ພະແນກ ຖວທ ແຂວງຄຳມ່ວນ ກຽມຄວາມພ້ອມຮອບດ້ານ ເປີດປີທ່ອງທ່ຽວລາວ 2024

ພະແນກ ຖວທ ແຂວງຄຳມ່ວນ ກຽມຄວາມພ້ອມຮອບດ້ານ ເປີດປີທ່ອງທ່ຽວລາວ 2024
ການກະກຽມ ເປີດປີທ່ອງທ່ຽວລາວ 2024 ທາງພະແນກ ຖວທ ແຂວງຄຳມ່ວນ ແມ່ນໄດ້ມີການກະກຽມຄວາມພ້ອມຮອບດ້ານ ໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳຂັ້ນແຂວງ ແລະ ໄດ້ເປີດກອງປະຊຸມປຶກສາຫາລືກັບບັນດາອະນຸກຳມະການຕ່າງໆຂອງແຂວງ.
       ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ໄດ້ໃຫ້ລາຍລະອຽດກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2024 ໃຫ້ຮູ້ວ່າ: ສຳລັບແຂວງຄຳມ່ວນ ກ່ອນການເຂົ້າຮ່ວມກອງປະຊຸມຄະນະຮັບຜິດຊອບຈັດງານປີທ່ອງທ່ຽວລະດັບຊາດ ໃນຄັ້ງວັນທີ 22 ກັນຍາ ຜ່ານມາ ແຂວງຄຳມ່ວນແມ່ນໄດ້ກຳນົດເອົາ 13 ກິດຈະກຳ ຊຶ່ງເປັນກິດຈຳກຳທີ່ຕິດພັນກັບບຸນປະເພນີຂອງແຕ່ລະເມືອງ  ພ້ອມທັງໄດ້ລາຍງານຫາກະຊວງ ຖວທ ແລ້ວທາງຄະນະຮັບຜິດຊອບຂອງກະຊວງ ໄດ້ກຳນົດໃຫ້ 2 ກິດຈະກຳ ຊຶ່ງມີລະດັບຊາດ ແລະ ລະດັບແຂວງຄື: ງານບຸນພະທາດສີໂຄດຕະບອງ ທ່ອງທ່ຽວທາງວັດທະນະທຳ (ລະດັບຊາດ) ແລະ ວົງຈອນເດີລຸບ ທ່ອງທ່ຽວທາງທຳມະຊາດ (ລະດັບແຂວງ). ແຕ່ທາງແຂວງໄດ້ສະເໜີຕື່ມ ອີກ 1 ກິດຈະກຳຄື: ທ່ອງທ່ຽວທາງດ້ານປະຫວັດສາດ ເຫດການບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ.
1.    ກິດຈະກຳເປີດປີທ່ອງທ່ຽວ (ງານບຸນພະທາດສີໂຄດຕະບອງ) ປະກອບມີ: ກິດຈະກຳແຫ່ຜາສາດເຜິ້ງ, ໃສ່ບາດອຸທິດແດ່ດວງວິຍານພຣະຍາສີໂຄດ, ໃສ່ບາດປະຈຳບຸນປະເພນີ, ວຽນທຽນ. ໃນງານມີພິທີເປີດວາງສະແດງ ແລະ ຈຳໜ່າຍສິນຄ້າ, ເທດສະການອາຫານລາວ, ການປະກວດອາພອນເຜົ່າ ແລະ ປະກວດນັກຮ້ອງສຽງດີ. 
2. ກິດຈະກຳທ່ອງທ່ຽວເດີລຸບ (ທ່ອງທ່ຽວທຳມະຊາດ) ແມ່ນແຕ່ລະແຫຼ່ງທ່ອງທ່ຽວຕາມເສັ້ນທາງເດີລຸບ ຕ້ອງໃຫ້ມີກິດຈະກຳ ປະຈຳແຕ່ລະແຫຼ່ງທ່ອງທ່ຽວ. ໃນນັ້ນປະກອບມີແຫຼ່ງທ່ອງທ່ຽວຖ້ຳຊ້າງ, ຖ້ຳພະ-ໜອງປາຝາ, ທ່າຝຣັ່ງ, ຖ້ຳນາງແອ່ນ, ຂຸນນ້ຳຄຳດິບ, ວີວເທີນ, ທ່າລັ່ງ, ກອງລໍ ແລະ ພູຜາມ່ານ.
3. ກິດຈະກຳທ່ອງທ່ຽວ ດ້ານປະຫວັດສາດ ເປັນການຈາລຶກເຫດການບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເພື່ອໃຫ້ປະຊາຊົນ ແລະ ລູກຫຼານໄດ້ ສຶກສາຄົ້ນຄວ້າ ໃນນັ້ນປະກອບມີ: ກິດຈະກໍາວາງສະແດງຮູບພາບເຫດການປະຫວັດສາດ, ວາງສະແດງສິນຄ້າ, ເທດສະການອາຫານ, ການສະແດງດ້ານວັດທະນະທຳ, ຕັ້ງກອງບຸນອຸທິດສ່ວນກຸສົນໄປຫາຜູ້ທີ່ລ່ວງລັບໃນເຫດການ.
