ພັກມີໄຫວພິບໃນການຊີ້ນໍາໆພາປະເທດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ

ພັກມີໄຫວພິບໃນການຊີ້ນໍາໆພາປະເທດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ

ພັກມີໄຫວພິບໃນການຊີ້ນໍາໆພາປະເທດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ
ໂດຍ: ແສງຈັນ ສະຫາຍ ຄໍາພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກໄດ້ໃຫ້ສໍາພາດໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ ທີ່ ຄອສພ

 ວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນກໍຄືຄະນະພັກແຄວ້ນລາວ, ພັກໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ, ຖືຊາວໄຮ່ນາເປັນກໍາລັງພື້ນຖານ ຂອງການປະຕິວັດ ເຮັດໃຫ້ຂະບວນການຕໍ່ສູ້ລະເບີດຂຶ້ນແຕ່ນ້ອຍຫາໃຫຍ່, ແຕ່ຕໍ່າຫາສູງ ໃນທົ່ວປະເທດດ້ວຍບັນດາຮູບການທີ່ເໝາະສົມ. ວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຈຶ່ງໄດ້ເປີດຂຶ້ນ ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ ໂດຍເອີ້ນຊື່ວ່າ: “ພັກປະຊາຊົນລາວ”, ປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນເລຂາຄະນະຊີ້ນໍາສູນກາງ(ເລຂາທິ ການໃຫຍ່). ພັກເຮົາໄດ້ເດີນຕາມ ເສັ້ນທາງຂອງລັດທິມາກ-ເລນິນ, ພັກຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນທິດນໍາພື້ນຖານ ໃນການເຄື່ອນໄຫວຂອງຕົນ, ປະທານໄກສອນ ພົມວິຫານ ໄດ້ຢືນຢັນແຕ່ຫົວທີວ່າ: "ພັກເຮົາໄດ້ກໍາເນີດເກີດຂຶ້ນ ໂດຍການປະສານສົມທົບ ລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນກໍາມະຊີບອັນຜ່ອງໃສ”.

ນັບແຕ່ວັນທີ 2 ທັນວາປີ 1975 ເປັນຕົ້ນມາ, ພັກເຮົາ ໄດ້ກາຍເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງໃໝ່ຂຶ້ນ. ພັກໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ສັງຄົມທີ່ລະບອບເກົ່າປະໄວ້, ທັງໄດ້ເອົາໃຈໃສ່ ຂະຫຍາຍການສຶກສາ, ລຶບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ, ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີໜຶ່ງ (1981-1985) ສໍາເລັດໂດຍພື້ນຖານ. ພັກນໍາພາປັບປຸງ ລະບົບການຈັດຕັ້ງໃນອົງການອໍານາດລັດ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ເປັນຕົ້ນ ແມ່ນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງວຽງຈັນ ເພື່ອປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນ, ອົງການລັດຖະບານ, ອົງການປົກຄອງຂັ້ນແຂວງ, ເມືອງ-ບ້ານ ໄດ້ຮັບການປັບປຸງດີຂຶ້ນ, ອົງການຕຸລາການ, ອົງການໄອຍະການທຸກຂັ້ນ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ລ້ວນແຕ່ໄດ້ຮັບການປັບປຸງ. ກອງປະຊຸມໃຫຍ່ຄັ້ງທີ V, VI, VII, VIII, IX, X ແລະ ຄັ້ງທີ XI ຂອງພັກ ໄດ້ສືບຕໍ່ນໍາພາຈັດຕັ້ງ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ດ້ວຍການກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ໃນແຕ່ລະໄລຍະ, ເຮັດໃຫ້ການພັດທະນາເສດຖະກິດ ຂອງປະເທດໄດ້ມີຜົນສໍາເລັດ ແລະ ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນໃນແຕ່ລະໄລຍະ, ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໄປຕາມທິດຫັນເປັນອຸດສາຫະກຳທັນສະໄໝເທື່ອລະກ້າວ, ຊີວິດການເປັນຢູ່ ແລະ ລາຍຮັບຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນໃນແຕ່ລະປີ.

ຕະຫຼອດໄລຍະ 70 ປີ ພາຍໃຕ້ການນໍາພາຂອງພັກ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ເຮັດໜ້າທີ່ເປັນກະບອກສຽງຂອງພັກໃນການນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກໍຄືເອກະສານ ທີ່ສໍາຄັນຕ່າງໆຂອງພັກ ແລະ ລັດ ເຜີຍແຜ່ໂຄສະນາ ໂດຍຜ່ານລະບົບການຈັດຕັ້ງຂອງພັກ-ລັດ, ຜ່ານສື່ມວນຊົນ (ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍອື່ນໆ). ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທຸກຊັ້ນຄົນໃນທົ່ວປະເທດ ໄດ້ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມ, ຄົ້ນຄວ້າທາງດ້ານທິດສະດີ, ສະຫຼຸບພຶດຕິກໍາ, ຄົ້ນຄວ້າ ແລະ ຮຽບຮຽງແນວຄິດປະທານ ໄກສອນ ພົມວິຫານ, ການຈັດສໍາມະນາທາງດ້ານທິດສະດີກັບບັນດາປະເທດເພື່ອນມິດ, ເປັນເຈົ້າການໃຫ້ຄໍາປຶກສາໃຫ້ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ກໍຄື ຄະນະບໍລິຫານງານສູນກາງພັກ ໃນການສືບຕໍ່ປັບປຸງ ແລະ ບູລະນະແນວທາງ.

