ພັກຊີ້ນຳ-ນຳພາ ເຮັດໃຫ້ ສປມດ ປະຕິບັດໜ້າທີ່ຂອງຕົນຮັບຜິດຊອບໄດ້ເປັນຢ່າງດີ

ພັກຊີ້ນຳ-ນຳພາ ເຮັດໃຫ້ ສປມດ ປະຕິບັດໜ້າທີ່ຂອງຕົນຮັບຜິດຊອບໄດ້ເປັນຢ່າງດີ
ໂດຍ: ວັນເພັງ
ໜ່ວຍພັກຮາກຖານສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ (ສປມດ) ມີຄວາມຮັບຜິດຊອບການເມືອງໃນ 5 ພາລະບົດບາດ ເປັນເສນາທິການໃຫ້ອົງຄະນະພັກສູນກາງສະຫະພັນແມ່ຍິງລາວໃນການສຶກສາອົບຮົມ, ໃຫ້ຄຳປຶກສາ, ຮັບຄໍາສະເໜີ ແລະ ພິຈາລະນາແກ້ໄຂ ຫຼື ໄກ່ເກ່ຍບັນຫາທີ່ກ່ຽວຂ້ອງກັບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ທັງເປັນຜູ້ຕາງໜ້າແມ່ຍິງ ແລະ ເດັກນ້ອຍຜູ້ຖືກເຄາະຮ້າຍ, ຜູ້ມີບັນຫາທີ່ຖືກລະເມີດສິດ, ສະໜອງການຊ່ວຍເຫຼືອອັນຈຳເປັນແກ່ແມ່ຍິງ-ເດັກນ້ອຍຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ,ຈາກການໃຊ້ຄວາມຮຸນແຮງໃນຮູບແບບຕ່າງໆ ຕາມທີ່ກຳນົດໄວ້ໃນກົດໝາຍ. ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ເຮັດໃຫ້ ສປມດ ປະຕິບັດໜ້າທີ່ຂອງຕົນຮັບຜິດຊອບໄດ້ເປັນຢ່າງດີ.
ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024)ທ່ານນາງ ບຸນເຫຼືອ ຈັນທະພົມມາ ເລຂາໜ່ວຍພັກ ຫົວໜ້າສປມດສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງທັດສະນະວັນດັ່ງກ່າວຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ພັກປປ ລາວ ເປັນພັກຂອງປະຊາຊົນ ກໍາເນີດຈາກປະຊາຊົນໂດຍປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອສິດຜົນປະໂຫຍດຂອງປະຊາຊົນ, ພັກເປັນຜູ້ຈັດຕັ້ງນຳພາທຸກໄຊຊະນະຂອງການປະຕິວັດລາວ, ເປັນຜູ້ເປີດສັງກາດກຳນົດບາດລ້ຽວແຫ່ງການນຳພາຊີ້ນຳພາລະກິດຕໍ່ສູ້ທີ່ກະແຈກກະຈາຍໃຫ້ເຂົ້າມາສູ່ທິດທາງທີ່ລວມສູນເປັນອັນໜຶ່ງອັນດຽວ, ພັກໄດ້ໃຫ້ກຳເນີດທິດສະດີປະຕິວັດ ທີ່ມີວິທະຍາສາດ, ໝູນໃຊ້ຢູ່ໃນປະເທດເຮົາຢ່າງປະດິດສ້າງ, ຖືກຕ້ອງ, ສອດຄ່ອງ ກັບສະພາບຕົວຈິງຂອງປະເທດ.ພັກວາງເປົ້າໝາຍ, ອຸດົມການທີ່ຊັດເຈນ, ຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນ. ສຳລັບການຕໍ່ສູ້ກູ້ຊາດໃນແຕ່ລະບັ້ນ, ແຕ່ລະຂັ້ນ, ແຕ່ລະໄລຍະຂອງການປະຕິວັດ, ເປັນຜູ້ປຸກລະດົມເຕົ້າໂຮມຂົນຂວາຍກ້ອນກຳລັງບົ່ມຊ້ອນຂອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ກາຍເປັນກຳລັງແຮງແຫ່ງຄວາມສາມັກຄີ ທີ່ເປັນປຶກແຜ່ນແໜ້ນໜາ,ນຳພາຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະອ້ຽວຂ້ຽວຂາດ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ ຈົນສາມາດປົດປ່ອຍ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະ ໄດ້ສືບຕໍ່ຊີ້ນຳ-ນຳພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ນຳພາສ້າງຄວາມຢູ່ດີກິນດີ, ຮັ່ງມີມັ່ງຄັ່ງ, ຄວາມອຸດົມສົມບູນຈະເລີນຮຸ່ງເຮືອງສີວິໄລກ້າວໜ້າຢ່າງຮອບດ້ານ.
