ພັນໄມ້ທີ່ມີຄຸນຄ່າຫຼາຍກວ່າ 400 ຕົ້ນ ຖືກນໍາມາປູກຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ

ພັນໄມ້ທີ່ມີຄຸນຄ່າຫຼາຍກວ່າ 400 ຕົ້ນ ຖືກນໍາມາປູກຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ

ພັນໄມ້ທີ່ມີຄຸນຄ່າຫຼາຍກວ່າ 400 ຕົ້ນ ຖືກນໍາມາປູກຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ
ພັນໄມ້ທີ່ມີຄຸນຄ່າຫຼາຍກວ່າ 400 ຕົ້ນ ຖືກນໍາມາປູກຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 - 1 ມິຖຸນາ 2026) ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ (1 ມິຖຸນາ 1925 - 1 ມິຖຸນາ 2026). ພະ ແນກວັດທະນະທໍາ ແລະ ການທ່ອງທ່ຽວຫຼວງນໍ້າທາ (ວທ) ຮ່ວມກັບຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງຫຼວງນໍ້າທາ, ສະມາຄົມທຸລະກິດທ່ອງທ່ຽວ, ພະນັກງານນໍາທ່ຽວຂັ້ນແຂວງ, ພະນັກງານນໍາທ່ຽວຂັ້ນບ້ານ, ພ້ອມດ້ວຍ ຜູ້ປະກອບການຮ້ານອາຫານເມົາເທິນວີວ (Mountain View) ແລະ ປະຊາຊົນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ຟື້ນຟູເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຂຶ້ນໃນວັນທີ 1 ມິຖຸນາ ນີ້ ຊຶ່ງນໍາພາຂະບວນໂດຍ ທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫຼວງນໍ້າທາ ເພື່ອເພີ່ມຄວາມຂຽວງາມ ແລະ ຟື້ນຟູລະບົບນິເວດ ຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຢ່າງເປັນຂະບວນຟົດຟື້ນ. ກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ວິໄສທັດການພັດທະນາສີຂຽວ ຈຸດປະສົງເພື່ອສະເຫຼີມສະຫຼອງ 2 ວັນປະຫວັດສາດ ແລະ ປູກຈິດສໍານຶກໃຫ້ຮຸ່ນເຍົາວະຊົນ ຮ່ວມສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ, ທັງເປັນການບົ່ມສອນ, ສ້າງຈິດສໍານຶກໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນ ໃຫ້ຮັບຮູ້ເຖິງຄຸນຄ່າຂອງທໍາມະຊາດ, ຮູ້ຮັກ ແລະ ຫວງແຫນສິ່ງແວດລ້ອມແຕ່ຄາວຍັງເຍົາໄວ ເພື່ອເປັນກໍາລັງສໍາຄັນໃນການປົກປັກຮັກສາໂລກໃນອະນາຄົດ; ເພື່ອຟື້ນຟູລະບົບນິເວດ ແລະ ສົ່ງເສີມການທ່ອງທ່ຽວແບບອະນຸລັກ (Eco-Tourism) ເພື່ອເພີ່ມຄວາມອຸດົມສົມບູນ ໃຫ້ແກ່ຊີວະນາໆພັນ ແລະ ຄວາມຂຽວງາມ ຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເປັນຈຸດຂາຍດ້ານການທ່ອງທ່ຽວທີ່ສໍາຄັນຂອງແຂວງຫຼວງນໍ້າທາ, ແນໃສ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມັກຮັກໃນທໍາມະຊາດ; ຮັດແໜ້ນຄວາມສາມັກຄີ ແລະ ການມີສ່ວນຮ່ວມ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ຊຸມຊົນ, ສ້າງກົນໄກການຮ່ວມມືທີ່ເຂັ້ມແຂງ ລະຫວ່າງ ອົງການຈັດຕັ້ງລັດ, ສະມາຄົມທຸລະກິດ, ຜູ້ປະກອບການຮ້ານອາຫານ - ການທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນ ໃນການມີສ່ວນຮ່ວມຮັບຜິດຊອບຕໍ່ສັງຄົມ ແລະ ຮ່ວມກັນພັດທະນາການທ່ອງທ່ຽວແບບຍືນຍົງ. ທ່ານ ສົມສະຫວາດ ນາມອິນທາ ໄດ້ມີຄໍາເຫັນຕໍ່ກິິດຈະກໍາຄັ້ງນີ້ວ່າ: ການປູກຕົ້ນໄມ້ ບໍ່ແມ່ນພຽງແຕ່ການຢອດແກ່ນພັນລົງໃນດິນ, ແຕ່ມັນຄືການປູກຝັງຄວາມຫວັງ, ປູກຝັງອະນາຄົດສີຂຽວໃຫ້ແກ່ແຂວງຫຼວງນໍ້າທາ ຂອງພວກເຮົາ. ການທີ່ນໍາພາເດັກນ້ອຍ ແລະ ເຍົາວະຊົນມາຮ່ວມປູກຕົ້ນໄມ້ ກໍເພື່ອໃຫ້ເຂົາເຈົ້າໄດ້ສໍາຜັດ ແລະ ຮູ້ສຶກເປັນເຈົ້າຂອງປ່າໄມ້ອັນລໍ້າຄ່ານີ້. ກິດຈະກໍາສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈໍາປີ 2026 ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫຼວງນໍ້າທາ ໃນຄັ້ງນີ້ ໄດ້ສ້າງຄວາມສາມັກຄີ ແລະ ຄວາມປະທັບໃຈ ຊຶ່ງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງແຂວງຫຼວງນໍ້າທາ ໃນການຂັບເຄື່ອນການທ່ອງທ່ຽວສີຂຽວ ທີ່ເປັນມິດຕໍ່ສິ່ງແວດລ້ອມຢ່າງແທ້ຈິງ. ຜູ້ເຂົ້າຮ່ວມໃນກິດຈະກໍາດັ່ງກ່າວ ໄດ້ຮ່ວມແຮງຮ່ວມໃຈກັນຍ່າງປ່າ ແລະ ປູກຕົ້ນໄມ້ ໄປຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ ເປັນໄລຍະທາງຍາວເຖິງ 4 ກິໂລແມັດ.ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ລ້ວນແຕ່ເປັນພັນໄມ້ທີ່ມີຄຸນຄ່າ, ເໝາະສົມກັບສະພາບທໍາມະຊາດ ແລະ ຊ່ວຍເພີ່ມຄວາມສວຍງາມໃຫ້ແກ່ເສັ້ນທາງທ່ອງທ່ຽວ ລວມທັງໝົດ 420 ກວ່າຕົ້ນ ປະກອບມີ ຕົ້ນຝາງແດງ, ຕົ້ນໄຮ, ຕົ້ນໝາກໄຟ (ເພີ່ມແຫຼ່ງອາຫານໃຫ້ສັດປ່າ), ຕົ້ນເກົາເລົາ, ຕົ້ນດອກສະເລົາ ແລະ ພັນໄມ້ດອກ ປະດັບປະດາຕ່າງໆ ທີ່ຈະອອກດອກສ້າງສີສັນໃຫ້ແກ່ນັກທ່ອງທ່ຽວໃນອະນາຄົດ. ຂ່າວ: ພະແນກ ວທ ຫຼວງນໍ້າທາ

