ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ

ຜະລິດຕະພັນເພື່ອສຸຂະພາບ ກິນອາຫານເປັນຢາກຽມເຈາະຕະຫຼາດໃນລາວ
ບໍລິສັດ ລາວ ນິວຕຣ້າ (Laos Nutra) ໄດ້ຈັດສໍາມະນາ ໃນຫົວຂໍ້ ກິນອາຫານເປັນຢາ ຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ ທີ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງບໍລິສັດແມ່ນຈໍາໜ່າຍຜະລິດຕະພັນໃນຮູບແບບອາຫານເປັນຢາ ທີ່ເປັນນໍ້າໝາກໄມ້ ຜະລິດ ແລະ ສະກັດຈາກ ໝາກໄມ້ສົດ 100% ມີງານວິໄຈຮອງຮັບວ່າສາມາດ ຕ້ານ, ຊ້ອມແຊມບໍາບັດດ້ານໂຣກເຊື່ອມໄດ້ດີ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ແພງສີ ພົມມະວັນ ຜູ້ອໍານວຍການບໍລິສັດ ນິວຕຣ້າ; ມີບັນດາຄູ່ຮ່ວມ ພ້ອມດ້ວຍພະນັກງານເຂົ້າຮ່ວມ.

 

ທ່ານ ສຸພາສິນ ວົງສະມາຈາລະພິນຍາ ຜູ້ອໍານວຍການບໍລິສັດ ສະຍາມ ນິວຕຣ້າ (ປະເທດໄທ) ໄດ້ກ່າວວ່າ: ປັດຈຸບັນໂລກເຮົາປ່ຽນແປງໄປຫຼາຍ ຊຶ່ງມີຜົນກະທົບໂດຍກົງກັບວິຖີການໃຊ້ຊິວິດ ຂອງຄົນທົ່ວໂລກ, ບໍ່ວ່າ ຈະເປັນການກິນ, ນອນ, ອອກກຳລັງກາຍ, ຄວາມຄຽດ, ສິ່ງເສບຕິດ ແລະ ຄວາມສຳພັນ, ລ້ວນແຕ່ສົ່ງຜົນໃຫ້ເກີດການເຈັບປ່ວຍໄດ້ງ່າຍຂຶ້ນ ເຊັ່ນ: ໄຂມັນ, ຄວາມດັນ, ເບົາຫວານ, ຫຼອດເລືອດ, ຫົວໃຈ, ສະໝອງ, ມະເຮັງ, ຄໍກິນເລືອດ (ໄທລອຍ), ພູມແພ້, ສະເກັດເງິນ ແລະ ອື່ນໆ ຊຶ່ງພວກເຮົາຄຸ້ນເຄີຍ ແລະ ເວົ້າກັນວ່າ: ພະຍາດ NCD (ໂຣກເຊື່ອມ ທີ່ເກິດຈາກພຶດຕິກຳ ການໃຊ້ຊິວິດ). ອາຫານເປັນສິ່ງທີ່ສຳຄັນທີ່ສຸດ ສຳລັບການມີສຸຂະພາບດີ, ແຕ່ການຜະລິດອາຫານທຸກມື້ນີ້ ພັດເຕັມໄປດ້ວຍຂະບວນການຕ່າງໆ ເພື່ອໃຫ້ຕອບສະໜອງ ກັບຄວາມຕ້ອງການຂອງສັງຄົມ, ບໍ່ວ່າຈະເປັນການລ້ຽງສັດ ກໍຍັງໃຊ້ສານເລັ່ງ, ແລ້ວຍັງຂະບວນການແປຮູບ ເພື່ອໃຫ້ໄດ້ອາຫານຫຼາກຫຼາຍຂຶ້ນ, ການປູກຜັກກໍເຊັ່ນດຽວກັນ, ໃຊ້ສານເຄມີເພື່ອໃຫ້ໄດ້ປະລິມານຫຼາຍຂຶ້ນຊຶ່ງທັງໝົດເຫຼົ່ານີ້ ລ້ວນແຕ່ສົ່ງຜົນກະທົບທີ່ຮ້າຍແຮງທີ່ສຸດ ຕໍ່ສຸຂະພາບຂອງຜູ້ບໍລິໂພກ ຊຶ່ງຜະລິດຕະພັນໃນຮູບແບບອາຫານເປັນຢາ ທີ່ເປັນນໍ້າໝາກໄມ້ຜະລິດ ສະກັດຈາກໝາກໄມ້ສົດ 100% ຈະປະກອບມີ: ຊຸເປີ້ ໂຟແລັກ ແອວຈີ (Super 4 Rac LG), ຄອມຟີ ໂຟແລັກ ໂກຼຣເຈັນ (Glow Gen), ຊຸເປີ້ເຮັສບີ (Super HB) ແລະ ອື່ນໆ.

