ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງກະຊວງການຕ່າງປະເທດສສຫວຽດນາມ

ພັນລະຍາປະທານປະເທດຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງກະຊວງການຕ່າງປະເທດສສຫວຽດນາມ

ພັນລະຍາປະທານປະເທດຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງກະຊວງການຕ່າງປະເທດສສຫວຽດນາມ
ທ່ານນາງນາລີ ສີສຸລິດ ພັນລະຍາປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສະຫະພັນແມ່ຍິງກະຊວງການຕ່າງປະເທດ ແຫ່ງ ສສຫວຽດນາມຊຶ່ງນໍາໂດຍທ່ານນາງ ຫວູ ທິ ບິກ ຫງ໋ອກ ພັນລະຍາທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສຫວຽດນາມ

ໃນວັນທີ 17 ທັນວານີ້ ທີ່ທໍານຽບປະທານປະເທດ.
ໂອກາດດັ່ງກ່າວ, ທ່ານນາງນາລີ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານນາງ ຫວູ ທິ ບິກ ຫງ໋ອກ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ເວົ້າລວມ, ເວົ້າສະເພາະກໍແມ່ນການເຮັດວຽກຮ່ວມກັບ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດແຫ່ງ ສສຫວຽດນາມ ຊຶ່ງເປັນບາດກ້າວທີ່ສໍາຄັນໃນການຍົກສູງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງ, ກວ້າງຂວາງ, ມີໝາກຜົນຍິ່ງໆຂຶ້ນ ທັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ທ່ານນາງນາລີສີສຸລິດ ກໍໄດ້ເນັ້ນໜັກໃຫ້ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອສະຫງ່າງາມ ໃຫ້ໝັ້ນຄົງຂະໜົງແກ່ນ, ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງກວ້າງຂວາງ; ພ້ອມນີ້ ກໍໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ ທ່ານນາງ ຫວູ ທິ ບິກ ຫງ໋ອກ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີຮັກແພງສະໜິດສະໜົມແບບພິເສດທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ,ສອງລັດ ກໍຄື ສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫະພັນແມ່ຍິງກະຊວງການຕ່າງປະເທດແຫ່ງ ສສຫວຽດນາມ ກໍຄື ປະຊາຊົນທັງສອງປະເທດ ລາວ-ຫວຽດນາມ ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ງອກງາມຍິ່ງໆຂຶ້ນ.
ຈາກນັ້ນ, ທ່ານ ນາງ ຫວູ ທິ ບິກ ຫງ໋ອກ ຕາງໜ້າໃຫ້ກັບຄະນະ ສະແດງຄວາມຂອບໃຈຕໍ່ທ່ານນາງນາລີ ສີສຸລິດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຈາກນັ້ນ ກໍໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກໃຫ້ກັບທ່ານ ນາງ ນາລີ ສີສຸລິດ ໄດ້ຮັບຊາບອີກດ້ວຍ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ໂດຍສືບຕໍ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ​ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ​ ລາວ ແລະ ຕວັກກີ ຄັ້ງທີ 2 ໃນວັນທີ 11-12 ມິຖຸນາ 2026 ທີ່ ​ນະຄອນຫຼວງ​ ອັງກາລາ ປະເທດຕວັກກີ, ຄະນະຜູ້ແທນຕວັກກີ ນໍາໂດຍ ທ່ານ ກໍກູດ ຢືນເຢັນ (KorkutGüNGEN) ຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດຕວັກກີ.
ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນດ້ານຍຸດທະສາດ” ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ບໍວອນທັດ ດວງຈັກ ຫົວ ໜ້າຫ້ອງການ ກະຊວງການຕ່າງປະເທດ, ທ່ານ ນາງ ເບນິຕາ ຊັມເມີວິວ ອຸປະທູດຊົ່ວຄາວ ສະຖານ ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ລາວ, ມີຜູ້ຕາງໜ້າ ຈາກ ກະຊວງການຕ່າງປະເທດ, ຄະນະ ພົວພັນຕ່າງປະເທດສູນກາງພັກ, ສະໂມສອນນັກການທູດລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
LAO-WEN ລົງກວດກາ ແລະ ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ

LAO-WEN ລົງກວດກາ ແລະ ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ

ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຢູ່ສະຖານທີ່ ລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມ ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໃນວັນທີ 13 ມິຖຸນາ ຜ່ານມາ, ໃນຂະນະລົງກວດກາຕົວຈິງໄດ້ພົບເຫັນ ການລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມແລ້ວເກັບມາເປັນຂອງກາງມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຮ່ວມກັບຄະນະພາສາຫວຽດນາມ ຂອງສະມາຄົມຊາວຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2 ຂຶ້ນໃນວັນທີ 17 ມີຖຸນານີ້ ທີ່ສະຖານທູດຫວຽດນາມປະຈຳລາວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາແຫ່ງ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງ, ຄູ - ອາຈານ ແລະ ບັນດາທີມເຂົ້າແຂ່ງຂັນ ເຂົ້າຮ່ວມ.
ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VII ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຮາຍຟອງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ແທັງ ຕຸ່ງ ກຳມະການສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ເລ ງັອກ ເຈົາ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາຄະນະບໍລິຫານງານພັກແຂວງຮາຍຟອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກສອງກະຊວງຍຸຕິທໍາລາວ-ຫວຽດນາມເຂົ້າຮ່ວມ.
ສຳເລັດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ

ສຳເລັດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ

ໃນລະຫວ່າງວັນທີ 4-17 ມິຖຸນາ 2026, ກະຊວງການຄ້າ ສາທາລະນະລັດປະຊາຊົນຈີນ (ສປ ຈີນ) ຮ່ວມກັບ ສູນແລກປ່ຽນເສດຖະກິດ ແລະ ເຕັກນິກສາກົນຢູນນານ ໄດ້ຈັດຊຸດຝຶກອົບຮົມສຳລັບພະນັກງານແນວລາວສ້າງຊາດ ສປປ ລາວ ຂຶ້ນທີ່ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ; ພິທີປີດຊຸດອົບຮົມໄດ້ຮັບກຽດຈາກ ທ່ານ ຫຼີ ລອງຄັງ, ຫົວໜ້າສູນແລກປ່ຽນເສດຖະກິດ ແລະ ເຕັກນິກສາກົນຢູນນານ ເປັນປະທານຝ່າຍຈີນ ແລະ ທ່ານ ຫຸມເພັງ ຈອມວິສານ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງຜົ້ງສາລີ ເປັນຫົວໜ້າຄະນະຝ່າຍລາວ ເຂົ້າຮ່ວມຊຸດອົບຮົມມີພະນັກງານຈາກສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ ແລະ ແນວລາວສ້າງຊາດບັນດາແຂວງ ລວມທັງໝົດ 35 ທ່ານ;
ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ສ ຣັດເຊຍ ສ້າງສາຍພົວພັນການຮ່ວມມື

ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ສ ຣັດເຊຍ ສ້າງສາຍພົວພັນການຮ່ວມມື

ເນື່ອງໃນໂອກາດ ຕິດຕາມ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວວຽກງານ ທາງລັດຖະການ ຢູ່ ສະຫະພັນຣັດເຊຍ, ໃນວັນທີ 16 ມິຖຸນາຜ່ານມານີ້ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນ ຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ປະຊຸມພົບປະຢ່າງເປັນທາງການ ກັບ ທ່ານ ນາງ ໂອກຊານາ ນີໂກລາເອບນາ (Oksana Nikolaevna) ລັດຖະມົນຕີ ກະຊວງກະສິກໍາ ແຫ່ງສະຫະ ພັນຣັດເຊຍ ທີ່ນະຄອນຫຼວງມົສກູ.
ສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

ສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ

ວັນທີ 14 ມິຖຸນາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ອົງການ UNFPA ປະຈຳ ສປປ ລາວ ຮ່ວມມືກັບ ໂຮງແຮມອາມາຣີ ວຽງຈັນ ໄດ້ຈັດກິດຈະກຳວັນແຫ່ງຄວາມມ່ວນຊື່ນເພື່ອການມີສ່ວນຮ່ວມຂອງຄົນພິການ (Disability Inclusion Fun Day)
ຮອງ ລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງ  ກົງສູນໃຫຍ່ຫວຽດນາມຄົນໃໝ່

ຮອງ ລມຕ ກະຊວງການຕ່າງປະເທດ ຮັບການຍື່ນສັນຍາບັດແຕ່ງຕັ້ງ ກົງສູນໃຫຍ່ຫວຽດນາມຄົນໃໝ່

ໃນວັນທີ 16 ມິຖຸນາ ຜານມານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງຂອງ ສະຫາຍ ຫງວຽນ ວັນ ຢຸງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳ ແຂວງສະຫວັນນະເຂດ.
ສ້າງຄວາມເຂົ້າໃຈກ່ຽວກັບບັນຫາພູມສາດເສດຖະກິດ ແລະ ການຮັບມືໃນສະພາບປັດຈຸບັນ

ສ້າງຄວາມເຂົ້າໃຈກ່ຽວກັບບັນຫາພູມສາດເສດຖະກິດ ແລະ ການຮັບມືໃນສະພາບປັດຈຸບັນ

ສະຖານທູດອົສຕຣາລີ ປະຈຳລາວ ຮ່ວມກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ, ທ່າມກາງການແບ່ງແຍກທາງພູມສາດເສດຖະກິດ (Strengthening Economic Resilience Amid Geo economics)” ຂຶ້ນໃນວັນທີ 17 ມີຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ນາງ ເມແກນ ຈອນ (Migan Jones) ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