ເປີດຖ້ຽວບິນຕົງ ປາກເຊ-ກວາງໂຈ, ກວາງໂຈ-ປາກເຊ ຢ່າງເປັນທາງການ

ເປີດຖ້ຽວບິນຕົງ ປາກເຊ-ກວາງໂຈ, ກວາງໂຈ-ປາກເຊ ຢ່າງເປັນທາງການ
ພິທີເປີດຖ້ຽວບິນຕົງ ປາກເຊ-ກວາງໂຈ, ກວາງໂຈ-ປາກເຊ ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ ນີ້ ທີ່ສະໜາມບິນສາກົນປາຍຢູນ ຊຶ່ງນັບແຕ່ມື້ນີ້ ເຮັດໃຫ້ຖ້ຽວບິນຕົງ ທີ່ບິນຈາກ ສປປ ລາວ-ນະຄອນກວາງໂຈ ສປ ຈີນ ເພີ່ມຂຶ້ນເປັນ 2 ເສັ້ນທາງການບິນ ແລະ ນີ້ເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ທີ່ຈະເດີນທາງເຂົ້າມາພາກໃຕ້ຂອງລາວ ອັນເປັນການສົ່ງເສີມໃຫ້ມີການເຊື່ອມໂຍງເຊື່ອມຈອດ ທັງຍູ້ແຮງປີທ່ອງທ່ຽວລາວ 2024 ໃຫ້ມີນັກທ່ອງທ່ຽວມາທ່ຽວລາວຫຼາຍຂຶ້ນ ໂດຍສະເພາະແຂວງຈໍາປາສັກ ທີ່ມີແຫຼ່ງທ່ອງທ່ຽວຫຼາກຫຼາຍ ມີທັງໝົດຫຼາຍກວ່າ 244 ແຫ່ງ.
ເຂົ້າຮ່ວມພິທີເປີດຖ້ຽວບິນຄັ້ງນີ້, ມີ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ທ່ານສົມພອນ ສີຈະເລີນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍບັນດາການນໍາຂອງລາວ ຈາກສູນກາງ, ທ້ອງຖິ່ນ ແລະ ບັນດາການນໍາຂອງບໍລິສັດລັດວິສາຫະກິດການບິນລາວ, ການນໍາຂອງສະໜາມບິນສາກົນ ປາຍຢູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ສະເຫຼີມ ໄຕຍະລາດ ຮອງອຳນວຍການລັດວິສາຫະກິດການບິນລາວ ໄດ້ກ່າວໃຫ້ຮູ້ວ່າ: ຜ່ານມາ, ຖ້ຽວບິນຕົງ ທີ່ເປັນເສັ້ນທາງການບິນ ຈາກ ສປປ ລາວ-ນະຄອນກວາງໂຈ ມີແຕ່ຈາກນະຄອນຫຼວງວຽງຈັນ-ກວາງໂຈ; ນັບແຕ່ມື້ນີ້, ໄດ້ເພີ່ມເປັນ 2 ເສັ້ນທາງບິນຕົງ ໂດຍເລີ່ມຖ້ຽວບິນທໍາອິດໃນມື້ເປີດພິທີນີ້ ຊຶ່ງນອກຈາກຈະເປັນການພັດທະນາສົ່ງເສີມການທ່ອງທ່ຽວລະຫວ່າງ 2 ຊາດ, ການແລກປ່ຽນວັດທະນະທໍາຕ່າງໆແລ້ວ ກໍຍັງຈະເຮັດໃຫ້ ລາວ-ຈີນ ມີຄວາມຮັດແໜ້ນຂຶ້ນຕື່ມ ໃນການເດີນທາງໄປ-ມາ ທີ່ສະດວກສະບາຍ ລະຫວ່າງ ນະຄອນປາກເຊ ແລະ ນະຄອນກວາງໂຈ ໂດຍການເປີດຖ້ຽວບິນຕົງນີ້ ຈະເປັນຜົນສຳເລັດອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ ໃນການສົ່ງເສີມການທ່ອງທ່ຽວລະຫວ່າງ ນະຄອນປາກເຊ ແລະ ນະຄອນກວາງໂຈ.