ເພາະສະນັ້ນ, ເຮັດແນວໃດເຮົາຈະກັບມາແກ້ໄຂສິ່ງຕ່າງໆທີ່ໄດ້ກ່າວມານັ້ນເຊັ່ນ: ການກິນອາຫານທີ່ມີໂພຊະນາການຖືກຕ້ອງ, ມີສານອາຫານທີ່ຊ່ວຍປ້ອງກັນ, ຫຼຸດຜ່ອນຄວາມສ່ຽງທີ່ຈະເປັນພະຍາດ ແລະປິ່ນປົວໃນເວລາດຽວກັນ, ພ້ອມປ່ຽນພຶດຕິກຳ ການກິນ, ນອນ, ອອກກໍາລັງກາຍ, ຄວາມຄຽດ, ບໍ່ໃຊ້ສານເສບຕິດ, ພ້ອມປັບຄວາມສໍາພັນໃຫ້ດີພ້ອມໆກັນ ເພື່ອເຮັດໃຫ້ພວກເຮົາຈະກິນອາຫານເປັນຢາ - ບໍ່ແມ່ນກິນຢາເປັນອາຫານ.

ຂ່າວ: ນິວຕາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315

ວັນທີ 29 ກັນຍາຜ່ານມາ, ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ກຳມະການປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່, ເຊື່ອມຊຶມມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ແລະ ເອກະສານສຳຄັນຕ່າງໆ ຢູ່ກອງບັນຊາການທະຫານເມືອງໜອງບົກ ແລະ ກອງຮ້ອຍທະຫານຊາຍແດນ 315, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ສ້າງຂະບວນການອອກແຮງງານລວມ ຕອນຮັບວັນສຳຄັນຂອງຊາດ-ຂອງພັກ

ຄະນະບໍລິຫານງານຊາວໜຸ່ມສຳນັກງານ, ອົງການ, ກົມກອງເມືອງໝື່ນ ແຂວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ, ອະນາໄມ, ຕັດຫຍ້າ, ເກັບຂີ້ເຫຍື້ອ ຢູ່ເດີ່ນທາງໜ້າຫ້ອງວ່າການປົກຄອງເມືອງ ໃນວັນທີ 1 ຕຸລານີ້, ນໍາພາໂດຍທ່ານ ນາງ ວົງເພັດ ເພັດລາສີ ຮັກສາການ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີເລຂາຊາວໜຸ່ມໜ່ວຍອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມໜ່ວຍອ້ອມຂ້າງສໍານັກງານເຂົ້າຮ່ວມ.
ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ແກ່ນທ້າວ ສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ວັນທີ 1 ຕຸລານີ້, ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຄົນພິການແຫ່ງຊາດ ຄົບຮອບ 34 ປີ (3 ທັນວາ 1992-3 ທັນວາ 2026) ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 27 ປີ (1 ຕຸລາ 1999-1 ຕຸລາ 2026) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກຳມະ ການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖຶກເຊີນ ແລະ ຜູ້ອາຍຸສູງເຂົ້າຮ່ວມ.
ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ກອງປະຊຸມຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານເເຫ່ງລັດຂອງເເຂວງຫຼວງນໍ້າທາ ກ່ຽວກັບໂຄງການລົງທຶນຂອງລັດ ໄດ້ເປີດຂຶ້ນໃນວັນທີ 30 ກັນ ຍາຜ່ານມານີ້, ທີ່ສະໂມສອນຂອງເມືອງ ນາເເລ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງນາແລ, ປະທານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງ ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.
ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ເຜີຍແຜ່ເຊື່ອມຊຶມເອກະສານບັ້ນດຳເນີນຊີວິດການເມືອງ ກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ໃນວັນທີ 28 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັທ ສຸກທະວີ ອິນທະລັງສີ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີສະຫາຍ ພັທ ລຸນນ້ອຍ ຄຳພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ຄະນະຮັບຜິດຊອບກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ຈຳ​ປາ​ສັກຫາ​ລືວາ​ລະ​ແຫ່ງ​ຊາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ພັດ​ທະ​ນາ​ຊົນ​ນະ​ບົດແລະແກ້​ໄຂ​ຄວາມ​ທຸກ​ຍາກໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ (GMS4) ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີຄວາມຄືບໜ້າ 95.9%. ໃນຂະ​ນະ​ທີ່ຄະນະທົບທວນຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທະນາຄານພັດທະນາອາຊີ ລົງຕິດຕາມວຽກງານພາກສະໜາມ ພ້ອມຊີ້ນຳໃຫ້ເລັ່ງກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ຮັບປະກັນຄຸນນະພາບ.
ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ຈຳປາສັກ ຄັດເລືອກ 2 ຜະລິດຕະພັນ ສະ​ເໜີຕິດກາໝາຍ ODOP

ພະແນກອຸດສາຫະກຳ ແລະ ການຄ້າ (ອ​ຄ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການຄັດເລືອກຜະລິດຕະພັນສິນຄ້າ ເພື່ອຂໍຕິດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ (ODOP).
ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງ​ໝື່ນສຳເລັດຝຶກອົບຮົມໄອຊີທີ-ລະບົບອອນ​ລາຍໃຫ້​ພະ​ນັກ​ງານ

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມໄອຊີທີ ແລະ ລະບົບລາຍງານແບບອອນລາຍ ໃຫ້ການນຳ ແລະ ພະນັກງານຫ້ອງການອ້ອມຂ້າງເມືອງໃນ​ວັນ​ທີ 30 ກັນ​ຍາ​ຜ່ານ​ມາ, ໂດຍມີທ່ານ ຄໍາຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ພະນັກງານວິຊາການບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ເພີ່ມເຕີມ