ທ່ານ ທອງດຳ ສອນສັກດາ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກງານຈົດທະບຽນການເຄື່ອນໄຫວ ແລະ ປ່ຽນແປງສິດນຳໃຊ້ທີ່ດິນ ລວມທັງການຄຸ້ມຄອງເອກະສານ, ຂໍ້ມູນ ແລະ ວຽກງານອື່ນໆ ທີ່ໄດ້ມີການມອບ-ຮັບລະຫວ່າງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ (ໃນໄລຍະຜ່ານມາ) ມາສູ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຕາມການຈັດຕັ້ງໂຄງປະກອບໃໝ່.
ທ່ານ ນາງ ຍົມມະລາ ສີຫາວົງ ໄດ້ກ່າວວ່າ: ການລົງຕິດຕາມໃນຄັ້ງນີ້ ມີຈຸດປະສົງເພື່ອສະຫຼຸບ ແລະ ຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານດ້ານທີ່ດິນຢ່າງຮອບດ້ານ, ຮັບຟັງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຈຳກັດ ແລະ ບັນຫາທີ່ຍັງຄົງຄ້າງໃນການປະຕິບັດວຽກງານ ພ້ອມທັງຊອກຫາແນວທາງແກ້ໄຂ, ສະເໜີມາດຕະການ ແລະ ກົນໄກທີ່ເໝາະສົມ ເພື່ອຍົກສູງປະສິດທິພາບການບໍລິຫານຈັດການທີ່ດິນໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ທັນສະໄໝ ຫຼາຍຂຶ້ນ.
ພ້ອມກັນນັ້ນ, ຍັງໄດ້ໃຫ້ຄຳແນະນຳດ້ານທາງວິຊາການ ແລະ ເນັ້ນໃຫ້ພະນັກງານທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ການຄຸ້ມຄອງເອກະສານ, ການປັບປຸງຖານຂໍ້ມູນທີ່ດິນ, ການບໍລິການປະຊາຊົນ ແລະ ການປະສານງານກັບພາກສ່ວນກ່ຽວຂ້ອງໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິຜົນສູງຂຶ້ນ.
ການລົງຕິດຕາມ ແລະ ປະເມີນຜົນຄືນໃນຄັ້ງນີ້ ຖືເປັນໂອກາດອັນດີໃນການທົບທວນຜົນງານ, ແລກປ່ຽນບົດຮຽນ ແລະ ກຳນົດທິດທາງໃນການພັດທະນາວຽກງານທີ່ດິນ ໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນໃນຕໍ່ໜ້າ.
ຂ່າວ-ພາບ: ສີສົມບູນ ວົງວຽງຄຳ
ຄໍາເຫັນ