ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງເດີນທາງເຖິງນະຄອນຫຼວງວຽງຈັນ

ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງເດີນທາງເຖິງນະຄອນຫຼວງວຽງຈັນ

ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງເດີນທາງເຖິງນະຄອນຫຼວງວຽງຈັນ
ໃນຕອນເຊົ້າຂອງວັນທີ 3 ກໍລະກົດ ນີ້, ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ
ພະນະທານ ມນ ອອງ ລາຍ ປະທານາທບດ ແຫງ ສາທາລະນະລດ ສະຫະພາບ ມຽນມາ ພອມດວຍພນລະຍາ ແລະ ຄະນະຜແທນຂນສງເດນທາງເຖງນະຄອນຫວງວຽງຈນ - image 1
 

ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 3 - 5 ກໍລະກົດ 2026.

ພະນະທານ ມນ ອອງ ລາຍ ປະທານາທບດ ແຫງ ສາທາລະນະລດ ສະຫະພາບ ມຽນມາ ພອມດວຍພນລະຍາ ແລະ ຄະນະຜແທນຂນສງເດນທາງເຖງນະຄອນຫວງວຽງຈນ - image 2
 

ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໂດຍມີ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍພັນລະຍາ; ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ; ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ເອກອັກຄະລັດຖະທູດ ຂອງ ທັງສອງປະເທດພ້ອມດ້ວຍຄະນະທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍມຽນມາໃຫ້ການຕ້ອນຮັບ.

ພະນະທານ ມນ ອອງ ລາຍ ປະທານາທບດ ແຫງ ສາທາລະນະລດ ສະຫະພາບ ມຽນມາ ພອມດວຍພນລະຍາ ແລະ ຄະນະຜແທນຂນສງເດນທາງເຖງນະຄອນຫວງວຽງຈນ - image 3
 

ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 70 ປີ ກໍຄືເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືອັນໃກ້ຊິດຖານປະເທດໃກ້ຄຽງລະຫວ່າງສອງປະເທດ ລາວ - ມຽນມາໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

ພະນະທານ ມນ ອອງ ລາຍ ປະທານາທບດ ແຫງ ສາທາລະນະລດ ສະຫະພາບ ມຽນມາ ພອມດວຍພນລະຍາ ແລະ ຄະນະຜແທນຂນສງເດນທາງເຖງນະຄອນຫວງວຽງຈນ - image 4
 

(ຂ່າວ: ພາບ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ປະທານາທິບໍດີ ສສ ມຽນມາ ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ປະທານາທິບໍດີ ສສ ມຽນມາ ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ໃນວັນທີ 3 ກໍລະກົດ ນີ້, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫຼວງວຽງຈັນ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບຫົວໜ້າກອງແພດລົດໄຟເສນາຮັກ ສປ ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບຫົວໜ້າກອງແພດລົດໄຟເສນາຮັກ ສປ ຈີນ

ໃນວັນທີ 2 ກໍລະກົດຜ່ານມາ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະນໍາກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ຕ້ອນຮັບ ສະຫາຍ ພັນເອກ ພິເສດ ຊົ່ງ ໄຊຜິງ ຫົວໜ້າກອງແພດລົດໄຟເສນາຮັກ ຮອງອໍານວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ສປ ຈີນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກຢູ່ກອງທັບປະຊາຊົນລາວ ໃນຂົງເຂດວຽກງານເສນາຮັກກອງທັບ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງເອກອັກຄະລັດຖະທູດ ສ ເກົາຫຼີ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງເອກອັກຄະລັດຖະທູດ ສ ເກົາຫຼີ

ໃນວັນທີ 2 ກໍລະກົດ ນີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນ ຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຈອງ ຢອງ ຊູ (Jung Yung-soo) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການເຫັນຜົນໄວ ປະຈໍາ ປີ 2026 - 2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ

ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການເຫັນຜົນໄວ ປະຈໍາ ປີ 2026 - 2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ

