ພັກເຮົາເອົາໃຈໃສ່ສົ່ງເສີມທຸລະກິດເອກະຊົນໃຫ້ເປັນສ່ວນໜຶ່ງໃນການພັດທະນາປະເທດຊາດ

ພັກເຮົາເອົາໃຈໃສ່ສົ່ງເສີມທຸລະກິດເອກະຊົນໃຫ້ເປັນສ່ວນໜຶ່ງໃນການພັດທະນາປະເທດຊາດ

ພັກເຮົາເອົາໃຈໃສ່ສົ່ງເສີມທຸລະກິດເອກະຊົນໃຫ້ເປັນສ່ວນໜຶ່ງໃນການພັດທະນາປະເທດຊາດ
ໂດຍ:ວັນໄຊ ຕະວິນຍານ ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຂຶ້ນໃນວັນທີ 22 ມີນາ 1955 ແມ່ນເຫດການສໍາຄັນທາງດ້ານການເມືອງໃນປະຫວັດສາດຂອງຊາດລາວ ເພື່ອຮັບຜິດຊອບຊາຕາກໍາຂອງປະເທດຊາດ

ແລະ ຄວາມມຸ່ງຫວັງຂອງປະຊາຊົນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (22/3/1955-22/3/2025) ທ່ານ ຄໍາໝັ້ນ ໄຊຍະແສງ ຮອງປະທານສະພາອຸດສະຫະກໍາແລະການຄ້ານະຄອນຫຼວງປະທານກຸ່ມບໍລິສັດ ຈະເລີນວັດທະນາ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ:ຕະຫຼອດໄລຍະ70 ປີຜ່ານມາ, ພັກໄດ້ນໍາພາການປະຕິວັດຢ່າງດຸເດືອດຂ້ຽວຂາດ,ນັກຮົບປະຕິວັດ,ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ແຕ່ເໜືອຮອດໃຕ້ ໄດ້ຕໍ່ສູ້ກັບສັດຕູໂຕຮ້າຍກາດ, ເສຍສະຫຼະຈົນເລືອດອາບທາແຜ່ນດິນ,ສູນເສຍຊີວິດບໍ່ຈັກວ່າທໍ່ໃດ ຈຶ່ງສາມາດປົດປ່ອຍປະເທດຊາດໄດ້ເຮັດໃຫ້ຊາວໂລກຕ້ອງຕົກຕະລຶງ ຂອງຄວາມປີຊາສາມາດສະຫຼາດສ່ອງໃສ,ຄວາມພິລາດອາດຫານຂອງພັກເຮົາ ຈາກປະເທດນ້ອຍໆ ກໍາລັງກະບໍ່ຫຼາຍ,ອາວຸດຍຸດໂທປະກອນຫຼ້າສະໄໝ ແຕ່ຕີເອົາຊະນະສັດຕູ ຜູ້ຮຸກຮານ ພ້ອມດ້ວຍລູກມືຂອງພວກເຂົາໄດ້ຮັບຜົນສໍາເລັດ ຊຶ່ງເປັນຂີດໝາຍທາງປະຫວັດສາດທີ່ຊາວໂລກໄດ້ຈາລຶກ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ,ພັກເຮົາໄດ້ວາງຍຸດທະສາດໃນການປົກປັກຮັກສາ-ສ້າງສາປະເທດຊາດ ກ່ອນອື່ນໝົດແມ່ນໄດ້ ຟື້ນຟູຮໍາບາດແຜ່ສົງຄາມ,ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຈາກພື້ນຖານເສດຖະກິດຂອງປະເທດຫຼ້າຫຼັງ; ພັກເຮົາຈຶ່ງວາງແນວທາງໃນການປະຕິຮູບເສດຖະກິດ ຈາກການບໍລິຫານແບບເກື້ອກູນໄປສູ່ກົນໄກເສດຖະກິດແບບໃໝ່ ເປັນຂີດຫມາຍໃໝ່ທີ່ສ່ອງແສງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວຂອງເສດຖະກິດ-ສັງຄົມຂອງປະເທດເຮົາ.

