ວມມືໃນວຽກງານການຄົ້ນຄວ້າ ແລະ ພັດທະນາຫຼາຍດ້ານ ໂດຍສະເພາະການປັບປຸງແນວພັນພືດ ແລະ ພັນສັດ ຍັງມີຄວາມຈໍາເປັນຕ້ອງໄດ້ຮັບການຮ່ວມມື ແລະ ສົ່ງເສີມຈາກຝ່າຍຈີນໃຫ້ຫຼາຍຂຶ້ນ. ໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝຈີນ-ລາວ ໄດ້ຮັບການລິເລີ່ມໃນປີ 2023 ໂດຍການຮ່ວມມືຂອງ 3 ຝ່າຍ ຫຼື ສະຖາບັນການສຶກສາລະດັບສູງຂອງ ສປປ ລາວ ແລະ ສປ ຈີນ ຊຶ່ງຝ່າຍ ສປປ ລາວ ປະກອບມີວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ພາຍໃຕ້ການຊີ້ນໍາໂດຍກົງຂອງກົມອາຊີວະສຶກສາ ແລະ ກົມຮ່ວມມືກັບຕ່າງປະເທດຂອງກະຊວງ ສສກ ໂດຍມີຄູ່ຮ່ວມພັດທະນາແມ່ນຄະນະກະເສດສາດ ມຊ, ສ່ວນຝ່າຍ ສປ ຈີນ ແມ່ນມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກໍາກວາງຊີ ພາຍໃຕ້ການຊີ້ນໍາຂອງພະແນກສຶກສາທິການແຂວງກວາງຊີ. ໂຄງການດັ່ງກ່າວມີໄລຍະເວລາການຮ່ວມມື 3 ປີ, ຈຸດປະສົງເພື່ອສ້າງ ແລະ ຝຶກທັກສະສີມືແຮງງານກະສິກໍາທີ່ທັນສະໄໝໃຫ້ ສປປ ລາວ ໂດຍການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ແລະ ນັກວິຊາການ ສປ ຈີນ.

ທ່ານ ຊິນ ກ່າງ ໄດ້ກ່າວວ່າ: ໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝຈີນ-ລາວ ແມ່ນຮູບແບບ

“ລັດຮ່ວມກັບວິສາຫະກິດ" ເປັນຜູ້ສ້າງໂດຍລັດຖະບານເປັນຜູ້ນໍາພາ ແລະ ເປັນເວທີວິສາຫະກິດອຸດສາຫະກຳ, ວິທະຍາ ໄລ, ສະຖາບັນຕ່າງໆເຂົ້າມາຮ່ວມມືກໍ່ສ້າງບຸກຄະລາກອນ, ຮ່ວມກັນຄົ້ນຄວ້າສົ່ງເສີມນໍາໃຊ້ອະຊີວະສຶກສາ ແລະ ມາດ ຕະຖານກະສິກຳ, ຮ່ວມກັນສາທິດນໍາໃຊ້, ດຶງເອົາອາຈານ ແລະ ນັກສຶກສາ, ຊ່າງສີມືເຂົ້າມາຮ່ວມ, ເປັນສູນລວມກໍ່ສ້າງບຸກຄະລາກອນ, ການຄົ້ນຄ້ວາຮູບແບບວິທະຍາສາດ, ໃຫ້ບໍລິການສັງຄົມ, ເປັນບ່ອນແລກປ່ຽນບົດຮຽນ ແລະ ອື່ນໆ, ສ້າງພື້ນຖານໃຫ້ການຮ່ວມມືທາງດ້ານການສຶກສາ, ອາຊີບກະສິກຳໃນປະເທດອາຊຽນໃຫ້ສູງຂຶ້ນຮອດປີ 2026, ການຮັບສະໝັກນັກສຶກສາຈະບໍ່ຕໍ່າກວ່າ 150 ຄົນ, ຈັດຝຶກອົບຮົມໃຫ້ວິຊາການກະສິກຳປະເທດອາຊຽນໃຫ້ໄດ້ຫຼາຍກວ່າ 1,500 ຄົນ, ຮ່ວມກັບຂ້າງນອກ ແລະ ບໍລິສັດສ້າງອະຊີວະສຶກສາ ແລະ ເຕັກນິກກະສິກຳໃຫ້ໄດ້ 79 ໂຄງການ, ຝຶກອົບຮົມອາຈານໃຫ້ໄດ້ຫຼາຍກວ່າ 50 ເທື່ອຄົນ, ນໍາເຂົ້າແນວພັນພືດກະສິກຳໃຫ້ໄດ້ຫຼາຍກວ່າ 60 ແນວພັນ, ສົ່ງເສີມນໍາໃຊ້ແນວພັນ 16 ແລະ ເຕັກນິກໃຫ້ໄດ້ຫຼາຍກວ່າ 667 ເຮັກຕາ. ພາຍຫຼັງສ້າງຕັ້ງສະຖາບັນສີມືແຮງງານກະສິກຳທັນສະໄໝມາໄດ້ 1 ປີກວ່າ, ມາຮອດເດືອນພຶດສະພາ 2025 ສໍາເລັດລະບົບການຮຽນ-ການສອນຂັ້ນພື້ນຖານ ໂດຍເອົາຮູບແບບ “ພາສາຈີນບວກທັກສະຄວາມສາມາດເຕັກນິກກະສິກຳ" ເປັນເອກະລັກສ້າງບຸກຄະລາກອນລະບົບການຝຶກອົບຮົມວິຊາການ, ປັດ ຈຸບັນໄດ້ຮັບນັກສຶກສໍາເລັດແລ້ວຈໍານວນ 100 ຄົນ, ມີນັກສໍາມະນາກອນເຂົ້າຮ່ວມຝຶກອົບຮົມທັງໝົດຈໍານວນ 1,103 ຄົນ.

ຂ່າວ: ບຸນອູ້ມ; ພາບ: ບຸນຕອມ

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