ເຈົ້ານະຄອນຊາມໂບອັນກາ ກ່າວວ່າ: ຈຳນວນຜູ້ຖືກບົ່ງມະຕິວ່າຕິດເຊື້ອໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນເວລາ 5 ອາທິດຕິດຕໍ່ກັນ. ທ່ານໄດ້ຮຽກຮ້ອງໃຫ້ທຸກຊຸມຊົນໃນທົ່ວນະຄອນເພີ່ມທະວີການເອົາໃຈໃສ່ວຽກງານສຸຂະອະນາໄມ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດນີ້.
ນະຄອນຊາມໂບອັນກາ ຕັ້ງຢູ່ເກາະມິນດານາວ ທາງພາກໃຕ້ຂອງຟີລິບປິນ, ປັດຈຸບັນພວມຢູ່ໃນໄລຍະລະດູຝົນຊຶ່ງເປັນໄລຍະທີ່ຍຸງລາຍຈະເລີນພັນຫຼາຍ ເຮັດໃຫ້ເກີດການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດອື່ນໆ. ຜົນການຕິດຕາມກວດກາຂອງອົງການສາທາລະນະສຸກທ້ອງຖິ່ນ ສະແດງໃຫ້ເຫັນວ່າ: ຄວາມໜາແໜ້ນຂອງຍຸງລາຍສູງເຖິງ 12 ເທົ່າຂອງເສັ້ນຈຳກັດຄວາມປອດໄພ ຊຶ່ງເປັນສະພາບແວດລ້ອມທີ່ອຳນວຍໃຫ້ແກ່ການລະບາດຂອງພະຍາດໄຂ້ຍຸງລາຍຮ້າຍແຮງຂຶ້ນ.
ຄໍາເຫັນ