ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນປະກອບສ່ວນທາງດ້ານວຽກງານໂພຊະນາການ

ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນປະກອບສ່ວນທາງດ້ານວຽກງານໂພຊະນາການ
ໂດຍ: ບຸນຕອມ
ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ໄດ້ມີການປະສານງານ ແລະ ສົມທົບກັບທາງພະແນກສາທາລະນະສຸກ, ເພື່ອເຮັດໃຫ້ການຮ່ວມມືໃນການປະຕິບັດວຽກງານມີຄວາມສອດຄ່ອງນໍາກັນໃນການໂຄສະນາວຽກງານໂພຊະນາການໃຫ້ໄປໃນທິດທາງລວງດຽວກັນ ມີການປະສານງານຢ່າງກົມກຽວບໍ່ມີການຂັດແຍ່ງ ແລະ ຊໍ້າກັນເພື່ອເຮັດໃຫ້ການປະຕິບັດວຽກແຕ່ລະຄັ້ງມີປະສິດທິພາບ ແລະ ມີຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້
ທ່ານ ວົງປະເສິດ ບຸນເອື້ອວົງສາ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ໃຫ້ຮູ້ວ່າ: ການສົ່ງເສີມຊຸກຍູ້ວຽກໂພຊະນາການໃຫ້ແກ່ແມ່ ແລະ ເດັກ ຜ່ານມາໄດ້ມີການຈັດຕັ້ງປະຕິບັດຮ່ວມກັນລະຫວ່າງພະແນກກະສິກຳ ແລະ ປ່າໄມ້, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ, ພະແນກແຜນການ ແລະ ການລົງທຶນ ໂດຍສະເພາະແມ່ນໄດ້ປະຕິບັດຕາມພາລະບົດບາດໜ້າທີ່ຕາມຕົວຊີ້ວັດຂອງແຕ່ລະພາກສ່ວນກ່ຽວຂ້ອງການປະກອບສ່ວນທາງດ້ານວຽກງານໂພຊະນາການ ພວກເຮົາໄດ້ເພີ່ມທະວີຄວາມເອົາໃຈໃສ່ ໃນການສ້າງຂະບວນການຜະລິດ ເພື່ອຄ້ຳປະກັນສະບຽງອາຫານໃຫ້ພຽງພໍ ແລະ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງ ອາຫານທີ່ມີລັກຊະນະຫຼາກຫຼາຍ ຄົບໝວດ ຄົບໝູ່ ໃຫ້ຫຼາຍຂຶ້ນ ໂດຍຍົກສະມັດຖະພາບການຜະລິດກະສິກຳ ໃຫ້ໄດ້ທັງປະລິມານ, ຄຸນນະພາບ ແລະ ຄວາມປອດໄພຂອງອາຫານ ເພື່ອຮັບປະກັນດ້ານໂພຊະນາການ ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນໃຫ້ມີອາຫານການກິນທີ່ສາມາດຕອບສະໜອງ ພະລັງ
ງານ 2.100 ກິໂລກຣໍລີ/ຄົນ/ວັນຂຶ້ນໄປ (ຕາມມາດຕະຖານພົ້ນທຸກທີ່ໄດ້ກໍານົດອອກໃນດຳລັດ 348/ລບ) ຫຼື ກໍານົດການກິນອາຫານປະເພດ ທາດແປ້ງ ບໍ່ໃຫ້ເກີນ 65 ຫາ 70%, ທາດຊີ້ນໃຫ້ໄດ້ 10 ຫາ 15%, ທາດໄຂມັນ ໃຫ້ໄດ້ 15 ຫາ 20% ແລະ ທາດວິຕາມິນ ແລະ ແຮ່ທາດ ປະມານ 3-5%. ແຕ່ໃນປັດຈຸບັນ ສັດສ່ວນທີ່ພວກເຮົາກິນທາດແປ້ງເກືອບເຖິງ 90%. ສໍາລັບການຈັດຕັ້ງປະຕິບັດ 4 ມາດຕະການບຸລິມະສິດຂະແໜງການກະສິກຳ ມີຄວາມຄືບໜ້າພົ້ນເດັ່ນ ຄື:ມາດຕະການ 1ສົ່ງເສີມການຜະລິດພືດຜັກ, ໝາກໄມ້ແລະພືດທີ່ໃຫ້ທາດນ້ຳມັນແບບຫຼາກຫຼາຍແລະຍືນຍົງເພື່ອບໍລິໂພກໃນຄົວເຮືອນ ແລະ ທ້ອງຖິ່ນ, ມາດຕະການ 2ສົ່ງເສີມລ້ຽງສັດນ້ອຍ ລວມທັງສັດນ້ຳ ແລະ ແມງໄມ້ເພື່ອການບໍລິໂພກໃນຄົວເຮືອນແລະທ້ອງຖິ່ນ,ມາດຕະການ 3ສົ່ງເສີມຕ່ອງໂສ້ມູນຄ່າກະສິກຳເພື່ອໂພຊະນາການລວມທັງການແປຮູບ ແລະ ການຕະຫຼາດໃນ ທ້ອງຖິ່ນ ແລະ ມາດຕະການ 4ສົ່ງເສີມການສ້າງລາຍຮັບຈາກການປັບປຸງແລະຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດ.