ໃນວັນທີ 2 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ເພື່ອຈັດຕັ້ງປະຕິບັດໂຄງການເຫັນຜົນໄວ (Quick Impact Project ຫຼື QIP) ປະຈໍາປີ2026-2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າຄົງຄາ (Mekong Ganga Cooperation ຫຼື MGC) ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ສ ອິນເດຍ. ໃຫ້ກຽດເຂົ້າຮ່ວມ ແລະ ລົງນາມໃນພິທີຄັ້ງນີ້ໂດຍມີ ທ່ານ Yogeshwar Sangwan ເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານອິນເດຍ ແລະ ບັນດາທ່ານຕາງໜ້າຈາກ 10 ແຂວງ ທີ່ໄດ້ຮັບອະນຸມັດໂຄງການຂອງຝ່າຍ ສປປ ລາວ ຄື: ແຂວງຈຳປາສັກ, ຫຼວງນໍ້າທາ, ສາລະວັນ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ, ບໍ່ແກ້ວ, ເຊກອງ, ອຸດົມໄຊ ແລະ ວຽງຈັນ ໂດຍມີ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຮ່ວມກັບຜູ້ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງ ຂອງກະຊວງການຕ່າງປະເທດ ແລະ ພະນັກງານຈາກສະຖານທູດອິນເດຍ ເຂົ້າຮ່ວມຢ່າງພ້ອມພຽງ.
ວາງສະແດງສິລະປະຮູບແຕ້ມ ແລະ ແລກປ່ຽນວັດທະນະທໍາ ລາວ-ຈີນ

ວາງສະແດງສິລະປະຮູບແຕ້ມ ແລະ ແລກປ່ຽນວັດທະນະທໍາ ລາວ-ຈີນ

ງານວາງສະແດງສິລະປະຮູບແຕ້ມ ແລະ ການແລກປ່ຽນວັດທະນະທໍາ ລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ, ທ່ານ ກິ່ງໄຊ ຈຸນລະມົນຕຣີ ຮອງຫົວໜ້າຫ້ອງການ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ຫຼິວ ຊານອີ້ ຈິດຕະກອນ ຜູ້ອໍານວຍການຝ່າຍສິລະປະ ສະມາຄົມສົ່ງເສີມການຄ້າ-ວັດທະນະທໍາສາກົນ ປັກກິ່ງ ສປ ຈີນ, ທ່ານ ຊົ່ງ ຊຸນເຟິງ ປະທານບໍລິຫານ ເລຂາທິການໃຫຍ່ ສະມາຄົມສົ່ງເສີມການຄ້າ-ວັດທະນະທໍາສາກົນ ປັກກິ່ງ, ມີຫົວໜ້າ ສຂຈ ຝ່າຍລາວ ແລະ ຝ່າຍຈີນ, ຄະນະຈິດຕະກອນ, ສິລະປິນ, ນັກວິຊາການ, ພະນັກງານ, ຄູ-ອາຈານຝ່າຍລາວ-ຈີນ, ແຂກຖືກ ເຊີນເຂົ້າຮ່ວມ.
ຄະ​ນະ​ຜູ້​ແທນ ສ​ພ​ຂ ຈຳປາສັກ ຢ້ຽມຢາມ ບໍ​ລິ​ສັດ ຮຸ້ນ​ສ່ວນ ໂກ​ໂກ ແລະ ວີ​ນາ

ຄະ​ນະ​ຜູ້​ແທນ ສ​ພ​ຂ ຈຳປາສັກ ຢ້ຽມຢາມ ບໍ​ລິ​ສັດ ຮຸ້ນ​ສ່ວນ ໂກ​ໂກ ແລະ ວີ​ນາ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນດົ່ງນາຍ ສ​ສ ຫວຽດນາມ ຂອງຄະນະຜູ້ແທນສະພາປະຊາຊົນແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ (ສ​ພ​ຂ) ຈຳປາສັກ, ພ້ອມຄະນະ ໄດ້​ໄປຢ້ຽມຢາມ ບໍລິສັດ ຮຸ້ນສ່ວນ ໂກໂກ ຫວຽດນາມ (Coco Vietnam Joint Stock Company) ແລະ ບໍລິສັດ ວີນາ ຈຳກັດ (VINA Co., Ltd.) ເມື່ອ​ບໍ່​ດົນ​ມາ​ນີ້.
ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ມອບເຄື່ອງໃຫ້ແນວລາວສ້າງຊາດແຂວງຫຼວງພະບາງ

ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ມອບເຄື່ອງໃຫ້ແນວລາວສ້າງຊາດແຂວງຫຼວງພະບາງ

ວັນທີ 29 ມິຖຸນາ ຜ່ານມານີ້ ຢູ່ຫ້ອງການແນວລາວສ້າງຊາດແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບອຸປະກອນຮັບໃຊ້ຫ້ອງການ ຈາກສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ແຂວງຫຼວງພະບາງ ໃຫ້ແນວລາວສ້າງຊາດແຂວງ, ເປັນກຽດມອບໂດຍ ທ່ານ ຫວູ ງ໊ອກ ລີ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ, ກ່າວຮັບໂດຍ ທ່ານ ສົມພອນ ສີອຸດົມພັນ ປະທານແນວລາວສ້າງຊາດແຂວງຫຼວງພະບາງ, ມີພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ

ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ ວ່າດ້ວຍການເຂົ້າເຖິງ ແລະ ການພັດທະນາແບບຍືນຍົງໃນການສຶກສາຊັ້ນສູງ ຜ່ານລະບົບອອນລາຍ ຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງ ສສກ ກອງປະຊຸມດັ່ງກ່າວຈັດຂຶ້ນຄຽງຄູ່ກັບກອງປະຊຸມປຶກສາຫາລືຂັ້ນເຈົ້າໜ້າທີ່ອາວຸໂສ ພາຍໃຕ້ຫົວຂໍ້: "ການສົ່ງເສີມການເຂົ້າເຖິງການສຶກສາຊັ້ນສູງທີ່ເທົ່າທຽມ ແລະ ມີຄຸນນະພາບ ໂດຍການຫັນເປັນດີຈີຕອນ, ຄວາມຍືນຍົງ ແລະ ເຊື່ອມໂຍງກັນໃນລະດັບພາກພື້ນ".
ກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນກໍາປູເຈຍ, ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ

ກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນກໍາປູເຈຍ, ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ

ກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນກໍາປູເຈຍ, ກະຊວງປ້ອງກັນຄວາມສະຫງົບ(ປກສ) ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ທີ່ນະຄອນພະນົມເປັນ ຣາຊະອານາຈັກກຳປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສາມກະຊວງເຂົ້າຮ່ວມ.
ທົບທວນຄືນເສັ້ນທາງແຫ່ງການເຕີບໃຫຍ່  ໝາກຜົນແຫ່ງການເປັນເສນາທິການ ແລະ ວິໄສທັດກ້າວສູ່ອະນາຄົດ  (ໃນໂອກາດວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 43 ປີ)

ທົບທວນຄືນເສັ້ນທາງແຫ່ງການເຕີບໃຫຍ່ ໝາກຜົນແຫ່ງການເປັນເສນາທິການ ແລະ ວິໄສທັດກ້າວສູ່ອະນາຄົດ (ໃນໂອກາດວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ຄົບຮອບ 43 ປີ)

ວັນທີ 29 ມິຖຸນາ 2026 ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ, ມີຄວາມໝາຍເລິກເຊິ່ງ ແລະ ກ້າວໜ້າຢ່າງຍິ່ງຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກປະຊາຊົນປະຕິວັດລາວ ຊຶ່ງເປັນວັນທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຂຽນຫຍໍ້ວ່າ: “ຄຕພ”) ໄດ້ຮັບການສ້າງຕັ້ງ ຄົບຮອບ 43 ປີ ບົນພື້ນຖານຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງພາລະກິດປະຕິວັດໃນໄລຍະໃໝ່. ຕະຫຼອດໄລຍະເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ບຸກທະລຸ ແລະ ຜ່ານຜ່າທຸກອຸປະສັກຕະຫຼອດມາ, ຄຕພ ໄດ້ຢັ້ງຢືນເຖິງບົດບາດອັນໜັກແໜ້ນໃນຖານະເປັນອົງການຈັດຕັ້ງໜຶ່ງຂອງພັກຂຶ້ນກັບຄະນະບໍລິຫານງານສູນກາງພັກ, ມີຖານະທຽບເທົ່າຄະນະຂອງພັກຂັ້ນສູນກາງພັກ ໄດ້ຢ່າງສົມກຽດ.
ເພີ່ມເຕີມ