ພາຍໃຕ້ການຊີ້ນຳ-ນຳພາຂອງພັກໃນໄລຍະ 1 ປີຜ່ານມາ ເຮັດໃຫ້ວຽກງານຂອງ ສປມດມີອັນພົ້ນເດັ່ນ ແລະ ປະຕິບັດສຳເລັດໄດ້ເປັນຢ່າງດີ ເປັນຕົ້ນໄດ້ເປັນເຈົ້າການ, ມີຄວາມຮັບຜິດຊອບສູງສາມາດໃຫ້ຄໍາປຶກສາ, ໃຫ້ການປົກປ້ອງເພືີ່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີີ່ມີບັນຫາ ກໍຄືຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ການກົດຂີີ່ຂູດຮີດທາງເພດໄດ້ເປັນຢ່າງດີ; ມີແຜນການ, ແຜນງານໂຄງການ ເຮັດວຽກທີີ່ລະອຽດຈະແຈ້ງ ພ້ອມທັງມີການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັັ້ງວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງເດັກນ້ອຍ ເປັນປະຈໍາແຕ່ລະໄລຍະ; ວຽກງານໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ເປັນບັນຫາທີີ່ລະອຽດອ່ອນ ແລະ ຜູ້ໃຫ້ຄໍາປຶກສາ ຂັັ້ນນະຄອນຫຼວງ, ຂັັ້ນແຂວງ ຂັັ້ນເມືອງ ແລະ ຂັັ້ນບ້ານ ໄດ້ຮັບການຝຶກອົບຮົມໄລຍະສັັ້ນ ສາມາດນໍາໃຊ້ທິດສະດີຈາກການຝຶກອົບຮົມບວກກັບຄວາມຮູ້, ຄວາມສາມາດ ແລະ ປະສົບການທີີ່ມີບໍລິການໃຫ້ຄໍາປຶກສາ ເພືີ່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ທີີ່ມີບັນຫາໄດ້ເປັນຢ່າງດີ; ທຸກພາກສ່ວນທີີ່ກ່ຽວຂ້ອງ ນັບທັງຂັັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການໃຫ້ຄໍາປຶກສາ ແລະ ປົກປ້ອງຊ່ວຍເຫຼືອແກ່ແມ່ຍິງ ແລະ ເດັກນ້ອຍ ທີີ່ມີບັນຫາໂດຍສະເພາະຜູ້ຖືກເຄາະຮ້າຍ. 
ທ່ານນາງ ບຸນເຫຼືອ ຈັນທະພົມມາ ຍັງກ່າວວ່າ: ໃນຕໍ່ໜ້າຈະສືບຕໍ່ເອົາໃຈໃສ່ບໍລິການໃຫ້ຄໍາປຶກສາ, ຮັບການແຈ້ງຄວາມ, ຮັບຄໍາສະເໜີຂອງແມ່ຍິງ ແລະ ເດັກນ້ອຍ ທີີ່ມີບັນຫາ, ເຂົ້າຮ່ວມຄົ້ນຄວ້າປຶກສາຫາລືແກ້ໄຂ, ໄກ່ເກ່ຍບັນຫາ, ການປົກປ້ອງສິດ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ທີີ່ຖືກເຄາະຮ້າຍໃນຮູບແບບຕ່າງໆ ຕາມພາລະບົດບາດໃຫ້ດີຂຶ້ນເລື້ອຍໆ.ເນື່ອງໃນໂອກາດວັນສ້າງຕັ້ງພັກປປ ລາວ ຄົບຮອບ 69 ປີ ຫົວໜ້າ ສປມດ ໄດ້ຕາງໜ້າໃຫ້ການນໍາເພດຍິງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນໃນຂົງເຂດວຽກງານຂອງຕົນ ຂໍອວຍພອນໄຊອັນປະເສີດໃຫ້ການນໍາພັກ-ລັດທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ອາຍຸໝັ້ນຂວັນຍືນ, ສືບຕໍ່ນຳພາ-ຊີ້ນຳພາລະກິດປະຕິວັດ ກໍຄືພາລະກິດປ່ຽນແປງໃໝ່ໃຫ້ບັນລຸເປົ້າໝາຍຕາມແຜນພັດທະນາເສດຖະກິດ-ສັງຄົມທີ່ວາງໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