ພັກ ປປ ລາວ ໄດ້ນໍາພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ ຊຶ່ງແມ່ນຈຸດໝາຍ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ

ພັກ ປປ ລາວ ໄດ້ນໍາພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ ຊຶ່ງແມ່ນຈຸດໝາຍ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ

ພັກ ປປ ລາວ ໄດ້ນໍາພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ ຊຶ່ງແມ່ນຈຸດໝາຍ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ
ໂດຍ: ຍຸພິນທອງ ເນື່ອງໃນໂອກາດ ສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ(ປປ ລາວ) ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025), ສະຫາຍ ພົນຕີ ວົງສອນ ອິນປານພິມ

 

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ໃຫ້ສຳພາດຕໍ່ໜັງສືພິມປະຊາຊົນ ໃນວັນທີ 12ມີນາ ຜ່ານມາ ທີ່ກະຊວງປ້ອງກັນປະເທດ, ໂດຍໄດ້ສະແດງເຖິງຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວແລະ ບາງຜົນງານທີ່ພົ້ນເດັ່ນຂອງຄະນະພັກກະຊວງປ້ອງກັນປະເທດ ໃນການນໍາພາຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຂົ້າສູ່ວຽກງານຕົວຈິງ.

ພົນຕີ ວົງສອນ ອິນປານພິມ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກເອກອ້າງ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໃນຕະຫຼອດໄລຍະ 70 ປີມາ. ເວລາໃດພັກກໍເຊີດຊູບົດບາດ, ຄວາມສາມາດນໍາພາຂອງຕົນ ແລະ ມີໄຫວພິບ, ສະຫຼາດສ່ອງໃສ ສາມາດນໍາພາປະເທດຊາດ ຜ່ານວິກິດ ແລະ ຄວາມຫຍຸ້ງຍາກນາໆປາການ ບໍ່ວ່າໃນໄລຍະຕໍ່ສູ້ປົດປ່ອນຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ເຖິງແມ່ນວ່າສະພາບການ ຈະດຸເດືອດຂ້ຽວຂາດ, ຫຍຸ້ງຍາກສັບສົນ, ລະອິດລະອ້ຽວປານໃດກໍຕາມ ແຕ່ພັກເຮົາກໍສາມາດນໍາພາປະເທດຊາດຜ່ານໄປໄດ້ຢ່າງມີໄຊ; ວັນສ້າງຕັ້ງພັກຄົບຮອບ 70 ປີແມ່ນໄດ້ເຮັດໃຫ້ປວງຊົນລາວທັງຊາດມີຄວາມເອກະອ້າງທະນົງໃຈ ຕໍ່ຜົນງານໄຊຊະນະອັນໃຫຍ່ຫຼວງທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າຍາດມາໄດ້, ໃນການຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາປະເທດຊາດ ໃນປີ 1975; ພາຍຫຼັງໄດ້ຮັບການປົກປ່ອຍ, ພັກໄດ້ນໍາພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ ຊຶ່ງແມ່ນຈຸດໝາຍ ແລະ ຄວາມມຸ່ງມາດປາຖະໜາຂອງພັກ ກໍຄືປວງຊົນລາວບັນດາເຜົ່າໄດ້ຂີດໝາຍເອົາໄວ້ຊຶ່ງໄດ້ພິສູດໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຢ່າງມີຫຼັກການຂອງພັກ ໃນໄລຍະ 30 ກວ່າປີມານີ້ ໄດ້ມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ: ສາມາດປົກປັກຮັກສາ ເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ການພັດທະນາເສດຖະກິດ-ສັງຄົມ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ ຖ້າທຽບໃສ່ໃນເມື່ອກ່ອນ, ແນວທາງການຕ່າງປະເທດຂອງພັກ ໄດ້ຮັບການຈັດຕັ້ງຢ່າງມີໝາກມີຜົນ, ຊື່ສຽງ, ບົດບາດ ຂອງ ສປປ ລາວ ສູງເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ.

