ພາກ​ພື້ນ​ແມ່​ນ້ຳ​ຂອງປຶກ​ສາ​ຫາ​ລືເຜີຍແຜ່ຕ້ານຂ່າວປອມ

ພາກ​ພື້ນ​ແມ່​ນ້ຳ​ຂອງປຶກ​ສາ​ຫາ​ລືເຜີຍແຜ່ຕ້ານຂ່າວປອມ

ພາກ​ພື້ນ​ແມ່​ນ້ຳ​ຂອງປຶກ​ສາ​ຫາ​ລືເຜີຍແຜ່ຕ້ານຂ່າວປອມ
ກອງປະຊຸມເຜີຍແຜ່ການຕ້ານຂ່າວປອມໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 2 ມິ​ຖຸ​ນານີ້ ທີ່ ຣາ​ຊະ​ອາ​ນາ​ຈັກກຳ​ປູ​ເຈຍ ພາຍໃຕ້ການສະໜັບສະໜູນຈາກໂຄງການຂອບ​ການ​ຮ່ວມ​ມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ(MLC) ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ເນດພຽກຕຣາ ລັດຖະມົນຕີກະຊວງຖະແຫຼງຂ່າວຂອງຣາຊະອານາຈັກກຳປູເຈຍ, ມີ​ແຂກ​ຖືກ​ເຊີນ ແລະ ສື່ມວນ​ຊົນຈາກ 5 ປະເທດເຂົ້າຮ່ວມ.
ພາກ​ພນ​ແມ​ນຳ​ຂອງປກ​ສາ​ຫາ​ລເຜຍແຜຕານຂາວປອມ - image 1
 

 

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສະໜັບສະໜູນໂຄງການຕ້ານຂ່າວປອມ ຫຼື “Zero Fake News Campaign” ໂດຍມີເຈົ້າໜ້າທີ່ພາກລັດ, ຜູ້ປະກອບວິຊາຊີບດ້ານສື່ມວນຊົນ, ຜູ້ຊ່ຽວຊານ,ນັກສຶກສາ, ຊາວໜຸ່ມ ແລະ ຜູ້ສ້າງເນື້ອຫາຈາກປະເທດພາກພື້ນແມ່ນ້ຳຂອງເຂົ້າຮ່ວມເພື່ອແລກປ່ຽນທັກສະໃນການຕໍ່ຕ້ານຂ່າວປອມ, ພັດທະນາທັກສະດີຈີຕອນ, ເສີມສ້າງການກວດສອບຂໍ້ມູນຄວາມຈິງແລະ ສົ່ງເສີມການຮ່ວມມືລະດັບສາກົນ.

ໃນກອງປະຊຸມຍັງໄດ້ສະເໜີໃຫ້ຈັດຕັ້ງ “ກອງປະຊຸມຕ້ານຂ່າວປອມ” ສຳລັບຜູ້ມີສ່ວນກ່ຽວຂ້ອງໃນພາກພື້ນເພື່ອພິຈາລະນາກົນໄກທີ່ມີປະສິດທິຜົນ, ການບັງຄັບໃຊ້ກົດໝາຍ ແລະ ທິດທາງໃນອະນາຄົດ ເພື່ອເສີມສ້າງການຕໍ່ຕ້ານຂ່າວປອມໃນພາກພື້ນ, ແລກປ່ຽນປະສົບການລະດັບຊາດ ແລະ ພາກພື້ນໃນການຕໍ່ຕ້ານຂ່າວປອມ; ເສີມສ້າງການຮ່ວມມືລະຫວ່າງປະເທດແມ່ນ້ຳຂອງໃນດ້ານການກວດສອບຂໍ້ມູນຄວາມຈິງ, ການຮູ້ທັນສື່ ແລະ ການສື່ສານໃນວິກິດ; ສົ່ງເສີມວິຊາຊີບຂ່າວຢ່າງຮັບຜິດຊອບສູງ, ການສ້າງເນື້ອຫາດີຈີຕອນຢ່າງມີຈັນຍາບັນ ແລະ ການຮູ້ທັນຂ່າວສານ ໂດຍສະເພາະແມ່ນແພລັດຟອມສື່ສັງຄົມອອນລາຍ; ສົ່ງເສີມໂຄງການ “Zero Fake News” ແລະສົ່ງເສີມການມີສ່ວນຮ່ວມໃນກິດຈະກຳສື່ມວນຊົນການຮັບຮູ້ຂອງສາທາລະນະ.

