ພະນະທ່ານ ທອງລຸນ ສີສຸລິດເຂົ້າຮ່ວມກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ 15 ລະຫວ່າງພັກ​ປປ ​ລາວ ​ແລະ ພັກປະຊາຊົນ ​ກຳປູ​ເຈຍ

ພະນະທ່ານ ທອງລຸນ ສີສຸລິດເຂົ້າຮ່ວມກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ 15 ລະຫວ່າງພັກ​ປປ ​ລາວ ​ແລະ ພັກປະຊາຊົນ ​ກຳປູ​ເຈຍ

ພະນະທ່ານ ທອງລຸນ ສີສຸລິດເຂົ້າຮ່ວມກອງ​ປະ​ຊຸມ​ສຸດຍອດ ຄັ້ງ​ທີ 15 ລະຫວ່າງພັກ​ປປ ​ລາວ ​ແລະ ພັກປະຊາຊົນ ​ກຳປູ​ເຈຍ
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພະນະທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນຂັ້ນສູງຂອງພັກປະຊາຊົນ ກໍາປູເຈຍນໍາໂດຍ ສົມເດັດ ອັກຄະມາຫາເສນາບໍດີ ເຕໂຈ ຮຸນແຊນປະທານພັກ ປະຊາຊົນ

 ກໍາປູເຈຍ ປະທານສະພາສູງໄດ້ເດີນທາງມາຮ່ວມກອງປະຊຸມສຸດຍອດ ຄັ້ງທີ 15ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ທີ່ ນະຄອນຫຼວງວຽງຈັນສປປ ລາວ ທີ່ຈະຈັດຂຶ້ນໃນວັນທີ 7ກຸມພາ ນີ້.ໃນກອງປະຊຸມດັ່ງກ່າວ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການສາກົນແລະ ພາກພື້ນ ທີ່ມີຄວາມສົນໃຈຮ່ວມກັນສອງຝ່າຍໄດ້ຮ່ວມກັນທົບທວນຄືນການຮ່ວມມືສອງພັກ-ສອງລັດ ໃນໄລຍະຜ່ານມາ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ບົດບັນທຶກກອງປະຊຸມ ຄັ້ງທີ 14 ລະຫວ່າງ ພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍ ແລະ ໄດ້ປຶກສາຫາລື ເປັນເອກະພາບ ກ່ຽວກັບທິດທາງເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ສອງຝ່າຍ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະການຮ່ວມມືແບບຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ສອງຝ່າຍຕ່າງກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຜົນສໍາເລັດກອງປະຊຸມສຸດຍອດ ລະຫວ່າງພັກ ປປ ລາວ ແລະ ພັກປະຊາຊົນ ກຳປູເຈຍໃນຄັ້ງນີ້ ຊຶ່ງຈະເປັນຂີດໝາຍໃໝ່ສໍາຄັນໃນການປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ພະນະທ່ານ ທອງລຸນ ສີສຸລິດໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ທີ່ ປະຊາຊົນ ກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ເປັນຜູ້ນຳໜ້າ, ອັນໄດ້ເຮັດໃຫ້ກຳປູເຈຍມີການພັດທະນາຢ່າງໃຫຍ່ຫຼວງ ແລະ ຮອບດ້ານ.

ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຜົນສຳເລັດອັນສຳຄັນທີ່ປະຊາຊົນລາວສາມາດຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳ ອັນສະຫຼາດສ່ອງໃສ ຂອງ ພັກ ປປ ລາວ ໃນການສ້າງສາພັດທະນາປະເທດຊາດຕາມມະຕິກອງປະຊຸມໃຫຍ່ສະໄໝທີXIຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IXຂອງ ສປປ ລາວ.

ພະນະທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກ ປປ ລາວ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນປະທານພັກ ປະຊາຊົນ ກໍາປູເຈຍ ໄດ້ເປັນເອກະພາບ ແລະ ຍິນດີຮ່ວມກັນ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ເສີມຂະຫຍາຍການພົວພັນ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ພາຍຫຼັງການພົບປະ, ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໄດ້ເປັນສັກຂີພິຍານການລົງນາມ ເອກະສານຮ່ວມມືສອງພັກ ຈຳນວນໜຶ່ງ ແລະ ໃນຕອນທ່ຽງຂອງວັນດຽວກັນ ພະນະທ່ານ ທອງລຸນ ສີສຸລິດ ໄດ້ຈັດງານລ້ຽງເປັນກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ຄັ້ງທີ IV ເລືອກເອົາ ສະຫາຍ ສັນຕິພາບ ພົມວິຫານ ເປັນ ເລຂາຄະນະບໍລິຫານງານພັກ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ຄັ້ງທີ IV ເປີດຂຶ້ນ ແລະ ປິດລົງໃນວັນທີ 1 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ

ກະຊວງ​ການເງິນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ຂຶ້ນໃນວັນທີ 31 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ບັນດາອະດີດພະນັກງານການນໍາກະຊວງການເງິນ, ພະນັກງານຫຼັກແຫຼ່ງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຂຶ້ນໃນວັນທີ 30 ຕຸລາ ນີ້ ທີ່ຈຸດທາບທາມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາຂອງສອງກໍາລັງປະກອບອາວຸດ, ພ້ອມດ້ວຍຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ

ໃນຕອນເຊົ້າວັນທີ 29 ຕຸລາ ນີ້, ການນໍາຂັ້ນສູງ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈ ຕໍ່ການສິ້ນພະຊົນ ຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍລົມຣາຊິນີນາດ ພະບໍຣົມຣາຊະຊົນນະນີພັນປີຫຼວງ (ແມ່ຂອງ ພະບາດສົມເດັດ ເຈົ້າຊີວິດ ຣາຊະການທີ 10) ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ ພົບປະກັບ ນາຍົກນິວຊີແລນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ຄຣິດສຕອບເຟີ ລັກຊອນ(Christopher LUXON) ນາຍົກລັດຖະມົນຕີ ແຫ່ງ ນິວຊີແລນ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ນາຍົກລາວ ແລະ ປະທານສະພາມົນຕີເອີຣົບ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສຕາ (António Costa) ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນວັນທີ 26-28ຕຸລາ 2025.
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລຳເປີ ມາເລເຊຍ

ໃນວັນທີ 27 ຕຸລານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ ເກົາຫຼີ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ (APT) ຄັ້ງທີ 28, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ ຄັ້ງທີ 15.
ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບພະນະທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນວັນທີ 26-87 ຕຸລາ 2025.
ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ນາຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ

ໃນວັນທີ 26 ຕຸລາ ນີ້ ທີ່ກົວລາລໍາເປີ ປະເທດມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ສອງນາຍົກ ລາວ ແລະ ຫວຽດນາມ ປຶກສາຫາລືຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ເພີ່ມເຕີມ