 

ພນໄມທມຄນຄາຫາຍກວາ 400 ຕນ ຖກນາມາປກຕາມເສນທາງທອງທຽວຍາງປາ ໃນປາສະຫງວນແຫງຊາດນາຫາ - image 1
 

ກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ວິໄສທັດການພັດທະນາສີຂຽວ ຈຸດປະສົງເພື່ອສະເຫຼີມສະຫຼອງ 2 ວັນປະຫວັດສາດ ແລະ ປູກຈິດສໍານຶກໃຫ້ຮຸ່ນເຍົາວະຊົນ ຮ່ວມສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ, ທັງເປັນການບົ່ມສອນ, ສ້າງຈິດສໍານຶກໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນ ໃຫ້ຮັບຮູ້ເຖິງຄຸນຄ່າຂອງທໍາມະຊາດ, ຮູ້ຮັກ ແລະ ຫວງແຫນສິ່ງແວດລ້ອມແຕ່ຄາວຍັງເຍົາໄວ ເພື່ອເປັນກໍາລັງສໍາຄັນໃນການປົກປັກຮັກສາໂລກໃນອະນາຄົດ; ເພື່ອຟື້ນຟູລະບົບນິເວດ ແລະ ສົ່ງເສີມການທ່ອງທ່ຽວແບບອະນຸລັກ (Eco-Tourism) ເພື່ອເພີ່ມຄວາມອຸດົມສົມບູນ ໃຫ້ແກ່ຊີວະນາໆພັນ ແລະ ຄວາມຂຽວງາມ ຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເປັນຈຸດຂາຍດ້ານການທ່ອງທ່ຽວທີ່ສໍາຄັນຂອງແຂວງຫຼວງນໍ້າທາ, ແນໃສ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມັກຮັກໃນທໍາມະຊາດ; ຮັດແໜ້ນຄວາມສາມັກຄີ ແລະ ການມີສ່ວນຮ່ວມ ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ຊຸມຊົນ, ສ້າງກົນໄກການຮ່ວມມືທີ່ເຂັ້ມແຂງ ລະຫວ່າງ ອົງການຈັດຕັ້ງລັດ, ສະມາຄົມທຸລະກິດ, ຜູ້ປະກອບການຮ້ານອາຫານ - ການທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນ ໃນການມີສ່ວນຮ່ວມຮັບຜິດຊອບຕໍ່ສັງຄົມ ແລະ ຮ່ວມກັນພັດທະນາການທ່ອງທ່ຽວແບບຍືນຍົງ.

