![]() |
ໃນພິທີຄັ້ງນີ້ ແມ່ນເພື່ອຮັບຟັງ ການເລົ່າຄືນມູນເຊື້ອວັນສໍາຄັນຕ່າງໆຂອງພັກ - ຂອງຊາດ, ໃນການຫວນຄືນມູນເຊື້ອ, ທີ່ມີຄວາມໝາຍສຳຄັນ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມເຖິງຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານ, ຄຸນງາມຄວາມດີ ແລະ ການເສີມຂະຫຍາຍ, ສືບທອດມໍລະດົກອັນລໍ້າຄ່າ ເພື່ອໃຫ້ພະນັກງານຫຼັກແຫຼ່ງໄດ້ທົບທວນ, ຫວນຄືນມູນເຊື້ອ ແລະ ໄຊຊະນະຂອງພາລະກິດແຫ່ງການປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກ-ລັດ, ການເຜີຍແຜ່ໂຄສະນາຜ່ານສື່ໃນໄລຍະຕ່າງໆຜ່ານມາ ແລະ ວັນສໍາຄັນຕ່າງໆທີ່ທົ່ວປວງຊົນລາວ ຄວນຮັກສາມູນເຊື້ອອັນດີງາມນີ້ ສືບຕໍ່ຫວນຄືນເລົ່າມູນເຊື້ອໃນທຸກໆປີ ທັງນີ້ກໍ່ເພື່ອໃຫ້ ຊະມາຊິກພັກ-ພະນັກງານ ໄດ້ພ້ອມກັນຮໍ່າຮຽນເອົາຄຸນງາມຄວາມດີ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດ, ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.ຂ່າວ:ແດງສະຫວັນ

ຄໍາເຫັນ