ພະສົງສຳມະເນນ ພ້ອມດ້ວຍອຳນາດການປົກຄອງເມືອງໄຊທານີ ຮ່ວມພິທີອັງເຊີນພະພຸດທະຮູບລົງຫົດສົງ

ພະສົງສຳມະເນນ ພ້ອມດ້ວຍອຳນາດການປົກຄອງເມືອງໄຊທານີ ຮ່ວມພິທີອັງເຊີນພະພຸດທະຮູບລົງຫົດສົງ
ໂດຍ: ແສງຈັນ
ພິທີອັງເຊີນພະພຸດທະຮູບລົງຈາກພັດທະສົມມາ ແລະ ສາລາໂຮງທຳ ໄປສູ່ຫໍໂຮງທຳຕາມປະເພນີທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ກ່ອນຈະໃຫ້ພຸດທະສາສະນິກະຊົນໄດ້ຫົດສົງ, ໃນການອັງເຊີນພະພຸດທະຮູບໄປສູ່ຫໍໂຮງທຳນັ້ນ ແມ່ນຈະເລີ່ມຈາກການແຫ່ພະພຸດທະຮູບອ້ອມຮອບສິມ ຈຳນວນ 3 ຮອບ ຈາກພະສົງ ສໍາມະເນນ ທີ່ຕາງໜ້າຈາກວັດ 100 ກວ່າວັດພາຍໃນເມືອງໄຊທານີ ແລະ ການນຳພ້ອມດ້ວຍປະຊາຊົນພາຍໃນບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈາກນັ້ນຍັງໄດ້ອັງເຊີນພະພຸດທະຮູບໄປສົ່ງຫໍໂຮງສົດ.
ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໆໄຊທານີ ໄດ້ໃຫ້ສໍາພາດ ວ່າ: ກິດຈະກຳຄັ້ງນີ້ ມີຄວາມໝາຍສຳຄັນນອກຈາກເປັນກິດຈະກກຳທີ່ສືບທອດກັນມາແຕ່ບູຮານນະການແລ້ວ ຍັງເປັນການເສີມສ້າງຄວາມສາມັກຄີຄວາມເປັນເອກະພາບຂອງພະສົງສຳມະເນນ ລະຫວ່າງວັດພາຍໃນເມືອງ ແລະ ສ້າງຄວາມສາມັກຄີລະຫວ່າງພະສົງສຳມະເນນ ແລະ ພຸດທະສາສະນິກະຊົນໃນການສົ່ງເສີມທະນະທຳ ປະເພນີອັນດີງາມຂອງຊາດ ຊຶ່ງຈຸດປະສົງຂອງການຈັດພິທີໃນຄັ້ງນີ້ ມີ 3 ຈຸດປະສົງຫຼັກ ຄື: ເພື່ອສືບທອດມູນມໍລະດົກ ແລະ ປະເພນີ, ວັດທະນະທໍາອັນດີງາມຂອງຊາດລາວເຮົາ ເວົ້າລວມ, ເວົ້າສະເພາະ ກໍຄືຮີດຄອງປະເພນີອັນດີງາມຂອງຊາວເມືອງໄຊທານີ ເປັນການອະນຸລັກຮັກສາໄວ້ໃຫ້ຮຸ່ນລູກ-ຫຼານ ໄດ້ປົກປັກຮັກສາ, ເພື່ອເປັນການປະກອບສ່ວນເຂົ້າໃນປີທ່ອງທ່ຽວລາວ 2024 ໃຫ້ມີເນື້ອໃນຄວາມໝາຍ ຄວາມສໍາຄັນ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ.
ທ່ານ ວຽງຄໍາ ສີຫາໂຄດ ກ່າວຕື່ມວ່າ: ພາຍຫຼັງຈົບພິທີດັ່ງກ່າວ, ຮຽກຮ້ອງມາຍັງເຈົ້າອາທິການວັດ ກໍຄື ພະສົງ-ສໍາມະເນນຢູ່ແຕ່ລະວັດ, ອົງການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນ ຊາວເມືອງໄຊທານີ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈຂອງການຈັດງານໃນຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນ, ບ້ານຂອງຕົນ ໃຫ້ຖືກຕ້ອງ, ສອດຄ່ອງຕາມປະເພນີ, ການຫົດສົງ ໃຫ້ຖືກ ກໍຄື ການເຮັດພິທີ ໃຫ້ຮັບປະກັນ ດ້ານເນື້ອໃນ ແລະ ຮູບການ.
ພະອາຈານ ໂສພາ ສີບຸນເຮືອງ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ເມືອງໄຊທານີ ເຈົ້າອາທິການວັດ ວັດພະເຈົ້າໃຫຍ່ໄຊທານີ ສີຣິມຸງຄຸນ, ກ່າວວ່າ: ມື້ນີ້ ວັດພະເຈົ້າໃຫຍ່ໄຊທານີ ສີຣິມຸງຄຸນ, ໄດ້ຈັດພິທີທາງພຸດທະສາສະໜາຕາມຮີດຄອງປະເພນີ ໂດຍມີຄວາມເປັນເອກະພາບ ທົ່ວເມືອງ ໄດ້ຈັດກິດຈະກໍາຂຶ້ນທີ່ວັດ ແຫ່ງນີ້ ຊຶ່ງໄດ້ອັງເຊີນພະພຸດທະຮູບລົງສົງ ແລະ ເພື່ອຮັດແໜ້ນຄວາມສາມັກຄີ, ເຕົ້າໂຮມປວງຊົນທົ່ວເມືອງ ໃຫ້ເປັນນໍ້າໜຶ່ງໃຈດຽວກັນ ແລະ ເພື່ອເປັນການສືບທອດພະພຸດທະສາສະໜາໃຫ້ເຕັມຮູບແບບ ແລະ ເປັນຮູບແບບໃຫ້ພະສົງ ອົງຄະເຈົ້າທົ່ວເມືອງມີຄວາມເປັນເອກະພາບ ແລະ ສືບທອດຕໍ່ໆໄປ.
ພາຍຫຼັງອັງເຊີນພະພຸດທະຮູບລົງສູ່ຫໍໂຮງທຳ, ພະສົງສຳມະເນນ ແລະ ພຸດທະສາສະນິກະຊົນທີ່ເຂົ້າຮ່ວມກໍໄດ້ພ້ອມພາກັນນຳເອົານໍ້າສະອາດທີ່ໄດ້ປຸງແຕ່ງຈາກດອກໄມ້, ນໍ້າຫອມ ຫົດສົງພະພຸດທະຮູບ ແລະ ພິທີບາສີສູ່ຂວັນ ຕາມປະເພນີທີ່ສືບທອດກັນມາ ເພື່ອຄວາມເປັນສິຣິມົງຄຸນແກ່ຕົນເອງ ແລະ ຄອບຄົວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