ດ້ວຍແນວທາງການເມືອງທີ່ຖືກຕ້ອງ ດ້ວຍວິໃສທັດ ແລະ ການນໍາພາທີ່ສະຫຼາດສ່ອງໃສດ້ວຍມານະຈິດປະຕິວັດທີ່ສູງສົ່ງ, ໜຽວແໜ້ນ ແລະ ສຸດກົກສຸດປາຍຂອງພັກເຮົາ ບົນພື້ນຖານຖືເອົາຜົນປະໂຫຍດ ຂອງຊາດ ແລະ ຂອງປະຊາຊົນເປັນທີ່ຕັ້ງນັ້ນ, ພັກເຮົາໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມເສດຖະກິດໄປຕາມກົນໄກຕະຫຼາດ ຈຶ່ງເຮັດໃຫ້ທຸລະກິດຂອງຫຼາຍພາກສ່ວນ ໂດຍສະເພາະທຸລະກິດຂອງເອກະຊົນຂະຫຍາຍຕົວຢ່າງຕໍ່ເນື່ອງ.

ສໍາລັບຂ້າພະເຈົ້າເອງ ແມ່ນນັກທຸລະກິດ ເປັນບໍລິສັດນອ້ຍໆ ໄດ້ຮັບການເຕີບໃຫຍ່ເຂັ້ມແຂງ ຂຶ້ນມາໃນສັງຄົມ ກໍຍ້ອນ ແນວທາງຂອງພັກໃນການເປີດກວ້າງຊຸກຍູ້ສົ່ງເສີມໃຫ້ດໍາເນີນທຸລະກິດ.

ນະໂອກາດນີ້,ຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ພັກ ທີ່ໃຫ້ໂອກາດນັກທຸລະກິດລາວ ໄດ້ເຄື່ອນໄຫວຢ່າງເຕັມສ່ວນ ໃນການສ້າງສາພັດທະນາປະເທດຊາດຊຶ່ງຍາມໃດພັກເຮົາກໍມີຄວາມບໍລິສຸດ ຜຸດຜ່ອງຕໍ່ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ ແລະ ຂອງຊາດເປັນສໍາຄັນ ແລະ ພັກເຮົາບໍ່ມີວັດຖຸປະສົງອື່ນໃດ ນອກຈາກເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ປະຊາຊົນໄດ້ຢູ່ດີກິນດີ, ມີຄວາມຜາສຸກ ແລະ ປະເທດຊາດຮັ່ງມີ ເຂັ້ມແຂງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາແລະສີວິໄລ.

