ຜະລິດຕະພັນວິທະຍາສາດເຕັກໂນໂລຊີຈີນ ດຶງດູດນັກທຸລະກິດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ມິຖຸນາ ຜ່ານມາວ່າ: ໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 10 ທີ່ພວມຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານ ຈີນ, ເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນ ໃໝ່ຕ່າງໆຂອງວິສາຫະກິດຈີນ ເຊັ່ນ: ຫຸ່ນຍົນມະນຸດເຮັດຄວາມສະອາດຝາອາຄານ, ເຮືອບິນບໍ່ມີຄົນຂັບລາດຕະເວນອັດຕະໂນມັດ, ຫ້ອງພັກທັນສະໄໝແບບສາມາດເຄື່ອນທີ່ ແລະ ອື່ນໆ ໄດ້ດຶງດູດສາຍຕາຂອງນັກທຸລະກິດຈາກບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ມີຫຼາຍຄົນໄດ້ເຂົ້າໄປຢ້ຽມຊົມ ແລະ ປຶກສາຫາລືກ່ຽວກັບການຮ່ວມມືກັນ.
ງານວາງສະແດງຄັ້ງນີ້ຍັງໄດ້ຈັດ “ພິທີແນະນໍາຜະລິດຕະພັນໃໝ່ຂອງງານວາງສະແດງຈີນ-ອາຊີໃຕ້” ໂດຍໄດ້ແນະນຳຜະລິດຕະພັນໃໝ່ 60 ກວ່າຊະນິດ ຊຶ່ງກວມເອົາຫຼາຍຂົງເຂດ ເຊັ່ນ: ການຜະລິດອັດສະລິຍະ, ເສດຖະກິດການບິນອາກາດຕ່ຳ, ການແພດ ແລະ ການຮັກສາສຸຂະພາບ ແລະ ອື່ນໆ.
ມີນັກທຸລະກິດຫຼາຍທ່ານຈາກບັນດາປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ກ່າວວ່າ: ຜະລິດຕະພັນອັດສະລິຍະຂອງຈີນໄດ້ສ້າງຄວາມຄິດດ້ານການຄ້າທີ່ດີໃຫ້ແກ່ເຂົາເຈົ້າ ແລະ ຄອງຄອຍຈະດຳເນີນການຮ່ວມມືໃນດ້ານວິທະຍາສາດເຕັກໂນໂລຊີຫຼາຍກວ່າເກົ່າກັບຈີນ ເພື່ອນຳພາການພັດທະນາອຸດສາຫະກຳການຜະລິດແບບອັດສະລິຍະຂອງປະເທດຕົນ.
ຄໍາເຫັນ