ຜ່ານມາຈົນຮອດປັດຈຸບັນໄດ້ຮັບການຊ່ວຍເຫຼືອຈາກພາກລັດ ແລະ ອົງການຈັດຕັ້ງສາກົນຕ່າງໆ ໂດຍແນໃສ່ປະກອບສ່ວນແກ້ໄຂບັນຫາການຂາດສານອາຫານ, ບໍລິໂພກໃຫ້ຖືກຫຼັກອະນາໄມທີ່ມີໂພຊະນາການທີ່ດີແລະ ກິນອາຫານໃຫ້ຄົບໝວດໝູ່ຊຶ່ງປະກອບມີໂຄງການສົ່ງເສີມການຜະລິດກະສິກຳເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ (Word Vision), ສະມາຄົມພັດທະນາບ້ານເຮົາ(ACD),ໂຄງການອະນຸລັກຊີວະນາໆພັນ, ໂຄງການພັດທະນາໂຄງລ່າງພື້ນຖານຕາມແລວຕາເວັນອອກ-ຕາເວັນຕົກ, ໂຄງການອາຫານ, ໂຄງການລ້ຽງປາໃນນາເຂົ້າ, ໂຄງການຊຸມຊົນເປັນເຈົ້າການດ້ານສຸຂະອານາໄມ (ສຈຊ), ໂຄງການສົ່ງເສີມການລ້ຽງໄກ່(ສາມສາຍພັນ), ໂຄງການອະນຸລັກຊີວະນາໆພັນ, ໂຄງການອະນຸລັກຫວາຍໄມ້ປ່ອງ (WWF),  ໂຄງການສົ່ງເສີມລະບົບຕ່ອງໂສ້ກະສິກຳເປັນມິດຕໍ່ສິ່ງແວດລ້ອມ, ໂຄງການກາບີ 2, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ໂຄງການກະສິກໍາເພື່ອໂພຊະນາການ(Word Vision).
ທ່ານຍັງໃຫ້ຮູ້ຕື່ມກ່ຽວກັບ ຂໍ້ດີ ແລະ ຂໍ້ຫຍຸ້ງຍາກ ກໍຄືການລົງຕິດຕາມຊຸກຍູ້ວຽກງານສະເພາະແຂວງລົງເມືອງ, ເມືຶອງລົງສຸກສາລາ ເຫັນວ່າຍັງມີຂໍ້ຈໍາກັດຢູ່ເນື່ອງຈາກຂາດງົບປະມານ. ການເຝົ້າລະວັງດ້ານໂພຊະນາການ, ຍັງຂາດອຸປະກອນ ບາງສຸກສາລາບໍ່ມີເລີຍ, ບາງສຸກສາລາມີແຕ່ກໍຊໍາລຸດເປ່ເພໃຊ້ການບໍ່ໄດ້.ສະພາບດ້ານໂພຊະນາການບາງເມືອງຍັງສູງ ເຊັ່ນ: ເມືອງສະໝ້ວຍ, ຕະໂອ້ຍ ເຖິງວ່າຈະມີໂຄງການເຂົ້າຊ່ວຍເຫຼືອກໍຕາມ,ແຕ່ຍັງມີອຸປະສັກຫຼາຍຢ່າງທີ່ບໍ່ເອື້ອຍອໍານວຍໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດເຊັ່ນ: ສະພາບດິນຟ້າອາກາດ ເສັ້ນທາງໄປມາຫາສູ່, ບ້ານເຮືອນຢູ່ກະແຈກກະຈາຍ ການເຂົ້າເຖິງມີ ຄວາມຫຍຸງຍາກ, ການໂຄສະນາສຸຂະສຶກສາ, ປະຊາສໍາພັນຊຸກຍູ້, ປຸກລະດົມຂົນຂວາຍ, ເພື່ອກະຈາຍຂໍ້ມູນຂ່າວສານຍັງບໍ່ທັນໄດ້ດີ ໂດຍສະເພາະເວລາລົງເຮັດກິດຈະກຳໃນຂັ້ນຊຸມຊົນ ຫຼື ຂັ້ນບ້ານ. ມີຄວາມຊິນເຄີຍໃນການປະຕິບັດແບບດັ່ງເດີມເຊັ່ນ: ການຂະລໍາອາຫານ, ການພັກຜ່ອນໜ້ອຍໃນແມ່ຍິງຖືພາ  ແລະ ແມ່ຫຼັງເກີດລູກ ເຮັດໃຫ້ການເບິ່ງແຍງດູແລລູກນ້ອຍບໍ່ເຕັມສ່ວນ.