ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ

ພະແນກການເງິນ ແຂວງຄຳມ່ວນ ເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກຳ ວ່າດ້ວຍວຽກງານແຮ່ທາດ
​ ວັນທີ 16 ມິຖຸນາ 2026 , ພະແນກການເງິນແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳ ກ່ຽວກັບວຽກງານແຮ່ທາດ, ໂດຍມີທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄຳມ່ວນ, ມີຄະນະພັກ-ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.
ພະແນກການເງນ ແຂວງຄຳມວນ ເຜຍແຜ ແລະ ຜນຂະຫຍາຍບນດານຕກຳ ວາດວຍວຽກງານແຮທາດ - image 1
 

ໃນພິທີ ທ່ານ ຄໍາສິງ ໄຊສິດທິເດດ ໄດ້ກ່າວວ່າ: ວຽກງານແຮ່ທາດ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແມ່ນວຽກງານຍຸດທະສາດທີ່ສຳຄັນ ຊຶ່ງຕິດພັນໂດຍກົງກັບຄວາມໝັ້ນຄົງທາງເສດຖະກິດ, ການພັດທະນາແບບຍືນຍົງ. ເພື່ອຮັບປະກັນໃຫ້ການຄຸ້ມຄອງ, ການຂຸດຄົ້ນ ແລະ ການປຸງແຕ່ງແຮ່ທາດ ດຳເນີນໄປຢ່າງຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງ ພັກ-ລັດ. ພ້ອມກັນນັ້ນ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມ ເອົາໃຈໃສ່ຕິດຕາມຮັບຟັງ, ສຸມສະຕິປັນຍາໃນການຄົ້ນຄວ້າ ແລະ ກ້າປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອຮ່ວມກັນກຳນົດວິທີການ ແລະ ມາດຕະການໃນການຄຸ້ມຄອງ, ແກ້ໄຂບັນຫາດ້ານແຮ່ທາດໃຫ້ຖືກທິດທາງ, ແນໃສ່ຮັບປະກັນການນຳໃຊ້ ແລະ ອະນຸລັກຊັບພະຍາກອນແຮ່ທາດໃຫ້ມີປະສິດທິຜົນສູງສຸດ.

ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດານິຕິກຳ ແລະ ຄຳສັ່ງທີ່ສຳຄັນ ຊຶ່ງປະກອບມີ: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 11/ຄລສພ (ລົງວັນທີ 7 ພຶດສະພາ 2026): ວ່າດ້ວຍການເພີ່ມທະວີການຊີ້ນໍາຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ, ແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 64/ຫສພ (ລົງວັນທີ 12 ພຶດສະພາ 2026): ເລື່ອງແຈ້ງທິດຊີ້ນໍາຂອງຂັ້ນເທິງ ກ່ຽວກັບການຮີບຮ້ອນຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ຕໍ່ກັບວຽກງານແຮ່ທາດ, ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ (ລົງວັນທີ 7 ມີນາ 2025): ວ່າດ້ວຍການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາແຮ່ຄຳຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນ້ຳ ແລະ ຮ່ອງຫ້ວຍ, ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ (ລົງວັນທີ 13 ເມສາ 2026): ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ ແລະ ນຳເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃນຂອບເຂດທົ່ວປະເທດ.

ການເຜີຍແຜ່ບັນດານິຕິກຳໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈທີ່ເປັນເອກະພາບ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນຂົງເຂດການເງິນ, ເພື່ອໃຊ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີປະສິດທິຜົນ, ປົກປ້ອງຜົນປະໂຫຍດຂອງຊາດ ແລະ ສ້າງຄວາມຍືນຍົງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຄຳມ່ວນ ກໍ່ຄືຂອງປະເທດຊາດໃນຕໍ່ໜ້າ.ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ປະກາດແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11

ວັນທີ 3 ສິງຫານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ມີພິທີປະກາດກົງຈັກການຈັດຕັ້ງ ທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີ ທ່ານ ສອນທະນູ ທຳມະວົງກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ (ສພຂ); ມີບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ ເຂົ້າຮ່ວມ.
ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ລັດຖະບານ ເພີ່ມທະວີການນຳພາວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ-ຈິງຈັງ

