ເປີດວາລະສານອາລຸນໃໝ່ເອເລັກໂຕຣນິກຢ່າງເປັນທາງການ

ເປີດວາລະສານອາລຸນໃໝ່ເອເລັກໂຕຣນິກຢ່າງເປັນທາງການ
ເປີດວາລະສານອະລຸນໃໝ່ເອເລັກໂຕຣນິກຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 9 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກມີພາກສ່ວນທີ່ກ່ຽວເຂົ້າຮ່ວມ.
 
ສະຫາຍ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າບັນນາທິການວາລະ ສານອະລຸນໃໝ່ກ່າວວ່າ: ການເປີດເວັບໄຊ ວາລະສານອະລຸນໃໝ່ເອເລັກໂຕຣ ນິກ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມພະຍາຍາມບຸກບືນ ແລະ ບົນຈິດ ໃຈສ້າງການຫັນປ່ຽນສູ່ຄຸນນະພາບໃໝ່ ຂອງວາລະສານອະລຸນໃໝ່ ດ້ວຍຄວາມເປັນເຈົ້າການ, ປະດິດສ້າງ ແລະ ປັບປຸງຢ່າງຕັ້ງໜ້າ ເພື່ອຕອບ ສະໜອງ ຄວາມຕ້ອງການດ້ານຂໍ້ມູນຂ່າວສານໃຫ້ຜູ້ອ່ານ ທີ່ເພີ່ມສູງຂຶ້ນນັບມື້, ວາລະສານ ອະລຸນໃໝ່ເອເລັກໂຕຣນິກ ຈະຕ້ອງປະສານ ສົມທົບກັບ ພາກສ່ວນຕ່າງໆ ເພື່ອ ຍົກລະດັບ, ຍົກສູງຄວາມສາມາດດ້ານຕ່າງໆ ເພື່ອເພີ່ມປະສິດທິພາບ, ປະສິດທິຜົນໃນວຽກງານໂຄສະນາສຶກອົບຮົມ, ປະຕິບັດໜ້າທີ່ ການເມືອງທີ່ໄດ້ຮັບມອບ ໝາຍເປັນຢ່າງດີ, ກຳແໜ້ນສະຖານະການ ແລະ ຕອບສະໜອງຢ່າງທັນການ ຜ່ານສື່ມວນຊົນ ເປັນຕົ້ນຜ່ານສື່ແບບໃໝ່ ໃຫ້ ແກ່ການນຳ, ພະນັກງານ, ສະມາຊິກພັກ ທັງສູນກາງ ແລະ ທ້ອງຖິ່ນໃຫ້ ກວ້າງຂວາງກວ່າເກົ່າ, ປະກອບສ່ວນ ຕົວຈິງໃນການແກ້ໄຂບັນຫາ ແລະ ສະພາບຕ່າງໆທີ່ມີຄວາມສະຫຼັບສັບຊ້ອນ-ມີຫຼາຍຮູບແບບ ໃນຍຸກແຫ່ງຂໍ້ມູນ ຂ່າວສານປັດຈຸບັນ, ປະກອບສ່ວນໃຫ້ ວາລະສານອະລຸນໃໝ່ ເຮັດສຳເລັດ ໜ້າທີ່ການເມືືອງຂອງຕົນໃນ ການຫັນເປັນທັນສະໄໝ, ສົມກັບຄວາມເຊື່ອໝັ້ນ ຂອງພັກ-ລັດ ແລະ ປະຊາຊົນ.
 
ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຄຳເຫັນວ່າ: ກ່ອນໜ້ານີ້ 38 ປີ, ເນື່ອງ ໃນໂອກາດວັນສ້າງຕັ້ງ ແລະ ພິມຈຳໜ່າຍວາລະສານ ອະລຸນໃໝ່ ປະທານ ໄກ ສອນ ພົມວິຫານ ໄດ້ມີຄຳເຫັນວ່າ: “ວາລະສານອະລຸນໃໝ່ ແມ່ນອົງການ ທິດສະດີ ແລະ ການເມືອງຂອງສູນກາງພັກ ຊຶ່ງມີໜ້າທີ່ສໍາຄັນໃນການ ເຜີຍ ແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ທັດສະນະ, ແນວທາງ, ນະໂຍບາຍ ຂອງພັກ, ວາລະສານອະລຸນໃໝ່ ຍັງມີໜ້າທີ່ປະກອບສ່ວນເຂົ້າໃນ ການສະຫຼຸບສັງລວມ, ຖອດຖອນບົດຮຽນການນຳພາຂອງພັກໃນທຸກຂົງເຂດ ວຽກງານ ປະຕິວັດໃນແຕ່ລະໄລຍະ 
 
ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຕື່ມວ່າ: ພາຍໃຕ້ການນຳພາຂອງພັກ ໂດຍສະເພາະການຊີ້ນຳ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ, ນັບແຕ່ປີ 1985 ຈົນ ເຖິງປັດຈຸບັນ ວາລະສານ ອະລຸນໃໝ່ ໄດ້ເຕີບໃຫຍ່ ຂະຫຍາຍຕົວ ແລະ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າໃນວຽກງານການເມືອງ-ແນວຄິດ, ວຽກງານ ໂຄສະນາອົບຮົມຂອງພັກ ໂດຍສະເພາະໄດ້ ປະກອບສ່ວນ ສ້າງຄວາມຮູ້ ກ່ຽວກັບການປ່ຽນແປງໃໝ່ດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວ ກັບການ ສ້າງສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ເຊື່ອມຊຶມກຳ ແໜ້ນແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ດ້ວຍການ ຄົ້ນຄວ້າຂຽນບົດຕ່າງໆ, ແປ, ກວດແກ້, ຮຽບຮຽງ, ຈັດພິມລົງໃນບັນດາຄໍລຳຂອງວາລະສານເປັນປົກກະຕິ ແລະ ຕໍ່ເນື່ອງ. ໂດຍເຫັນໄດ້ບົດບາດຄວາມ ສຳຄັນຂອງໜ້າທີ່ການເມືອງນັບມື້ສູງຂຶ້ນ, ວາລະສານ ອະລຸນ ໃໝ່ ຊຶ່ງເປັນ ວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ມີຄວາມ ຈຳເປັນຢ່າງຍິ່ງ ຈະຕ້ອງໄດ້ພັດທະນາ, ຍົກລະດັບ ແລະ ຫັນປ່ຽນໄປສູ່ ຄວາມທັນສະໄໝເທື່ອລະກ້າວ ກໍຄື ການສ້າງວາລະສານເອເລັກໂຕຣນິກ ເພື່ອຍົກ ລະດັບຄວາມສາມາດຕົວຈິງ ການປະຕິບັດພາລະບົດບາດ ແລະ ເຮັດຫຼຸ້ອນ ໜ້າທີ່ການເມືອງຂອງຕົນໃຫ້ນັບມື້ດີຂຶ້ນ ແລະ ສ້າງການຫັນປ່ຽນໃໝ່ສູ່ຄຸນ ນະພາບໃໝ່ເທື່ອລະກ້າວ ທັງເນື້ອໃນ ແລະ ຮູບການ, ເຮັດໃຫ້ວາລະສານ ມີຫຼາຍຮູບ, ຫຼາຍສີ, ທັນກັບສະພາບການ ແລະ ສາມາດຕອບສະໜອງດ້ານ ຂໍ້ມູນ-ຂ່າວສານໃຫ້ແກ່ກັບຜູ້ບໍລິໂພກໄດ້ຢ່າງສະດວກ, ວ່ອງໄວ ແລະ ກວ້າງຂວາງກວ່າເກົ່າ ສະນັ້ນການເປີດເວັບໄຊວາລະສານອະລຸນໃໝ່ເອເລັກໂຕຣນິກ ຖືເປັນ ເຫດການທີ່ມີຄວາມໝາຍຄວາມສໍາຄັນຂອງສື່ມວນຊົນ, ຕີລາຄາສູງ ແລະ ຊົມເຊີຍ ໃນຈິນຕະນາການໃໝ່, ວິໄສທັດ ແລະ ການປັບປຸງປ່ຽນແປງ ຢ່າງ ປະດິດສ້າງຂອງວາລະ ສານອະລຸນໃໝ່ ໂດຍ ສະເພາະແມ່ນຄວາມຕັດສິນ ໃຈຂອງການນຳແຕ່ລະຮຸ່ນ, ພິເສດແມ່ນ ຄວາມພະຍາຍາມຂອງຄະນະບັນ ນາທິການວາລະສານ ແລະ ພະນັກງານທັງໝົດຂອງວາລະສານອະລຸນໃໝ່, ພ້ອມນີ້ສະແດງຄວາມຊົມເຊີຍ ມາຍັງພາກ ສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນວາລະສານ ກົງສານ ສສ ຫວຽດນາມ ທີ່ໄດ້ໃຫ້ ການ ຊ່ວຍເຫຼືອ, ສະໜັບສະໜູນ ດ້ວຍດີ ຕະຫຼອດມາ. ເຊື່ອໝັ້ນວ່າ ວາລະ ສານອະລຸນໃໝ່ເອເລັກໂຕຣນິກ ຈະກາຍເປັນ ແຫຼ່ງສະໜອງ ຂໍ້ມູນ-ຂ່າວ ສານ ອັນຈຳເປັນ ເພື່ອຮັບໃຊ້ໃນວຽກງານສື່ມວນຊົນ ຂອງພັກ-ລັດ ກໍຄືໃນການໂຄ ສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ,ນະໂຍບາຍຂອງລັດ ແລະ ເວົ້າສະເພາະ ແມ່ນໃນວຽກ ງານການເມືອງ-ແນວຄິດ, ວຽກງານໂຄສະນາອົບ ຮົມຢ່າງມີປະສິດພາບ-ປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.
 
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