      ນັ້ນແມ່ນ 3 ກິດຈຳກຳຫຼັກໃນປີທ່ອງທ່ຽວລາວ 2024 ທີ່ແຂວງຄຳມ່ວນ ໄດ້ມີການກະກຽມ ແຕ່ໃນ 13 ກິດຈະກຳຍ່ອຍນັ້ນກໍຈະໄດ້ຈັດຕັ້ງປະຕິບັດໄປພ້ອມໆກັນ ຕາມການຄົ້ນຄວ້າຕົກລົງຂອງຄະນະພະແນກ ຖວທ ແຂວງຄຳມ່ວນ ຊຶ່ງແຕ່ລະແຫຼ່ງທ່ອງທ່ຽວ ຕ້ອງໃຫ້ມີກິດຈະກຳປະຈຳແຫຼ່ງທ່ອງທ່ຽວ 1-2 ກິດຈະກຳເພື່ອດຶງດູດນັກທ່ອງທ່ຽວມາທ່ຽວສະຖານທີ່ດັ່ງກ່າວໃຫ້ຫຼາຍຂຶ້ນ.
ປັດຈຸບັນແຂວງຄຳມ່ວນ ມີແຫຼ່ງທ່ອງທ່ຽວທັງໝົດ 209 ແຫ່ງ, ໃນນັ້ນແຫຼ່ງທ່ອງທ່ຽວທາງທໍາມະຊາດ 145 ແຫ່ງ, ປະຫວັດສາດ 31 ແຫ່ງ ແລະ ວັດທະນະທຳ 33 ແຫ່ງ, ເປີດໃຊ້ບໍລິການແລ້ວຈຳນວນ 87 ແຫ່ງ ແລະ ມີເອກະຊົນສຳປະທານເພື່ອພັດທະນາແລ້ວ  8 ແຫ່ງ, ສະຖານທີ່ທ່ອງທ່ຽວໄດ້ຮັບການພັດທະນາແລ້ວ 23 ແຫ່ງ, ທົ່ວແຂວງມີໂຮງແຮມທັງໝົດ 26 ແຫ່ງ, ເຮືອນພັກ 93 ແຫ່ງ, ຣີສອດ 9 ແຫ່ງ, ຮ້ານອາຫານ 103 ແຫ່ງ, ຮ້ານກິນດື່ມ-ບັນເທິງ 63 ແຫ່ງ, 
         ໃນໄລຍະ 2 ປີເຄິ່ງຜ່ານມານີ້ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາແຂວງຄໍາມ່ວນທັງໝົດ 565.911 ຄົນ ຍິງ 264.268 ຄົນ. ໃນນັ້ນເປັນນັກທ່ອງທ່ຽວຕ່າງປະເທດ 138.541 ຄົນ, ນັກທ່ອງທ່ຽວພາຍໃນ 427.370 ຄົນ, ສາມາດສ້າງລາຍຮັບໄດ້ທັງໝົດ 320 ຕື້ກວ່າກີບ ແລະ ຄາດຄະເນ 3 ເດືອນທ້າຍປີນີ້ ຈະມີນັກທ່ອງທ່ຽວເຂົ້າມາແຂວງຄຳມ່ວນທັງໝົດ 93.135 ຄົນ ຍິງ 25.021 ຄົນ. ໃນນີ້ມີນັກທ່ອງທ່ຽວພາຍໃນ 30.143 ຄົນ ຍິງ15.012 ຄົນ, ນັກທ່ອງທ່ຽວຕ່າງປະເທດ 62.990 ຄົນ ຍິງ 17.185 ຄົນ ຈະສາມາດສ້າງລາຍຮັບໝູນວຽນໄດ້ 59 ຕື້ກວ່າກີບ ຊຶ່ງຕາມແຜນພັດທະນາ 5 ປີ ຂອງແຂວງແມ່ນ   ໃຫ້ໄດ້ 2.500.000 ຄົນ ໂດຍສະເລ່ຍປີໜຶ່ງ 500.000 ຄົນ.
      ເພື່ອກະກຽມໃສ່ປີທ່ອງທ່ຽວ 2024 ແລະ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ ທາງພະແນກ ຖວທ ແຂວງໄດ້ມອບໃຫ້ຂະແໜງທ່ອງທ່ຽວ ລົງໄປປະເມີນບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ພາຍໃນແຂວງ ເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານບັນເທີງ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອໃຫ້ໄດ້ມາດຕະຖານ ແລະ ມີຄວາມພ້ອມທຸກດ້ານໃນຂອດບໍລິການ.
   ພິເສດ ໃນປີ 2024 ແຂວງຄຳມ່ວນຈະໄດ້ເປີດແຫຼ່ງທ່ອງທ່ຽວທາງທຳມະຊາດເພີ່ມອີກ 2 ແຫ່ງຄື: ແຫຼ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ຕາດຊຽງລື ເມືອງບົວລະພາ ຊຶ່ງຈະເປັນອີກໜຶ່ງທ່າແຮງທີ່ສຳຄັນ ໃນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງຄຳມ່ວນຫຼາຍຂຶ້ນ.
ຂ່າວ: ພະແນກ ຖວທ ແຂວງຄຳມ່ວນ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