ປັດຈຸບັນພັກ ແລະ ລັດຖະບານ ໄດ້ຍົກລະດັບມາດຕະການ ແລະ ນໍາພາ-ຊີ້ນຳວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ ແລະ ຈິງຈັງ ໂດຍໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ປີ ນັບແຕ່ປີ (2026-2030) ເພື່ອເປັນທິດທາງໃນການຈັດ ຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ. ໃນຂະນະທີ່ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄືອຂ່າຍນາຍໜ້າ ແຕ່ງດອງແອບແຝງ, ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດໃຫ້ໝົດໄປຈາກສັງຄົມ”.
ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານ ພະແນກ ຮສສ ນວ ປະກາດ 4 ບຸກ ປະຈໍາປີ 2025

ຊາວໜຸ່ມຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດ 4 ບຸກ ປະຈໍາປີ 2025 ຂຶ້ນໃນວັນທີ 31 ກໍລະກົດຜ່ານມາ ທີ່ພະແນກດັ່ງກ່າວ ໂດຍມີທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ນວ, ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ນວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.
ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ  4 ແຂວງພາກກາງ

ສຳເລັດວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ ໃຫ້ພະນັກງານນຳພາ, ທະນາຄານການຕ່າງປະເທດມະຫາຊົນ 4 ແຂວງພາກກາງ

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້ “ວຽກງານນຳພາ-ຊີ້ນຳຕາມທິດຊີ້ນຳຂອງພັກ-ລັດ” ຂຶ້ນໃນວັນທີ 1 ສິງຫາ ຜ່ານມາ ທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງທ່ານ ຄໍາກອງ ທຳມະເທວາ ກຳມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງມີທ່ານ ເພັດພູວັນ ເຮືອງປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ອຸ່ນເຮືອນ ຮ່ວງສະຫວັນ ຮອງຫົວໜ້າພະແນກຈັດຕັ້ງ-ພະນັກງານ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ BCEL (ສໍານັກງານໃຫຍ່); ມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກກາງເຂົ້າຮ່ວມ ຊຸດຝຶກອົບຮົມຄັ້ງນີ້
ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງ ດ້ານໂພຊະນາການໃນ ສປປ ລາວ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ອົງການຄວາມຮ່ວມມືລະຫວ່າງປະເທດ ແຫ່ງປະເທດໄທ (TICA) ແລະ ອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ (UNICEF) ໄດ້ຈັດພິທີເປີດຊຸດອົບຮົມຄູຝຶກ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນເພດຍິງດ້ານໂພຊະນາການ ໃນຊຸມຊົນຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ” ຂຶ້ນໃນລະຫວ່າງວັນທີ 3-7 ສິງຫານີ້
ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຜົ້ງສາລີ

ໃນວັນທີ 31 ກໍລະກົດ ຜ່ານມາ ທີ່ສະໂມສອນແຂວງຜົ້ງສາລີ, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະ ທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກ ງານຫຼັກແຫຼ່ງຂອງແຂວງ ແລະ ເມືອງບຸນເໜືອ.
ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ໃນຕອນເຊົ້າຂອງວັນທີ 31 ກໍລະກົດນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ມີພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງພາສາອັງກິດທັງໝົດຈໍານວນ100 ກວ່າທ່ານ.
ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ຫຼວງພະບາງ-LDB ຊຸກຍູ້ຂະບວນການຈັດຫາເລືອດໃຫ້ບັນລຸຕາມແຜນການ

ພິ​ທີມອບ-ຮັບ ເສື້ອ ແລະອຸປະກອນເຍືອງຊອກຫາເສັ້ນເລືອດ ເພື່ອຊຸກຍູ້ຂະບວນການຈັດຫາເລືອດຢູ່ແຂວງຫຼວງພະບາງມີ​ຂຶ້ນໃນ​ວັນ​ທີ 30 ກໍ​ລະ​ກົດ​ຜ່ານ​ມາທີ່ແຂວງຫຼວງ​ພະ​ບາງໂດຍ​ມີທ່ານ ບຸນເຫຼືອ ສີນໄຊວໍລະວົງ ປະທານຄະນະກຳມະການປົກຄອງແຂວງ, ມີຄະນະຜູ້ບໍລິຫານທະນາຄານ ພັດທະນາລາວ (LDB), ຄະນະນຳອົງການກາແດງແຂວງຫຼວງພະບາງ ແລະພະນັກງານສູນເລືອດ ເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວວຽກງານຢູ່ເມືອງຜົ້ງສາລີ

ໃນວັນທີ 29 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ​ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜົ້ງສາລີ.
ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ກີດຈະກໍາດີໆກັບ ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos ໃນກິດຈະກຳ "ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ" ກິດຈະກໍາດີໆເພື່ອຕອບແທນໃຫ້ແກ່ຜູ້ຊົມໃຊ້ໃນນະຄອນຫຼວງວຽງຈັນ.
ເພີ່ມເຕີມ