ພັກ ນໍາພາ-ຊີ້ນໍາ ການຄຸ້ມຄອງປົກປັກຮັກສາປ່າໄມ້ ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ

ພັກ ນໍາພາ-ຊີ້ນໍາ ການຄຸ້ມຄອງປົກປັກຮັກສາປ່າໄມ້ ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ
ໂດຍ: ສ.ບຸດປະຊາ
ຄົບຮອບ 69 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955-22/3/2024) ບັນດາພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນລາວທຸກຊັ້ນຄົນ ຕາງກໍສະແດງຄວາມຮູ້ສຶກ ແລະ ຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງພັກໃນໄລຍະຜ່ານມາ ຢ່າງເປັນຂະບວນຟົດຟື້ນ; ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກໍແມ່ນຜູ້ໜຶ່ງ ຊຶ່ງໄດ້ໃຫ້ສຳພາດທີ່ກົມປ່າໄມ້ ເມື່ອວັນທີ 21 ມີນາຜ່ານມາ ວ່າ: ມີຄວາມເອກອ້າງທະນົງໃຈ ແລະ ເຫັນແຈ້ງວ່າ “ພັກເຮົາໄດ້ປະຕິບັດພາລະບົດບາດຂອງຕົນຢ່າງສົມກຽດກັບຄວາມຮັກແພງ ແລະ ຄວາມເຊື່ອຖືຂອງປະຊາຊົນບັນດາເຜົ່າ; ການນໍາພາ-ຊີ້ນໍາ ຂະແໜງປ່າໄມ້ມີອັນພົ້ນເດັ່ນ ໂດຍສະເພາະແມ່ນຄວາມເອົາໃຈໃສ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປົກປັກຮັກສາປ່າໄມ້ ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ”.
ທ່ານ ສົມຫວັງ ພິມມະວົງ ກ່າວວ່າ: ຕະຫຼອດໄລຍະເວລາ 69 ປີຜ່ານມາ, ພັກເຮົາ ຍາມໃດກໍໄດ້ຍົກສູງຈິດໃຈຕໍ່ສູ້ອັນກ້າແກ່ນ, ເດັດຂາດບໍ່ຍອມຈຳນົນ; ຍາມໃດກໍມີຄວາມບໍລິສຸດຜຸດຜ່ອງ ຕໍ່ຜົນປະໂຫຍດຂອງຊົນຊັ້ນ ແລະ ຂອງຊາດເຮົາຢູ່ສະເໝີ, ພັກເຮົາບໍ່ມີວັດຖຸປະສົງອື່ນໃດ, ນອກຈາກເຮັດທຸກສິ່ງທຸກຢ່າງເພື່ອໃຫ້ປະຊາຊົນ ໄດ້ຢູ່ດີ ກິນດີ, ມີຄວາມຜາສຸກ ແລະ ເພື່ອໃຫ້ປະເທດຊາດຮັ່ງມີ, ເຂັ້ມແຂງ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທຳ. ພ້ອມດຽວກັນນີ້, ພຶດຕິກຳໃນຕະຫຼອດໄລຍະຜ່ານມາ ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ “ພັກເຮົາເປັນປັດໄຈພື້ນຖານ ທີ່ຕັດສິນກວ່າໝູ່ ຕໍ່ຜົນສຳເລັດຂອງການປະຕິວັດຢູ່ປະເທດເຮົາ”. ນັບແຕ່ສ້າງຕັ້ງຂຶ້ນມາ, ພັກໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ແບກຫາບພາລະກຳປະຫວັດສາດ ອັນຍິ່ງໃຫຍ່ໃນແຕ່ລະໄລຍະ ທີ່ແຕກຕ່າງກັນ ແລະ ກໍມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ: “ພັກເຮົາໄດ້ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນ ໄດ້ສຳເລັດຢ່າງສະຫງ່າງາມ”. ຜົນງານໃຫຍ່ຫຼວງພົ້ນເດັ່ນໃນໄລຍະໃໝ່ນີ້, ແມ່ນພັກໄດ້ມີຄວາມສະດຸ້ງໄວ, ມີການປ່ຽນແປງໃໝ່ການນໍາພາຂອງຕົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຊາດ ແລະ ສາກົນ ດ້ວຍການວາງແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການ ຊຶ່ງສາມາດປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ.
