ພະແນກ ວທ ແຂວງຄໍາມ່ວນ ປາຖະກະຖາ 2 ວັນປະຫວັດສາດ.

ພະແນກ ວທ ແຂວງຄໍາມ່ວນ ປາຖະກະຖາ 2 ວັນປະຫວັດສາດ.

ພະແນກ ວທ ແຂວງຄໍາມ່ວນ ປາຖະກະຖາ 2 ວັນປະຫວັດສາດ.
ວັນທີ 26 ມີນານີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຄຳມ່ວນ ໄດ້ປາຖະກະຖາ 2 ວັນສໍາຄັນທາງປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026), ໂດຍການປາຖະກະຖາຂອງ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກ ວທ ແຂວງຄໍາມ່ວນ, ມີບັນດາຄະນະຂະແໜງການອ້ອມຂ້າງ ຕະຫຼອດເຖິງ ພະນັກງານ - ວິຊາການພາຍໃນພະແນກເຂົ້າຮ່ວມຮັບຟັງ.
ພະແນກ ວທ ແຂວງຄາມວນ ປາຖະກະຖາ 2 ວນປະຫວດສາດ. - image 1
 

ທ່ານ ມະໂນທອງ ພົງສະຫວັດ ໄດ້ຍົກໃຫ້ເຫັນ ເຖິງມູນເຊຶື້ອການກຳເນີດ ແລະ ຄວາມໝາຍສຳຄັນ, ພາລະກິດອັນພົ້ນເດັ່ນຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 71 ປີ ແຫ່ງການນໍາພາ ຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຈົນຮອດປັດຈຸບັນ ຊຶ່ງເຫັນໄດ້ວ່າປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຢ່າງໃຫຍ່ຫຼວງ. ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງລື່ນແຕ່ກ່ອນຢ່າງຈະແຈ້ງ, ອັນພົ້ນເດັ່ນແມ່ນຍອດຜະລິດຕະພັນພາຍໃນໄດ້ເພີ່ມຂຶ້ນເປັນແຕ່ລະໄລຍະ. ທັງນີ້, ກໍເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງພາລະກິດ ແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກເຮົາ. ພ້ອມມນີ້, ຍັງໄດ້ຍົກໃຫ້ເຫັນມູນເຊື້ອ 21 ມີນາ 1946 ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ໂດຍສະເພາະແມ່ນສະພາບການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຂອງໜ່ວຍພັກເມືອງທ່າແຂກ, ເຫດການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ແລະ ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊຶ່ງບັ້ນຮົບດັ່ງກ່າວແມ່ນໜຶ່ງໃນບັ້ນຮົບທີ່ຕໍ່ສູ້ສຳຄັນໃນລາວ, ຊຶ່ງບໍ່ແມ່ນພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານເທົ່ານັ້ນ, ແຕ່ຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳກັນ ລະຫວ່າງ 2 ຊາດ ລາວ - ຫວຽດນາມ ອ້າຍນ້ອງ ທີ່ເປັນແວ່ນແຍງອັນເຫຼືອມໃສ ຂອງນໍ້າໃຈສູ້ຮົບພິລະອາດຫານ ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນຊາວເມືອງທ່າແຂກ ກໍຄືການບັນຊາເດັດດ່ຽວໜຽວແໜ້ນ ຂອງຄະນະກອງບັນຊາການກຳລັງປະກອບອາວຸດພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ ໄດ້ຝັງເລິກໃນດວງໃຈຂອງປະຊາຊົນລາວ ແລະ ຫວຽດນາມ ຈົນຊົ່ວກາລະນານ, ບັ້ນຮົບປ້ອງກັນຕົວເມືອງທ່າແຂກໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນ ເຊື້ອເຈົ້າເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ ແຕ່ຍັງເປັນນັກຮົບທີ່ກ້າແກ່ນ ເສຍສະຫຼະເພື່ອປະເທດຊາດຢ່າງອົງອາດກ້າຫານ ທັງຮູ້ປັບປຸງກໍ່ສ້າງກໍາລັງ ແລະ ຮູ້ຈັກສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈຮັກຊາດຂຶ້ນສູ່ລະດັບສູງ.

(ຂ່າວ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