ທ່ານ ສີ ຢ້າວ ໝິງ ຮອງອຳນວຍການບໍລິສັດສະໜາມບິນສາກົນປາຍຢູນ ກ່າວວ່າ: ການເປີດຖ້ຽວບິນຕົງປາກເຊ-ກວາງໂຈ, ກວາງໂຈ-ປາກເຊ ຄັ້ງນີ້ ເປັນການເພີ່ມທະວີການເຊື່ອມຕໍ່ນະຄອນກວາງໂຈ ກັບບັນດາປະເທດທີ່ເຂົ້າຮ່ວມໃນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊຶ່ງເຊື່ອໝັ້ນວ່າ ຈະສາມາດເຮັດໃຫ້ການໄປ-ມາ ຫາສູ່, ການພົວພັນທາງດ້ານການຄ້າ, ເສດຖະກິດ ລະຫວ່າງ ກວາງໂຈ ແລະ ສປປ ລາວ ເພີ່ມຂຶ້ນ; ປີ 2024 ມານີ້, ສະໜາມບິນປາຍຢູນ ໄດ້ເປີດຖ້ຽວບິນສາກົນ ກໍມີ 20 ກວ່າປະເທດແລ້ວ ທີ່ມີຖ້ຽວບິນມາລົງຈອດ ຊຶ່ງພວກເຮົາກໍຈະເພີ່ມທະວີຄວາມເຂັ້ມແຂງການເຊື່ອມຕໍ່ກັບຕົວເມືອງສຳຄັນຕ່າງໆ ໃນທົ່ວໂລກ ເພື່ອຍົກລະດັບການແຂ່ງຂັນຂອງສະໜາມບິນເຮົາໃນເວທີສາກົນ.ສະເພາະການຮ່ວມມືກັບລັດວິສາຫະກິດການບິນລາວ, ທາງສະໜາມບິນປາຍຢູນ ກໍຈະໃຫ້ການຮ່ວມມື ແລະ ບໍລິການຢ່າງເຕັມທີ່ ເພື່ອໃຫ້ຖ້ຽວບິນຕົງ ທີ່ເປັນເສັ້ນທາງການບິນໃໝ່ ທີ່ເປີດຂຶ້ນຢ່າງເປັນທາງການໃນມື້ນີ້ ໄດ້ປະສົບຜົນສຳເລັດ.
ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ໃນປີ 2024ນີ້, ລັດຖະບານລາວ ໄດ້ກຳນົດໃຫ້ເປັນປີ ທ່ອງທ່ຽວລາວ ຊຶ່ງມີຫຼາກຫຼາຍກິດຈະກຳການທ່ອງທ່ຽວທີ່ໄດ້ປະຕິບັດຢູ່ໃນທົ່ວປະເທດ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ; ພ້ອມທັງເປັນການໂຄສະນາການທ່ອງທ່ຽວຂອງ ສປປ ລາວ ສູ່ສາກົນຢ່າງເປັນວົງກວ້າງ, ໄປຄຽງຄູ່ກັບການພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານທີ່ຕິດພັນກັບການທ່ອງທ່ຽວ ໂດຍສະເພາະແມ່ນປັບປຸງເສັ້ນທາງຄົມມະນາຄົມ-ຂົນສົ່ງ. ການເປີດຖ້ຽວບິນຕົງນີ້ ບໍ່ພຽງແຕ່ຍົກລະດັບການເຊື່ອມໂຍງເຊື່ອມຈອດເສັ້ນທາງຄົມມະນາຄົມທາງອາດກາດ ລະຫວ່າງ 2 ນະຄອນ, ກໍຄື 2 ແຂວງ ຂອງ 2 ປະເທດ ລາວ ແລະ ຈີນ ເທົ່ານັ້ນ, ແຕ່ຍັງເປັນການຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວຂອງ 2 ປະເທດ; ພ້ອມທັງ, ເປັນການເປີດເສັ້ນທາງໃຫ້ແກ່ນັກທ່ອງທ່ຽວປະເທດທີິ 3 ເດີນທາງມາຢ້ຽມຢາມ ລາວ ແລະ ຈີນ ອີກຊ່ອງທາງໜຶ່ງ. ນອກນັ້ນ, ຍັງເປັນການດຶງດູດການລົງທຶນຂອງພາກທຸລະກິດ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ.
