ຜົນການນັບຄະແນນສຽງສະແດງໃຫ້ເຫັນວ່າ: ໃນຈຳນວນຜູ້ມີສິດເລືອກຕັ້ງປະມານ 8,100,000 ຄົນ, ມີປະມານ 77.8% ໄດ້ມາໃຊ້ສິດລົງຄະແນນສຽງ ຊຶ່ງໄດ້ສ້າງສະຖິຕິໃໝ່ຂອງຈຳນວນຜູ້ມາໃຊ້ສິດລົງຄະແນນສຽງ.
ໃນຄ່ຳຄືນມື້ດຽວກັນ, ທ່ານໄດ້ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນຢູ່ນະຄອນຫຼວງບູດາແປັສວ່າ: ພັກ ຕິສຈາ ໄດ້ຮັບພາລະກິດໃນການສ້າງສາປະເທດທີ່ດຳເນີນງານໄດ້ເປັນຢ່າງດີ. ຮົງກາຣີຈະກາຍເປັນພັນທະມິດທີ່ເດັດດ່ຽວໜຽວແໜ້ນຂອງສະຫະພາບເອີຣົບ ແລະ ກຸ່ມນາໂຕ.
ຜົນການເລືອກຕັ້ງໃນຄັ້ງນີ້ໝາຍເຖິງການສິ້ນສຸດປະຫວັດສາດກຳອຳນາດຢ່າງຕໍ່ເນື່ອງ 16 ປີນັບແຕ່ປີ 2010 ເປັນຕົ້ນມາຂອງທ່ານ ອໍບານ ວິກເຕີ. ທ່ານ ອໍບານ ວິກເຕີ ທີ່ເຄີຍດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຮົງກາຣີລະຫວ່າງປີ 1998-2002, ຈາກນັ້ນປີ 2010, ທ່ານໄດ້ກັບຄືນມາດຳລົງຕຳແໜ່ງນາຍົກລັດຖະມົນຕີຮົງກາຣີຈົນມາຮອດປັດຈຸບັນ.
ຄໍາເຫັນ