ພນໄມທມຄນຄາຫາຍກວາ 400 ຕນ ຖກນາມາປກຕາມເສນທາງທອງທຽວຍາງປາ ໃນປາສະຫງວນແຫງຊາດນາຫາ - image 2
 

ທ່ານ ສົມສະຫວາດ ນາມອິນທາ ໄດ້ມີຄໍາເຫັນຕໍ່ກິິດຈະກໍາຄັ້ງນີ້ວ່າ: ການປູກຕົ້ນໄມ້ ບໍ່ແມ່ນພຽງແຕ່ການຢອດແກ່ນພັນລົງໃນດິນ, ແຕ່ມັນຄືການປູກຝັງຄວາມຫວັງ, ປູກຝັງອະນາຄົດສີຂຽວໃຫ້ແກ່ແຂວງຫຼວງນໍ້າທາ ຂອງພວກເຮົາ. ການທີ່ນໍາພາເດັກນ້ອຍ ແລະ ເຍົາວະຊົນມາຮ່ວມປູກຕົ້ນໄມ້ ກໍເພື່ອໃຫ້ເຂົາເຈົ້າໄດ້ສໍາຜັດ ແລະ ຮູ້ສຶກເປັນເຈົ້າຂອງປ່າໄມ້ອັນລໍ້າຄ່ານີ້. ກິດຈະກໍາສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈໍາປີ 2026 ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫຼວງນໍ້າທາ ໃນຄັ້ງນີ້ ໄດ້ສ້າງຄວາມສາມັກຄີ ແລະ ຄວາມປະທັບໃຈ ຊຶ່ງເປັນການຢືນຢັນເຖິງຄວາມມຸ່ງໝັ້ນຂອງແຂວງຫຼວງນໍ້າທາ ໃນການຂັບເຄື່ອນການທ່ອງທ່ຽວສີຂຽວ ທີ່ເປັນມິດຕໍ່ສິ່ງແວດລ້ອມຢ່າງແທ້ຈິງ.

ຜູ້ເຂົ້າຮ່ວມໃນກິດຈະກໍາດັ່ງກ່າວ ໄດ້ຮ່ວມແຮງຮ່ວມໃຈກັນຍ່າງປ່າ ແລະ ປູກຕົ້ນໄມ້ ໄປຕາມເສັ້ນທາງທ່ອງທ່ຽວຍ່າງປ່າ ໃນປ່າສະຫງວນແຫ່ງຊາດນໍ້າຫ້າ ເປັນໄລຍະທາງຍາວເຖິງ 4 ກິໂລແມັດ.ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ລ້ວນແຕ່ເປັນພັນໄມ້ທີ່ມີຄຸນຄ່າ, ເໝາະສົມກັບສະພາບທໍາມະຊາດ ແລະ ຊ່ວຍເພີ່ມຄວາມສວຍງາມໃຫ້ແກ່ເສັ້ນທາງທ່ອງທ່ຽວ ລວມທັງໝົດ 420 ກວ່າຕົ້ນ ປະກອບມີ ຕົ້ນຝາງແດງ, ຕົ້ນໄຮ, ຕົ້ນໝາກໄຟ (ເພີ່ມແຫຼ່ງອາຫານໃຫ້ສັດປ່າ), ຕົ້ນເກົາເລົາ, ຕົ້ນດອກສະເລົາ ແລະ ພັນໄມ້ດອກ ປະດັບປະດາຕ່າງໆ ທີ່ຈະອອກດອກສ້າງສີສັນໃຫ້ແກ່ນັກທ່ອງທ່ຽວໃນອະນາຄົດ.

ພນໄມທມຄນຄາຫາຍກວາ 400 ຕນ ຖກນາມາປກຕາມເສນທາງທອງທຽວຍາງປາ ໃນປາສະຫງວນແຫງຊາດນາຫາ - image 3
 

ພນໄມທມຄນຄາຫາຍກວາ 400 ຕນ ຖກນາມາປກຕາມເສນທາງທອງທຽວຍາງປາ ໃນປາສະຫງວນແຫງຊາດນາຫາ - image 4ພນໄມທມຄນຄາຫາຍກວາ 400 ຕນ ຖກນາມາປກຕາມເສນທາງທອງທຽວຍາງປາ ໃນປາສະຫງວນແຫງຊາດນາຫາ - image 5ພນໄມທມຄນຄາຫາຍກວາ 400 ຕນ ຖກນາມາປກຕາມເສນທາງທອງທຽວຍາງປາ ໃນປາສະຫງວນແຫງຊາດນາຫາ - image 6ຂ່າວ: ພະແນກ ວທ ຫຼວງນໍ້າທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