ສະເພາະຂະແໜງປ່າໄມ້ມີອັນພົ້ນເດັ່ນ ກໍຄືນໍາພາ-ຊີ້ນໍາ ການຄຸ້ມຄອງ, ປົກປັກຮັກສາ, ນໍາໃຊ້ ແລະ ພັດທະນາປ່າໄມ້ ຊຶ່ງໄດ້ເອົາໃຈໃສ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປົກປັກຮັກສາປ່າໄມ້ ໄປຕາມທິດສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໂດຍຖືເອົາການສຳຫຼວດ, ກຳນົດເນື້ອທີ່ດິນປ່າໄມ້, ທົບທວນຄືນເນື້ອທີ່ປ່າປ້ອງກັນແຫ່ງຊາດ, ປ່າສະຫງວນ-ອຸທິຍານແຫ່ງຊາດ, ປ່າຜະລິດ ໂດຍການສ້າງ ແລະ ປັບປຸງບັນດານິຕິກຳ, ການສ້າງແຜນຄຸ້ມຄອງ, ການລົງທຶນ, ການປະຕິບັດສົນທິສັນຍາ ແລະ ອະນຸສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອຄຸ້ມຄອງ ແລະ ພັດທະນາ 3 ປະເພດປ່າດັ່ງກ່າວ ແລະ ການຄຸ້ມຄອງຊີວະນາໆພັນທີ່ໃກ້ຈະສູນພັນ ໃຫ້ເປັນຮູບປະທຳ. ຈາກການຊີ້ນຳ-ນຳພາວຽກງານດັ່ງກ່າວ, ຂະແໜງປ່າໄມ້ ສາມາດອອກດໍາລັດສ້າງຕັ້ງປ່າປ້ອງກັນແຫ່ງຊາດໄດ້ 8 ແຫ່ງ, ຍົກລະດັບປ່າສະຫງວນແຫ່ງຊາດ ເປັນອຸທິຍານແຫ່ງຊາດ ໄດ້ 6 ແຫ່ງ (ແຜນການ 2021-2025 ແມ່ນ 5 ແຫ່ງ), ການປູກໄມ້ອຸດສາຫະກຳ ປະຕິບັດໄດ້ 32.270 ເຮັກຕາ ເທົ່າກັບ 16% ຂອງແຜນການ (2 ແສນເຮັກຕາ); ຟື້ນຟູປ່າຊຸດໂຊມ ແບບທໍາມະຊາດ ແລະ ປູກເສີມ ໄດ້ 132.755 ເຮັກຕາ, ເທົ່າກັບ 7% ຂອງແຜນການ 1,8 ລ້ານເຮັກຕາ, ສໍາເລັດການວາງແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ ໄດ້ 486 ບ້ານ, ປະເມີນສິນເຊື່ອກາກບອນ ຄັ້ງທີ 1 (2019- 2021) ຢູ່ 6 ແຂວງພາກເໜືອ ຈໍານວນ 3,2 ລ້ານໂຕນ ເທົ່າກັບມູນຄ່າ 16 ລ້ານໂດລາ, (ຫຼຸດຄາດໝາຍ 0,2 ລ້ານໂຕນ ຫຼື ເທົ່າກັບ 1.000.000 ໂດລາ). ພາຍຫຼັງມີ ການມອບ-ຮັບ ວຽກງານ ໂຮງງານປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ແລະ ຢາງພາລາ ໄດ້ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເກັບກໍາຂໍ້ມູນ ສາມາດສັງລວມ ບັນດາໂຮງງານປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ແລະ ຢາງພາລາ ມີທັງໝົດ ຈຳນວນ 1.320 ແຫ່ງ. ພ້ອມດຽວກັນນັ້ນ, ສາມາດເກັບກໍາຂໍ້ມູນກ່ຽວກັບ ມູນຄ່າການຂຸດຄົ້ນ, ການສົ່ງອອກຜະລິດຕະພັນໄມ້ປູກ ແລະ ເຄື່ອງປ່າຂອງດົງ ສາມາດປະຕິບັດໄດ້ທັງໝົດ 1.483.901.059 ໂດລາ, ໃນນັ້ນ ສົ່ງອອກຜະລິດຕະພັນ ໄມ້ 751.010.580 ໂດລາ, ໄມ້ທ່ອນ (ໄມ້ປູກ) 19.518.772 ໂດລາ, ເຄື່ອງປ່າຂອງດົງ 30.235.550 ໂດລາ ແລະ ຢາງພາລາ 683.136.157 ໂດລາ. ນອກຈາກນີ້, ການສົ່ງອອກໄມ້ ຜ່ານ ສປປ ລາວ ໄປປະເທດທີ 3 ມີມູນຄ່າ 5.097.105 ໂດລາ.
ນັ້ນ, ແມ່ນບາງອັນພົ້ນເດັ່ນ ທີ່ມີໃນການຈັດຕັ້ງປະຕິບັດວຽກງານປ່າໄມ້ ພາຍໃຕ້ການນໍາພາຂອງພັກໄລຍະຜ່ານມາ ທ່າມກາງສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ບັນຫາອື່ນໆ. ປັດຈຸບັນ ກໍຄືຊຸມປີຕໍ່ໜ້ານີ້, ພັກເຮົາຮັບຮູ້ແຈ້ງຄວາມຮັບຜິດຊອບ ອັນໜັກໜ່ວງຂອງຕົນ ໃນການນຳພາປວງຊົນລາວທັງຊາດສືບຕໍ່ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຕັ້ງໜ້າສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາ ຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.
ໃນໂອກາດນີ້, ທ່ານ ສົມຫວັງ ພິມມະວົງ ກໍໄດ້ສະແດງຄວາມຮູ້ບຸນຄຸນ, ຂອບອົກຂອບໃຈນໍາ ການນຳພັກເຮົາ, ການຈັດຕັ້ງຂັ້ນເທິງ ທີ່ໄດ້ໃຫ້ການຊີ້ນໍາ ແລະ ນຳພາ ວຽກງານຂະແໜງການປ່າໄມ້ຕະຫຼອດມາ; ພ້ອມທັງກ່າວອວຍພອນວ່າ: “ຂໍອວຍພອນໄຊອັນປະເສີດແດ່ ທ່ານການນຳພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງທ່ານ ແລະ ສືບຕໍ່ຊີ້ນຳ-ນຳພາ ພາລະກິດທີ່ໜັກໜ່ວງ, ເຕັມໄປດ້ວຍສິ່ງທ້າທາຍ ແຕ່ມີກຽດສະຫງ່າ; ສືບຕໍ່ນໍາພາ ສ້າງສາບູລະນະລະບອບປະຊາທິປະໄຕ ປະຊາຊົນ, ກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ ແລະ ມີໄຊ”.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