ຄຽງຄູ່ກັບການປະຕິບັດວຽກງານດັ່ງກ່າວ, ຄອສພ ກໍມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕົ້ນຕໍແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ການໂຄສະນາທີ່ບິດເບືອນ ຕໍ່ແນວທາງນະໂຍບາຍຂອງພັກ ຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ຫວັງດີ, ແຕ່ການຕອບໂຕ້ແກ້ໄຂຂອງພວກເຮົາຍັງຊັກຊ້າ ບໍ່ທ່ວງທັນກັບສະພາບການ. ຄວາມຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມໃນວຽກງານ ຄອສພ ຍັງຈໍາກັດ, ງົບບປະມານ, ພາຫະນະ-ອຸປະກອນຮັບໃຊ້ວິຊາສະເພາະຍັງຈໍາກັດ ບໍ່ພຽງພໍກັບຄວາມຕ້ອງການຂອງວຽກງານ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການນັ້ນ ຄອສພ ຈະຕ້ອງໄດ້ສຸມໃສ່: ວຽກງານໂຄສະນາອົບຮົມ ຕິດພັນຢ່າງສະໜິດແໜ້ນກັບວຽກງານການເມືອງ-ແນວຄິດ ຂອງພັກ, ວຽກງານກໍ່ສ້າງ ແລະ ປັບປຸງພັກ ບົນພື້ນຖານໜ້າທີ່ການເມືອງ ຂອງພັກໃນແຕ່ລະໄລຍະ, ສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດຂອງສະມາຊິກພັກ, ພະນັກງານຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍ ຄັ້ງທີ XI, XII ຂອງພັກ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່; ເປັນເຈົ້າການປະກອບສ່ວນໂຄສະນາ, ປຸກລະດົມ, ສຶກສາອົບຮົມສະມາຊິກພັກ, ພະນັກງານ ແລະ ປະຊາຊົນຊັ້ນຄົນຕ່າງໆໃນທົ່ວສັງຄົມໃຫ້ຮັບຮູ້, ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ; ປະກອບສ່ວນສ້າງຄວາມເຊື່ອໝັ້ນຕໍ່ບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດໃຫ້ທົ່ວເຖິງທຸກເປົ້າໝາຍ; ຕ້ອງເປັນເສນາທິການທາງດ້ານການເມືອງ-ແນວຄິດ ທີ່ປະດິດສ້າງ, ມີໄຫວພິບ ແລະ ຄ່ອງຕົວໃຫ້ຄະນະພັກຂອງຕົນ. ພ້ອມທັງເພີ່ມຄວາມເປັນເຈົ້າການໃນການຄົ້ນຄວ້າ, ສະຫຼຸບສັງລວມທິດສະດີ ແລະ ພຶດຕິກໍາໃນຂົງເຂດໂຄສະນາອົບຮົມ ກຳແໜ້ນສະພາບແນວຄິດ, ຫາງສຽງສັງຄົມ ແລະ ມີວິທີຕອບຕ້ານຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ, ທັງນໍາພາແນວຄິດ, ຫາງສຽງຖືກທິດ ແລະ ທັນການ; ສ້າງເນື້ອໃນເອກະສານ, ຫຼັກສູດການສອນ-ການຮຽນ, ປະເພດຕ່າງໆໃຫ້ມີຄຸນນະພາບ; ປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມທຸກຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ກະທັດຮັດ; ກໍ່ສ້າງ, ບຳລຸງຍົກລະດັບຖັນແຖວພະນັກງານ ທີ່ເຮັດວຽກໂຄສະນາອົບຮົມ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງສະເພາະ, ມີຄວາມຊໍານານໃນໜ້າທີ່ວຽກງານ ແລະ ເປັນຜູ້ຊ່ຽວຊານໃຫ້ຫຼາຍຂຶ້ນ; ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ; ປະກອບສ່ວນສ້າງສະຕິເປັນເຈົ້າໃນການເຊື່ອມໂຍງພາກພື້ນ ແລະ ສາກົນ ບົນພື້ນຖານແນວທາງການຕ່າງປະເທດຂອງພັກເຮົາ ແລະ ວຽກງານອື່ນໆ.

ເນື່ອງໃນໂອກາດວັນສໍາຄັນ ສະຫາຍຄໍາພັນ ເຜີຍຍະວົງຕາງໜ້າຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ ຂໍຖືເອົາໂອກາດນີ້ ສະແດງຄວາມຮູ້ບຸນຄຸນ ຕໍ່ພະນັກງານ, ສະມາຊິກພັກ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ຜູ້ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ, ຢາດເຫື່ອ ແລະ ນໍ້າຕາໃນພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ການນໍາພັກ-ລັດ, ນັກຮົບປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ໃນພາລະກິດປະຕິວັດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນປັດຈຸບັນ. ໃນໂອກາດ ສະຫງ່າລາສີນີ້ ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ທຸກໆຂັ້ນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ເຮັດສໍາເລັດໜ້າທີ່ການເມືອງທີ່ມີກຽດສະຫງ່າ ສືບຕໍ່ນໍາພາປະເທດຊາດກ້າວໄປສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