ພາກ​ພນ​ແມ​ນຳ​ຂອງປກ​ສາ​ຫາ​ລເຜຍແຜຕານຂາວປອມ - image 2
 

ນອກຈາກນີ້ ຍັງໄດ້ມີການສົນທະນາຈາກຜູ້ຊ່ຽວຊານດ້ານຂ່າວສານໂດຍເນັ້ນໃນຫົວຂໍ້:

“ຈາກຂ່າວປອມທີ່ແຜ່ລາມໄປສູ່ຄວາມເຊື່ອຖືຂອງສາທາລະນະໃນທົ່ວປະເທດພາກພື້ນແມ່ນ້ຳຂອງເຊັ່ນ: ການຮູ້ທັນສື່, ການເຂົ້າເຖິງຂໍ້ມູນທີ່ເຊື່ອຖືໄດ້, ການກວດສອບຂໍ້ມູນຄວາມຈິງ, ວິຊາຊີບຂ່າວທີ່ຮັບຜິດຊອບ ແລະ ການຮ່ວມມືໃນພາກພື້ນ.

ຂ່າວ: ໄມຕຣີ

ຄໍາເຫັນ

ຂ່າວການຮ່ວມມື

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ການນໍາເມືອງທຸລະຄົມ ແລະ ທູດຫວຽດນາມປະຈຳລາວ ວາງພວງມາລາ ທີ່ຫໍສີລາຈາລຶກນັກຮົບວິລະຊົນ ລາວ-ຫວຽດນາມ

ວັນທີ 24 ກໍລະກົດ 2026 ນີ້, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ການນຳເມືອງທຸລະຄົມ ນໍາໂດຍ ສະຫາຍ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງທຸລະຄົມ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມວາງພວງມາລາ - ຈູດທູບທຽນໄວ້ອາໄລເຖິງດວງວິນຍານບັນດາທະຫານອາສາສະໝັກ ນັກຮົບວິລະຊົນ
ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ

ໃນວັນທີ 23 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສະເພາະກິດ ຂອງຄະນະກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.
ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 23 ກໍລະກົດນີ້ ທີ່ ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 27, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 33 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16.
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ - ສ ເກົາຫຼີ ຄັ້ງທີ 14

ໃນວັນທີ 23 ກໍລະກົດຜ່ານມາ ທີ່ ນະຄອນຫຼວງມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ຳຂອງ - ສ ເກົາຫຼີ ຄັ້ງທີ 14 (14thMekong-ROKForeignMinisters’ Meeting) ໂດຍການເປັນປະທານຮ່ວມຂອງທ່ານ SihasakPhuangketkeow ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະ ທ່ານChoHyun ລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕ້ອນຮັບທູດສະຫະຣາຊະອານາຈັກອັງກິດ ເຂົ້າຢ້ຽມອໍາລາ

ໃນວັນທີ 23 ກໍລະກົດນີ້ ທີ່ ຫ້ອງຮັບແຂກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ອຳລາ ຂອງ ທ່ານ ນາງ Mel Barlow ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ສຳເລັດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 22 ກໍລະກົດນີ້ ທີ່ ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ ຈໍານວນ 11 ກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ.ອາເມຣິກາ, ຣັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ.
ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 22 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ ນະຄອນຫຼວງມານິລາ ສາທາລະນະລັດ ຟິລິບປິນ, ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ໃຫ້ແກ່ ອາຊຽນ-ການາດາ (ໄລຍະ 2024-2027).
ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ໃນລະຫວ່າງ ​ວັນ​ທີ 14-16 ກໍລະກົດຜ່ານມານີ້ ທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ຄັ້ງທີ 6 ລະຫວ່າງ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຝ່າຍລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າວິຊາການປະສົມຊາຍແດນ ລາວ-ຫວຽດນາມ, ເປັນຫົວໜ້າຄະນະ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວ້ຽນ ຮວ່າງ ຫາຍ, ຮອງຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າຄະນະວິຊາການປະສົມຊາຍແດນ ຫວຽດນາມ-ລາວ, ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຜູ້ຕາງໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ ແລະ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫຼວງພະບາງ.
ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ໃນວັນທີ 21ກໍລະກົດ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດສິງກະໂປ ໄດ້ມີການຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຊຶ່ງຕາງໜ້າຝ່າຍລາວ ນໍາພາຄະນະເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຈາກຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານນາງ ຟູ ຈີ ເຊຍ (Foo Chi Hsia) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ໃນຕອນເຊົ້າວັນທີ 21 ກໍລະກົດ ນີ້ ທີ່ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣລັດຖະມົນຕີຕ່າງປະເທດ ຟີລິບປິນ. ໃນພິທີເປີດ ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຮັບເຊີນຈາກບັນດາຂະແໜງການຕ່າງໆ.
ເພີ່ມເຕີມ