![]() |
ພະອາຈານ ທິກທໍລາກ ໄດ້ກ່າວຈຸດປະສົງຂອງການເຂົ້າພົບປະໃນຄັ້ງນີ້ວ່າ:ແມ່ນເພື່ອອວຍພອນການນຳແຂວງ, ເຂົ້າຮ່ວມສະຫຼູບປີໃໝ່ຂອງຊຸມຊົນຊາວຫວຽດນາມຢູ່ແຂວງຊຽງຂວາງ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຂອງຊາວຫວຽດນາມ.ໃນປີນີ້, ຄາດວ່າຈະຈັດພິທີຈູດທູບທຽນ, ກາບໄຫ້ວ ເພື່ອລະນຶກເຖິງຄຸນງາມຄວາມດີຂອງທະຫານຜູ້ທີ່ເສຍສະຫຼະໃນພາລະກິດຕໍ່ສູ້ກູ້ຊາດລາວ ແລະ ທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ຊຶ່ງຈະຈັດພິທີດັ່ງກ່າວໃຫ້ຍິ່ງໃຫຍ່ຂຶ້ນເປັນລະດັບຊາດ, ຄາດວ່າຈະຈັດໃສ່ໃນເດືອນເມສາ ກ່ອນວັນສົງການປີໃໝ່ລາວ ເພື່ອໃຫ້ຊາວຫວຽດນາມທີ່ເດີນທາງມາຮ່ວມພິທີໄດ້ຮ່ວມສະຫຼອງປີໃໝ່ລາວ ເປັນການດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນ.
ໂອກາດນີ້, ທ່ານປະທານຄະນະກຳມະການປະທານປົກຄອງແຂວງ ໄດ້ສະແດງຄວາມດີໃຈ ທີ່ທາງວັດມິດຕະພາບ, ຫໍບູຊານັກຮົບທີ່ເສຍສະຫຼະຊີວິດລາວ-ຫວຽດນາມ ໄດ້ມີທິດທາງແຜນການອັນດີ ເປັນການໂຄສະນາການທ່ອງທ່ຽວ, ແລກປ່ຽນວັດທະນະທຳ, ໄປມາຫາສູ່ ພົວພັນແລກປ່ຽນບົດຮຽນ ກິດຂອງສົງ ແຂວງກໍຄືປະຊາຊົນຊາວຊຽງຂວາງ ພ້ອມແລ້ວໃຫ້ການຮ່ວມມື ສະນັບສະໜູນ ເຂົ້າຮ່ວມພິທີດັ່ງກ່າວ.
(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