ທ່ານໄດ້ໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບກໍາລັງປະກອບອາວຸດ ເວົ້າລວມ, ເວົ້າສະເພາະ ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ກໍ່ສ້າງປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານຈໍານວນ ແລະ ຄຸນນະພາບ, ເວລາໃດພັກກໍໃຫ້ຄວາມສໍາຄັນ, ຄວາມເອົາໃຈໃສ່ໃນການນໍາພາເດັດຂາດ, ໂດຍກົງຮອບດ້ານຕໍ່ກອງທັບ, ສ້າງກອງທັບເປັນກອງທັບປະຕິວັດທີ່ໄວ້ໃຈໄດ້ຂອງພັກ, ເປັນທີ່ເພິ່ງອັນໜັກແໜ້ນຂອງປະຊາຊົນ, ເປັນກໍາແພງເພັດທີ່ແຂງແກ່ນ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ.ຕະຫຼອດໄລຍະ 76 ປີ ແຫ່ງການສ້າງຕັ້ງເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງສີແດງຂອງພັກ ແລະ ການນໍາພາປີຊາສາມາດ, ສະຫຼາດສ່ອງໃສຂອງພັກ, ກອງທັບກໍເຮັດລ້ອນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ນັ້ນຄື: ເປັນກໍາລັງຫຼັກແຫຼ່ງແກ່ນສານ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນລາວຮອບດ້ານ, ສາມາດຕີເອົາຊະນະສັດຕູທຸກໂຕ ໃນທຸກໄລຍະຂອງການປະຕິວັດ; ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ພ້ອມທັງໄດ້ປະກອບສ່ວນຕົວຈິງ ເຂົ້າໃນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ.ກະຊວງປ້ອງກັນປະເທດ ຊຶ່ງເປັນສູນກາງນໍາພາ-ບັນຊາ ກໍາລັງປະກອບອາວຸດ ກໍຄືກໍາລັງໃນກອງທັບ, ຊຸມປີຜ່ານມາຄະນະພັກກະຊວງປ້ອງກັນປະເທດ ກໍໄດ້ສຸມໃສ່ນໍາພາ-ບັນຊາບັນດາກົມກອງ ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນທົ່ວປະເທດ. ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຕ່າງໆຂອງສູນກາງພັກ, ເວົ້າສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັັກກະຊວງປ້ອງກັນປະເທດ ໄດ້ມີຜົນສໍາເລັດອັນສໍາຄັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ:ໄດ້ຮັບປະກັນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໄດ້ນໍາພາບັນດາກົມກອງເຄື່ອນໄຫວ ເຮັດໃຫ້ສະພາບຂອບເຂດທົ່ວປະເທດມີຄວາມສະຫງົບ, ບໍລິເວນຊາຍແດນ ແຕ່ເໜືອຮອດໃຕ້ ກໍຄືເຂດໃຈກາງຂອງປະເທດ ໄດ້ມີຄວາມສະຫງົບຢ່າງໜັກແໜ້ນ ສະແດງອອກໃນຕົວຈິງ ການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວເປັນເຈົ້າພາບໄດ້ມີຄວາມສະຫງົບປອດໄພ 100%.ໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທາງກວ້າງ ແລະ ທາງເລິກ, ລວມມີ 19 ກອງປະຕິບັດງານ ກໍ່ສ້າງຮາກຖານ, ຢູ່ 15 ແຂວງ, ມີ 26 ເມືອງ, 28 ຈຸດສຸມ, 142 ບ້ານຊຶ່ງຜົນສໍາເລັດອັນພົ້ນເດັ່ນແມ່ນການພັດທະນາ 3 ຈຸດສຸມຂອງແຂວງໄຊສົມບູນ; ຈຸດສຸມຄັງວຽງເມືອງໝອກ ແຂວງຊຽງຂວາງ ແລະ ຈຸດສຸມອື່ນໆ ທີ່ຕັ້ງຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ພ້ອມນີ້, ຍັງໄດ້ຮ່ວມມືກັບກອງທັບປະຊາຊົນຫວຽດນາມ, ພັດທະນາບັນດາກຸ່ມບ້ານຊາຍແດນ ລາວ-ຫວຽດນາມ ຕາມການມອບໝາຍຂອງສູນກາງພັກ, ສອງລັດຖະບານ ລາວ-ຫວຽດນາມ, ປັດຈຸບັນກໍາລັງສຸມໃສ່ ສອງກຸ່ມບ້ານໃໝ່ຄື:ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ; ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ແລະ ກຸ່ມບ້ານອື່ນໆ; ໄດ້ສຸມໃສ່ນໍາພາວຽກງານສຶກສາອົບຮົມການເມືອງແນວຄິດ, ເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວກອງທັບ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມເດັດດ່ຽວໜຽວແໜ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິກອງປະຊຸມໃຫຍ່ຕ່າງໆ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັັກກະຊວງປ້ອງກັນປະເທດ. ຈັດຕັ້ງປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງກອງທັບ.ໄດ້ເອົາໃຈໃສ່ດໍາເນີນຢ່າງຕັ້ງໜ້າ ເປັນຕົ້ນແມ່ນ: ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນທັງໝົດ 1,385 ໜ່ວຍພັກ ເທົ່າກັບ 76.94% ຂອງຈໍານວນໜ່ວຍພັກທັງໝົດທົ່ວກອງທັບ, ມີສະມາຊິກພັກແຂງ ກວມ 88.89% ຂອງຈໍານວນສະມາຊິກທັງໝົດ, ໄດ້ສຸມໃສ່ຊີ້ນໍາ ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວກອງທັບສໍາເລັດ 97%; ຮັບປະກັນລັກສະນະສືບທອດປ່ຽນແທນເປັນແຕ່ລະຮຸ່ນ ໄປຕາມແຜນກໍານົດສ້າງພະນັກງານແຕ່ລະໄລຍະ, ໄດ້ຈັດສົ່ງພະນັກງານໄປຍົກລະດັບ, ກໍ່ສ້າງ, ບໍາລຸງ ຢູ່ພາຍໃນ ແລະ ຕ່າງປະເທດ ແຕ່ລະປີ 300 ເຖິງ 400 ຄົນ; ຮັບປະກັນໄດ້ ດ້ານສະບຽງອາຫານເຄື່ອງນຸ່ງຫົ່ມ, ສະຖານທີ່ຄ້າຍຄູ, ຕະຫຼອດເຖິງສຸຂະພາບຂອງນາຍ ແລະ ພົນທະຫານ; ໄດ້ສຸມນໍາພາຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດທິດຊີ້ນໍາ 4 ປູກ 4 ລ້ຽງ ໃນກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ;ໄດ້ສຸມໃສ່ໃນການປະກອບພາຫະນະ ອາວຸດຍຸດໂທປະກອນ ໃຫ້ກົມກອງທະຫານ ເພື່ອຮັບປະກັນໃນການຫັດແອບ ແລະ ກຽມພ້ອມສູ້ຮົບ.ທັງໝົດນັ້ນ ແມ່ນຜົນງານ ກໍຄືຜົນສໍາເລັດ ທີ່ພົ້ນເດັ່ນຈໍານວນໜຶ່ງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ.

ໂອກາດດັ່ງກ່່າວ,ທ່ານ ພົນຕີ ວົງສອນ ອິນປານພິມໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບ ຂໍສະແດງຄວາມຮູ້ບຸນຄຸນ ມາຍັງພັກປະຊາຊົນປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ຊີ້ນໍາ-ນໍາພາ ກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ອັນມີກຽດຂອງຕົນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ໃນແຕ່ລະໄລຍະ ຂໍອວຍພອນໄຊອັນປະເສີດ ໃຫ້ບັນດາທ່ານ ການນໍາ ພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບໍານານ, ຕະຫຼອດເຖິງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ; ມີຄວາມຜາສຸກ ພ້ອມກັນອອກແຮງແຂ່ງຂັນ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025 ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານ.

ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງສຸດໃຈ !

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