ໃນນາມສ່ວນຕົວຂ້າພະເຈົ້າ ທີ່ເປັນພົນລະເມືອງລາວ ແລະ ເປັນນັກທຸລະກິດຜູ້ໝຶ່ງຂໍໃຫ້ຄໍາໝັ້ນ ສັນຍາວ່າຈະເຊີດຊູບົດບາດການນຳພາຂອງພັກໃຫ້ສູງຂຶ້ນ,ຮັກສາຄວາມເປັນແບບຢ່າງນໍາໜ້າໃນການດໍາເນີນທຸລະກິດຂອງຕົນ ຕັ້ງໜ້ານໍາພາ ພະນັກງານພາຍໃນບໍລິສັດ ພ້ອມກັບເຊີດຊຸນໍ້າໃຈຮັກຊາດ ຕິດພັນກັບການເສີມຂະຫຍາຍ ຈິດໃຈເປັນເຈົ້າມານະຈິດປະຕິວັດ, ຍົກສູງຄວາມບາກບັ່ນບຸກບືນ ເຂົ້າໃສ່ການປະຕິບັດໜ້າທີ່ ແລະ ການທໍາມາຫາກິນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ແຂວງຄໍາມ່ວນໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນຜົນ ແລະ ວາງແຜນຄຸ້ມຄອງ-ອະນຸລັກ ພື້ນທີ່ອຸທິຍານທໍລະນີຫີນບູນ (HinbounGeopark) ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ໂດຍມີທ່ານ ບຸນປັນ ພຸດທະອາມາດ ຫົວໜ້າພະແນກຄຸ້ມຄອງປ່າສະຫງວນ (ຜູ້ຕາງໜ້າຈາກກົມປ່າໄມ້ (ກະຊວງກະສິກໍາ ແລະ ສິ່ງແວດລ້ອມ), ທ່ານ ບຸນປອນ ທອງສຸວັນນະລາດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີຊ່ຽວຊານ ແລະ ນັກວິທະຍາສາດ ຈາກຫຼາຍສາຂາວິຊາຊີບ ທັງພາຍໃນ ແລະ ຕ່າງປະເທດແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ເມືອງປາກຊ່ອງແຂວງຈຳປາສັກໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີXII ແລະຜັນຂະຫຍາຍຈັດຕັ້ງຮ່ຳຮຽນເອກະສານ5ບົດອົບຮົມສະມາຊິກພັກທົ່ວເມືອງ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ປາກ​ຊ່ອງ, ພາຍໃຕ້ການເປັນປະທານຂອງສະຫາຍບຸນລິດເທບບຸນສູງກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງປາກຊ່ອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຂະ​ແໜງລ້ຽງສັດ ແລະ ການປະມົງພະ​ແນກ​ກະ​ສິ​ກຳແລະສິ່ງ​ແວດ​ລ້ອມແຂວງຄໍາມ່ວນຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດພິທີຝັງທໍາລາຍຊິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກ, ມີນໍ້າໜັກ 28 ໂຕນ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ສະໜາມຖິ້ມຂີ້ເຫຍື້ອ ເມືອງທ່າແຂກ.
ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ, ພ້ອມທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈເປັນອັນດຽວກັນ ແລະ ຍົກສູງປະສິດທິພາບການຄຸ້ມຄອງຊັບສິນແຫ່ງລັດ.
ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ວັນທີ 29 ກັນຍາຜ່ານມາ, ຄະນະຮັບຜິດຊອບເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ນຳໂດຍ ສະຫາຍ ພັອ ວັນນະເລດ ບຸດຕະວົງ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ວິທະຍາໄລຕຳຫຼວດປະຊາຊົນ ວຕຊ ເລກ II ສະຫວັນນະເຂດ ໂດຍການຕ້ອນຮັບຂອງສະຫາຍ ພັອ ວີຄຳ ຂຸນສຳນານ ເລຂາຄະນະພັກ ຫົວໜ້າວິທະຍາໄລ ມີຄະນະຮັບຜິດຊອບທັງສອງຝ່າຍ ເຂົ້າຮ່ວມ.
ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ວັນທີ 29 ກັນຍາຜ່ານມາ, ກອງພັນໃຫຍ່ 497 ຈັດພິທີປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ, ຂະແໜງການກ່ຽວຂ້ອງ, ຄູ-ອາຈານ ແລະ ກໍາລັງທະຫານໃໝ່ ເຂົ້າຮ່ວມ.
ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ແລະ ປະກາດເລື່ອນຊັ້ນນາຍ ແລະ ພົນ ຕໍາຫຼວດ ປກສ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 30 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ພັທ ສົມພອນ ພູມມາລີ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດເຂົ້າຮວມ.
ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ພິທີເປີດຊຸດຝຶກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະຊີ້ນໍາລວມ, ອະນຸກຳມະການ, ວິຊາການ ແລະ ນັກກວດສອບເລຂາ-ຮອງເລຂາ ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ແລະ ຄະນະໜ່ວຍພັກ ສາງນໍ້າມັນເຊື້ອໄຟເລກ 7 ກອງທັບ ເຂົ້າຮ່ວມ.
ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ວັນທີ 29 ກັນຍາຜ່ານມາ, ຄະນະສະພາວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານຂັ້ນທ້ອງ ຖິ່ນແຂວງອັດຕະປື ໄດ້ເປີດກອງປະຊຸມ ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື ແຕ່ປີ 1959-2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ປະທານ ສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນແຂວງ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ໃນວັນທີ 29 ກັນຍານີ້ ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນການທູດລາວຄົບຮອບ 81 ປີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຊຶ່ງມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ 450 ກວ່າສະຫາຍ.
ເພີ່ມເຕີມ