ພະແນກພບ ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານປະ​ຈຳ​ປີ 2023

ພະແນກພບ ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານປະ​ຈຳ​ປີ 2023
ກອງປະຊຸມປະຈຳປີ 2023 ຂອງພະແນກພະລັງງານ ແລະ ບໍ່ແຮ່ (ພະ​ແນກພບ) ແຂວງສາລະວັນ ໄດ້ຈັດຂຶ້ນເມື່ອ​ທ້າຍ​ເດືອນ​ຜ່ານ​ມາທີ່ພະ​ແນກພບແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງການອ້ອມຂ້າງ, ຫົວໜ້າຫ້ອງການ ພບ 8 ຕົວເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບຕີລາຄາຄືນຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ວິທີການແກ້ໄຂ ຂອງການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ແຂວງ, ວາງທິດທາງວຽກງານຈຸດສຸມໃນຕໍ່ໜ້າ. ພ້ອມກັນນີ້, ຍັງໄດ້ພ້ອມກັນທົບທວນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ຕິດພັນກັບ​ການຕິດຕາມ, ກວດກາ ແລະ ຄຸ້ມຄອງໂຄງການລົງທຶນດ້ານບໍ່ແຮ່, ການປັບປຸງບັນດາລັດວິສາຫະກິດທີ່ຂຶ້ນກັບ ແລະ ບັນຫາປິ່ນອ້ອມອື່ນໆ ເພື່ອຍົກສູງປະສິດທິພາບໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງ ໃຫ້ມີປະສິດທິພາບ, ມີປະສິດທິຜົນສູງ, ນຳເອົາຜົນປະໂຫຍດສູງສຸດມາສູ່ການພັດທະນາແຂວງ ກໍຄືການພັດທະນາປະ​ເທດຊາດ. ໃນນີ້ໄດ້ຍົກໃຫ້ເຫັນສະພາບທີ່ພົ້ນເດັ່ນການຈັດຕັ້ງປະຕິບັດ ໃນໄລຍະ 1 ປີທີ່ຜ່ານມາ ບົນພື້ນຖານປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ກໍຄືມະຕິ IX ຂອງອົງຄະນະພັກແຂວງສາລະວັນ, ເວົ້າສະເພາະແມ່ນແຜນພັດທະນາວຽກງານພະລັງງານ.
ໃນ​ຂະ​ນະ​ດຽວ​ກັນ ສາມາດຈັດຕັ້ງປະຕິບັດສຳເລັດຫຼາຍໜ້າວຽກທີ່ພົ້ນເດັ່ນເປັນ​ຕົ້ນ​ການເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ​ໄດ້58 ລ້ານກວ່າກີບ ເທົ່າກັບ 78,61%. ປັດຈຸບັນ, ທົ່ວແຂວງ ມີແຫຼ່ງຜະລິດພະລັງານໄຟຟ້າ ທັງໝົດ 21 ໂຄງການ, ລວມກໍາລັງຕິດຕັ້ງ 2.185.1 MW, ມີກໍາລັງຜະລິດ 10.059,7 GWh/ປີ (ເຊີ່ງບໍ່ລວມທັງພະລັງງານລົມ). ດ້ານໂຄງການສຳຫຼວດ ແລະ ກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ ທີ່ໄດ້ເຊັນສັນຍາກັບອຳນາດການປົກຄອງແຂວງ 14ໂຄງການ, ບັນດາເມືອງໃນທົ່ວແຂວງ ແມ່ນມີໄຟຟ້າຊົມໃຊ້ ກວມ 100%; ບ້ານມີໄຟ​ຟ້າ​ໃຊ້ 573 ບ້ານ ກວມ 99,13%(ບ້ານທັງໝົດ578 ບ້ານ), ເພີ່ມ​ຂຶ້ນ 1 ບ້ານ(ແຜນ​ປີ 3 ບ້ານ) ປະຕິບັດໄດ້ 33%, ຄົວເຮືອນທີ່ໄຊ້ໄຟຟ້າໃນລະບົບສາຍສົ່ງມີ 75.738 ຫຼັງຄາເຮືອນ.
ນອກນັ້ນ ກໍໄດ້ຕິດຕາມວຽກງານທໍລະນີສາດ ແລະ ແຮ່ທາດ, ຊຸກຍູ້ບັນດາໂຄງການ, ກິດຈະການ ທີ່ໄດ້ອອກອະນຸຍາດຈາກຂັ້ນແຂວງໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດອະໂລຫະໃນໄລຍະຜ່ານມາ ມີຈໍານວນທັງໝົດ 13 ບໍລິສັດ 15 ກິດຈະການ ຊຶ່ງມີເນື້ອທີ່ສໍາປະທານ 60,38 km2, ສາດມາດຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ ນໍາໃຊ້ເຂົ້າໃນການກໍ່ສ້າງ ແລະ ນໍາໄປຜະລິດຊີມັງ.
ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້ຜ່ານແຜນການທິດທາງການຈັດຕັ້ງປະຕິບັດໃນປີ 2024 ຕື່ມອີກ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