ນີ້ແມ່ນຄັ້ງທຳອິດທີ່ກຸ່ມບໍລິສັດ Lulu ນຳໃຊ້ທາງການບິນເພື່ອນຳເຂົ້າຜະລິດຕະພັນກະເສດຈາກຫວຽດນາມ, ໃນສະພາບການເຄື່ອນໄຫວໂລຈີສຕິກຢູ່ຕາເວັນອອກກາງພວມປະສົບກັບການຜັນແປ. ເຖິງວ່າຄ່າໃຊ້ຈ່າຍສູງກວ່າ, ແຕ່ກຸ່ມບໍລິສັດ Lulu ຍັງເລືອກແບບວິທີນີ້ ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງເປັນປົກກະຕິໃຫ້ແກ່ລະບົບຈຳໜ່າຍ, ພ້ອມທັງຮັກສາຄຳໝັ້ນສັນຍາໜູນຊ່ວຍຜະລິດຕະພັນກະເສດ ຫວຽດນາມ ເຂົ້າເຖິງຕະຫຼາດ ຕາເວັນອອກກາງ.
ໝວດສິນຄ້າຄັ້ງນີ້ລວມມີໝາກໄມ້ຊະນິດຕ່າງໆ ແລະ ຜະລິດຕະພັນກະເສດທີ່ມີຄຸນນະພາບສູງຈາກພາກໃຕ້ ຫວຽດນາມ ເຊັ່ນ: ໝາກນາວ, ໝາກມັງກອນ, ໝາກກ້ຽງໃຫຍ່, ໝາກມີ້. ຕາມການຕີລາຄາຈາກກຸ່ມບໍລິສັດ Lulu ໃຫ້ຮູ້ວ່າ: ຜະລິດຕະພັນກະເສດ ແລະ ອາຫານປຸງແຕ່ງຂອງ ຫວຽດນາມ ໄດ້ຮັບການຕີລາຄາສູງກ່ຽວກັບຄຸນນະພາບ ແລະ ບັນດາຜະລິດຕະພັນຄື: ໝາກມ່ວງຫິມະພານ, ກາເຟ ແລະ ເຄື່ອງເທດພິເສດ ທີ່ຜູ້ບໍລິໂພກຕາເວັນອອກກາງນິຍົມ.
ຄໍາເຫັນ