ການຜະລິດ ກະສິກຳ ໂດຍລວມແລ້ວ ແມ່ນການຜະລິດຈຳນວນໜຶ່ງຍັງຜະລິດຂະໜາດນ້ອຍ  ບໍ່ທັນເປັນການຜະລິດກາຍເປັນສິນຄ້າການສ້າງຕົວແບບການຜະລິດຍັງມີໜ້ອຍ, ປະສິດທິພາບການຜະລິດຍັງຕໍ່າ, ການຜະລິດສ່ວນໃຫຍ່ ຂຶ້ນກັບທຳມະຊາດ, ການສົມທົບລະຫວ່າງການຜະລິດເປັນສິນຄ້າກັບຕະຫຼາດ ຍັງບໍ່ທັນກົມກຽວ ການສົ່ງອອກຍັງເນັ້ນໃສ່ວັດຖຸດິບເປັນສ່ວນໃຫຍ່ ແລະ ໃຫ້ປະຊາຊົນໃນການລ້ຽງລູກທີ່ຖືກຕ້ອງ ໃຫ້ນຳເອົາລູກ, ເອົາຫຼານຂອງທ່ານທີ່ມີອາຍຸຕໍ່າກວ່າ 5 ປີລົງມາເພື່ອເຂົ້າຮ່ວມໃນການບໍລິການກວດກາສຸກກະພາບຕາມສະຖານທີ່ຕ່າງໆ ບໍ່ວ່າຈະເປັນຊຸມຊົນຂັ້ນບ້ານ, ກຸ່ມບ້ານ, ສຸກສາລາ ຫຼືໂຮງໝໍນ້ອຍຕາມທີ່ແພດໝໍໄດ້ປະກາດແຈ້ງໃຫ້ປະຊາຊົນໃນແຕ່ລະຄັ້ງແມ່ນໃຫ້ພາລູກພາຫຼານມາທຸກໆຄັ້ງ.
ສ່ວນການເຄື່ອນໄຫວຂອງຄະນະສື່ມວນຊົນຈາກສູນກາງ ຢູ່ແຂວງສາລະວັນ ຄັ້ງນີ້ ເພື່ອຕິດຕາມສະພາບການຈັກຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກ ມີຂຶ້ນໃນລະຫວ່າງວັນທີ 8-12 ທັນວາ ນີ້ ນຳໂດຍ ທ່ານ ນາງ ນິນລະນາ ພົມມະຈັນ ວິຊາການ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກກະຊວງສາທາລະນະສຸກ ແລະ ໃຫ້ການສະໜັບສະໜູນ ຈາກ ສະຫະພາບເອີຣົບ(EU) ໂດຍຜ່ານ ອົງການອຸຍນີເຊັບ (Unicef)ປະຈຳລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ການຕຳນິສົ່ງຂ່າວ ຄືແວ່ນແຍງທີ່ປະເສີດ

ໂດຍຣັດສະໝີ ດວງສັດຈະ. ການຕຳນິຕິຊົມ ຫຼື ການສົ່ງຂ່າວ ເຊິ່ງກັນ ແລະ ກັນ ມີບົດບາດສຳຄັນຫຼາຍ ໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ ອັນໄດ້ກາຍເປັນຫົວຂໍ້ທີ່ສຳຄັນ ໃນລະບອບສ່ອງແສງລາຍງານ ໂດຍຖືເອົາການຕຳນິຕິຊົມ ເປັນແວ່ນແຍງທີ່ໃສແຈ້ງ, ເປັນກະຈົກສ່ອງເງົາ-ສ່ອງເຮົາ ຫຼື ເປັນມະໂຫສົດ ທີ່ຄອຍປ້ອງກັນແລະປິ່ນປົວພະຍາດ ແນວຄິດທີ່ຜິດເຂວອອກຈາກລະບຽບກົດໝາຍ, ວັດທະນະທຳ,ຈັນຍາບັນ-ຈັນຍາທຳ...
ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ຊີ້ແຈງຂໍ້ຂ້ອງໃຈຂອງສັງຄົມຕໍ່ການຕັດຕົ້ນໄມ້ຢູ່ຖະໜົນເສດຖາທິຣາດ

ເນື່ອງຈາກມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງ ລວມທັງຮ່ອງລະບາຍນໍ້າຢູ່ຖະໜົນເສດຖາທິຣາດເພື່ອພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ການສັນຈອນໄປມາມີຄວາມສະດວກສະບາຍ ຕິດພັນກັບໂຄງ ການພັດທະນາດັ່ງກ່າວ, ທາງໂຄງການຈຶ່ງໄດ້ມີການສຶກສາສຳຫຼວດຕໍ່ຜົນກະທົບຂອງຕົ້ນໄມ້ທີ່ຢູ່ລຽບເສັ້ນທາງຖະໜົນເສດຖາທິຣາດໄປພ້ອມໆກັນ ຊຶ່ງລ້ວນແຕ່ເປັນຕົ້ນໄມ້ທີ່ສູງໃຫຍ່ມີອາຍຸ 100 ປີ. ດັ່ງນັ້ນ, ຈຶ່ງໄດ້ມີການຕັດຮອນງ່າໄມ້, ຟື້ນຟູຮາກຕົ້ນໄມ້ ເພື່ອບໍາລຸງຮັກສາຕົ້ນໄມ້ໃຫ້ມີຄວາມສວຍງາມ ແລະ ຍືນຍົງ ເພື່ອຄວາມປອດໄພຂອງປະຊາຊົນໃນການສັນຈອນໄປມາ.
ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກນະຄອນໄກສອນ 55 ລ້ານກີບ

ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໄດ້ມອບເງິນປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ lX ທີ່ຈະໄຂຂຶ້ນໃນລະຫວ່າງວັນ 26-27 ມິຖຸນານີ້, ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃນການກະກຽມກອງປະຊຸມໃຫຍ່ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ພິທີມອບ-ຮັບເງິນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໂດຍການກ່າວມອບຂອງທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານ ແລະ ກ່າວຮັບໂດຍທ່ານ ຄຳຜຸຍ ສີບຸນເຮືອງ ກຳມະການພັກແຂວງ ຮັກສາການເລຂາພັກນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ ພ້ອມຄະນະ.
ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ແຂວງວຽງຈັນ ເຜີຍແຜ່ຜົນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ສະຫາຍ ຈິດຕະວົງ ສີສົງຄາມ ຮອງປະທານຄະນະກວດກາພັກແຂວງວຽງຈັນ.
ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສື່ມວນຊົນພາກກາງຝຶກອົບຮົມ ການລາຍງານຂ່າວບັນຫາຫາສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້ฌ ການລາຍງານຂ່າວບັນຫາຫາສີຂຽວ ໃຫ້ສື່ມວນຊົນ ພາກກາງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຊຶ່ງຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ ສານປະຊາຊົນແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນນະທີຫ້ອງປະຊຸມຊັ້ນ 3 ສານປະຊາຊົນແຂວງ. ໂດຍການເປັນປະທານຂອງ ສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ ຮັກສາການປະທານສານປະຊາຊົນແຂວງຜົ້ງສາລີ.
ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານ ແລະ ປະດັບຫຼຽນໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ເພີ່ມເຕີມ