ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ທີີ່ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2023 ທີ່ ໂຕກຽວ, ຍີ່ປຸ່ນ, ພາຍໃຕ້ການເປັນປະທານຮ່ວມຂອງ ອິນໂດເນເຊຍ ແລະ ຍີ່ປຸ່ນ.
ໃນໂອກາດກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຕະຫຼອດໄລຍະ 50 ປີ ຜ່ານມາ, ຊຶ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະພາຍໃຕ້ການເປັນຄູ່ຮ່ວມມືອາຊຽນ-ຍີ່ປຸ່ນ ໃນ 4 ຂົງເຂດ ກໍຄື 1). ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, 2). ຄູ່ຮ່ວມມືເພື່ອຄວາມສົມບູນພູນສຸກ, 3). ຄູ່ຮ່ວມເພື່ອຄຸນນະພາບຊີວິດ, ແລະ 4). ຄູ່ຮ່ວມມືແບບໃຈເຖິງໃຈ. ພ້ອມນີ້, ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ກໍຄືການຮັດແໜ້ນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ພາຍໃຕ້ 3 ເສົາຄໍ້າ ຄື: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ຄູ່ຮ່ວມມືແບບໃຈຕໍ່ໃຈ ໃນແຕ່ລະຍຸກສະໄໝ ແລະ ຄູ່ຮ່ວມມືເພື່ອສ້າງເສດຖະກິດ ແລະ ສັງຄົມຮ່ວມກັນ ເພື່ອອະນາຄົດ. ພ້ອມນີ້, ບັນດາຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີິ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດຮ່ວມອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຖະແຫຼງການວິໄສທັດຮ່ວມດັ່ງກ່າວ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນອະນາຄົດ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ຍີ່ປຸ່ນ ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ, ການຮ່ວມມືເພື່ອສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ ແລະ ການສືບຕໍ່ໂຄງການແລກປ່ຽນດ້ານວັດທະນະທໍາ ລະຫວ່າງປະຊາຊົນ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບການເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ພ້ອມທັງໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ ເພື່ອເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.

ຄໍາເຫັນ

ຂ່າວເດັ່ນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.
ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ໃນຕອນບ່າຍຂອງວັນທີ 7 ພຶດສະພານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຖິງ ເຊບູ ສ ຟິລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນມັກຕັນ-ເຊບູ ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ RexT. Gatchalian ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະຫວັດດີການສັງຄົມ ​ແລະ​ ການພັດທະນາ ແຫ່ງ ສ ຟິລິບປິນ,​ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ຟິລິບປິນ ຈໍານວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ທ່ານນາຍົກລັດຖະມົນຕີ ນຳພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດຟິລິບປິນ, ໃນຕອນເຊົ້າ ຂອງວັນທີ 7 ພຶດສະພາ ນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງໄປສາທາລະນະລັດ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ຊຶ່ງກອງປະຊຸມຈະດໍາເນີນໃນລະຫວ່າງວັນທີ 7-8 ພຶດສະພາ 2026. ເຂົ້າຮ່ວມສົ່ງທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ສປປ ລາວ
ນາຍົກລັດຖະມົນຕີເນັ້ນຫຼາຍບັນຫາໃຫ້ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ

ນາຍົກລັດຖະມົນຕີເນັ້ນຫຼາຍບັນຫາໃຫ້ກະຊວງ ຍທຂ ສືບຕໍ່ເອົາໃຈໃສ່ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ 5 ປີ 2026-2030 ໃນວັນທີ 6 ພຶດສະພານີ້
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ແນວລາວສ້າງຊາດສືບຕໍ່ເອົາໃຈໃສ່

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ. ໂດຍສະຫາຍໄດ້ເນັ້ນຫຼາຍບັນຫາສໍາຄັນໃຫ້ແນວລາວສ້າງຊາດແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ ເພື່ອໃຫ້ວຽກງານມີການປ່ຽນແປງຢ່າງຕັ້ງໜ້າ.
ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນເມສາ2026

ໃນຕອນແລງ ຂອງວັນທີ 28 ເມສາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2026 ໃຫ້ຮູ້ວ່າ
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນເມສາ 2026

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນເມສາ 2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2026 ໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນທີ 27 ເມສານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນເຂົ້າຮ່ວມແບບເຊິ່ງໜ້າ ແລະ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຂອງປະທານ, ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2026.
ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ຫວຽດນາມ​

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ຫວຽດນາມ​

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພົນເອກ​ ຫງວຽນ ເຕີນ ເກືອງ ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນຫວຽດນາມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ ແຫ່ງ ສສ​ ຫວຽດນາມ ​ພ້ອມດ້ວຍຄະນະ ໃນວັນທີ 22 ເມສານີ້ ທີ່ຫ້ອງຮັບແຂກຫ້ອງວ່າການສູນກາງພັກ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-23 ເມສາ ປີ 2026 ນີ້. ​
ເປີດການນໍາໃຊ້ອາຄານເຮັດວຽກ ແລະ ຫ້ອງປະຊຸມສະພາປະຊາຊົນແຂວງຈໍາປາສັກ

ເປີດການນໍາໃຊ້ອາຄານເຮັດວຽກ ແລະ ຫ້ອງປະຊຸມສະພາປະຊາຊົນແຂວງຈໍາປາສັກ

ເປີດການນໍາໃຊ້ອາຄານຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມ ຂອງສະພາປະຊາຊົນ ແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 21 ເມສານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈໍາປາສັກ, ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ມີແຂກຖືກເຊີນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ໂຄງການສາຍສົ່ງ 500 ກິໂລໂວນ ລາວ-ຈີນ ເປີດການນໍາໃຊ້ຢ່າງເປັນທາງການ

ໂຄງການສາຍສົ່ງ 500 ກິໂລໂວນ ລາວ-ຈີນ ເປີດການນໍາໃຊ້ຢ່າງເປັນທາງການ

ພິທີເປີດການນໍາໃຊ້ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ລາວ-ຈີນ ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມເປີດຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ ຫົວໜ້າຫ້ອງການສໍານັກງານນາຍົກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ເລຂາພັກແຂວງຫຼວງນໍ້າທາ, ກໍາມະການປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ການເງິນ, ເອກອັກຄະລັດສະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ປະທານສະພາບໍລິຫານ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ, ປະທານສະພາບໍລິຫານ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ບໍລິສັດຄູ່ຮ່ວມພັດທະນາໂຄງການ ແລະ ແຂກຖືກເຊີນເຂົ້າຮ່ວມ ພິທີໄດ້ຈັດຂຶ້ນໃນວັນທີ 20 ເມສາ ນີ້ ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