ໃນການເລືອກຕັ້ງເທື່ອນີ້ມີຜູ້ສະໝັກຮັບເລືອກຕັ້ງປະມານ 5,000 ຄົນຈາກ 57 ພັກການເມືອງໄດ້ເຂົ້າຮ່ວມການແຂ່ງຂັນຊິງບ່ອນນັ່ງໃນສະພາປະຊາຊົນ, ສະພາແຫ່ງຊາດ ແລະ ສະພາຂັ້ນແຂວງ ແລະ ລັດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຫຼື NLD ຊຶ່ງເປັນພັກຝ່າຍຄ້ານສຳຄັນໃນກ່ອນໜ້ານີ້ບໍ່ໄດ້ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ເນື່ອງຈາກປະຕິເສດລົງທະບຽນຄືນໃໝ່.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
ຄໍາເຫັນ