ໃນໂອກາດທີ່ສຳຄັນນີ້, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ກໍໄດ້ກ່າວໃຫ້ຮູ້ວ່າ: ການເປີດຖ້ຽວບິນຕົງນີ້, ຈະເປັນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບງອກງາມ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຈໍາປາສັກ ແລະ ກວາງໂຈ, ທັງໄດ້ເຊື່ອມຕໍ່ດ້ານການທ່ອງທ່ຽວ ແລະ ວັດທະນະທໍາໃຫ້ນັບມື້ກວ້າງຂວາງ. ແຂວງຈໍາປາສັກ, ເປັນແຂວງໜຶ່ງທີ່ເໝາະແກ່ການກະສິກຳ ແລະ ທ່ອງທ່ຽວ ຊຶ່ງປັດຈຸບັນມີ 18 ປະເທດທີ່ມາລົງທຶນຢູ່ແຂວງນີ້; ໃນນີ້, ສປ ຈີນ ຈັດຢູ່ໃນອັນດັບທີ 4 ຂອງການລົງທຶນຕ່າງປະເທດ ທີ່ເຂົ້າມາລົງທຶນ ແລະ ພິເສດແມ່ນການລົງທຶນຂະໜາດໃຫຍ່ ໃນການພັດທະນາເສດຖະກິດພິເສດມະຫານະທີສີທັນດອນ  ທີ່ເປັນການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ-ສົມພະມິດ ຊຶ່ງເປັນນໍ້າຕົກຕາດທີ່ໃຫຍ່ທີ່ສຸດໃນອາຊຽນ ມີມູນຄ່າການລົງທຶນ 9 ຕື້ກວ່າໂດລາ. ການເປີດຖ້ຽວບິນຕົງນີ້, ທັງເປັນການຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງເປັນຮູບປະທໍາ ແລະ ຂໍໃຫ້ຖ້ຽວບິນຕົງ ທີ່ເປັນເສັ້ນທາງການບິນໃໝ່ນີ້ ໃຫ້ມີຜົນສຳເລັດ.
ຂະນະທີ່ຢູ່ສະໜາມບິນສາກົນປາກເຊ, ໃນຕອນເຊົ້າຂອງວັນຈັນ ທີ 20 ພຶດສະພາ ນີ້ ໃນເວລາ 3:45 ໂມງ (ຕາມເວລາທ້ອງຖິ່ນ) ການນໍາ ແລະ ຊາວແຂວງຈໍາປາສັກ ກໍໄດ້ມີການຕ້ອນຮັບການມາເຖິງຂອງເຮືອບິນ ທີ່ແມ່ນຖ້ຽວບິນຕົງ ຈາກກວາງໂຈ-ປາກເຊ ຖ້ຽວທໍາອິດຂອງການເປີດຖ້ຽວບິນຕົງນີ້ຢ່າງຄຶກຄື້ນ ຊຶ່ງໄດ້ມີການຖືປ້າຍພິທີເປີດຖ້ຽວບິນ ແລະ ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ; ພ້ອມທັງ, ໄດ້ຕ້ອນຮັບຜູ້ໂດຍສານຈໍານວນຫຼາຍ ຊຶ່ງໃນນີ້ກໍມີນັກທ່ອງທ່ຽວຊາວຈີນ ເກືອບ 100 ຄົນ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