![]() |
ພິເສດທ່ານ ນາງ ອາດີນາ ມະຫາວົງ ໄດ້ແນະນຳອາຫານລາວສຸດພິເສດ ແລະ ເປັນໜຶ່ງອາຫານລາວທີ່ມີລົດຊາດແຊບຄື: ໜາບປານ້ອຍ, ໜາບປາດຸກນາ, ໝົກປານໍ້າຂອງສົດໆ ຊຶ່ງເປັນໜຶ່ງເມນູອາຫານທີ່ມີປະໂຫຍດ ດີຕໍ່ສຸຂະພາບ ບໍ່ມີໄຂມັນ. ໃນນັ້ນ, ໜາບປານ້ອຍ, ກ້ອຍປາຊິວ ຍັງມີປະໂຫຍດໃຫ້ແຄລຊຽມສູງດີຕໍ່ສຸຂະພາບ ແລະ ການເຮັດໝົກ, ໜາບປາຜູ້ເຖົ້າຍັງເວົ້າວ່າ: ຕຳແຈ່ວໃຫ້ມີວາດ ໝົກປາໃຫ້ມີຄູ ທີ່ເປັນການສືບທອດກັນມາແຕ່ຫຼາຍໆສະໄໝ. ການເຮັດໝົກປາ, ໜາບປາ ບໍ່ແມ່ນເລື່ອງງ່າຍຈະມີເຄື່ອງປຸງ, ສ່ວນປະ ກອບຫຼາຍຢ່າງເຊັ່ນ: ມີຫົວສີໄຄ, ມີຜັກຂະແຍງ, ມີຜັກຫອມປ້ອມ, ຫອມບົ່ວ, ໝາກເຜັດ, ເກືອ, ແປ້ງນົວ ແລະ ອື່ນໆ ມາປະສົມເຂົ້າກັນແລ້ວນໍາມາໝົກ, ໜຶ້ງໃສ່ເຕົ້າໄຟເພື່ອໃຫ້ມີກິ່ນຫອມ. ການກິນອາຫານລາວແຊບຊ້ອຍສະແດງເຖິງນ້ຳຈິດນ້ຳໃຈຂອງແມ່ຍິງລາວເຮົາ. ຖ້າເວົ້າເຖິງສະເໜ່ເຮືອນຄົວ ກໍຄືຜູ້ຍິງຜູ້ໜຶ່ງມີສະເໜ່ໃນການເຮັດກິນ ເປັນແມ່ບ້ານແມ່ເຮືອນ ຢູ່ຄົວເຮືອນນັ້ນເອງ. ອາຫານລາວຂຶ້ນຊື່ວ່າໝົກ ຫຼື ໜາບປາເຊັ່ນ: ໝົກປາເຄິງ, ໝົກປາໂຈກຂາວ ແລະ ໝົກປານາງ ທຸກປະເພດປານໍ້າຂອງ ກໍລ້ວນແຕ່ເປັນໝົກປາ, ໜາບປາທີ່ແຊບຊ້ອຍທີ່ສຸດ.
ທ່ານ ນາງ ອາດີນາ ມະຫາວົງ ຍັງໄດ້ເຊີນຊວນຄົນລາວ ແລະ ຊາວຕ່າງປະເທດເຂົ້າມາທ່ຽວ ຊ່ວຍຊິມ, ຮັບປະທານອາຫານລາວ ໂດຍສະເພາະໜາບປານ້ອຍ, ໝົກປານໍ້າຂອງ ແລະ ອື່ນໆ ທີ່ເປີດຂຶ້ນໃນລະ ຫວ່າງວັນທີ 26-30 ມັງກອນ 2026 ນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນເລີ່ມແຕ່ເວລາ 9:00 ໂມງເຊົ້າ ຫາ 22:00 ໂມງແລງ ແລະ ພິເສດໃນວັນທີ 22 ກຸມພາ 2026 ນີ້ ຂໍເຊີນຊວນປະຊາຊົນລາວເຮົາທຸກຄົນໃຫ້ມີຄວາມຕື່ນຕົວ, ກະຕືລືລົ້ນອອກມາອອກສຽງເພື່ອເລືອກຕັ້ງເອົາຜູ້ແທນ ກໍຄືສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງໃຫ້ເປັນຂະບວນຟົດຟື້ນຄົບຖ້ວນ 100% ເພາະຊາດລາວເປັນຂອງໝົດທຸກຄົນ.

ຄໍາເຫັນ