ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ

ພັດທະນາໜັງສືພິມກອງທັບໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ທັນສະໄໝຢ່າງຕໍ່ເນື່ອງ

ພັດທະນາໜັງສືພິມກອງທັບໃຫ້ເຕີບໃຫຍ່ ເຂັ້ມແຂງ ແລະ ທັນສະໄໝຢ່າງຕໍ່ເນື່ອງ
ໂດຍ: ບຸນອູ້ມ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ, ທ່ານ ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ໜັງສືພິມກອງທັບປະຊາຊົນລາວ

 ແມ່ນພາກສ່ວນໜຶ່ງຂອງສື່ມວນຊົນປະຕິວັດລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ 1965 ຢູ່ທີ່ເມືອງວຽງໄຊ ແຂວງຫົວພັນຖານທີ່ໝັ້ນການປະຕິວັດ, ໃນທ່າມກາງແປວໄຟສົງຄາມຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ. ມີມູນເຊື້ອອັນສະຫງ່າລາສີໃນການເປັນເຄື່ອງມືໂຄສະນາສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ ກໍຄືປະຊາຊົນຊັ້ນຄົນຕ່າງໆມີນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ແລະ ປຸກລະດົມມານະຈິດໃນການສູ້ຮົບຕໍ່ສູ້ກູ້ຊາດ, ປະກອບສ່ວນເຂົ້າໃນໄຊຊະນະລວມຂອງຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງສົມກຽດ.

ປັດຈຸບັນໜັງສືພິມກອງທັບ ເປັນກອງເອກະລາດ ແລະ ເປັນກອງວິຊາສະເພາະ ເຮັດໜ້າທີ່ສື່ມວນຊົນ, ຜະລິດສື່ສິ່ງພິມທີ່ຢູ່ພາຍໃຕ້ການຊີ້ນໍາໂດຍກົງຮອບດ້ານຈາກກົມໃຫຍ່ການເມືອງກອງທັບ ແລະ ຊີ້ນໍາດ້ານເນື້ອໃນທິດທາງໂຄສະນາຈາກກົມໂຄສະນາອົບຮົມ, ມີພາລະບົດບາດໜ້າທີ່ເປັນປາກກະບອກສຽງຂອງຄະນະພັກກະຊວງ ແລະ ກະຊວງປ້ອງກັນປະເທດ ໃນການເຄື່ອນໄຫວວຽກງານແນວຄິດ-ວັດທະນະທໍາຢູ່ໃນກອງທັບ ດ້ວຍການໂຄ ສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າມີແນວຄິດ ແລະ ການກະທໍາທີ່ຖືກຕ້ອງຕາມແນວທາງຂອງພັກ, ສ່ອງແສງຄວາມມຸ່ງມາດປາຖະໜາຂອງມະຫາຊົນ, ການພັດທະນາເສດຖະກິດ-ສັງຄົມ, ສ່ອງແສງວຽກດີຄົນເດັ່ນ, ວຽກຈິງຄົນແທ້ ປະກອບສ່ວນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ຕອບໂຕ້ການໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກອິດທິກໍາລັງປໍລະປັກ. ນອກນີ້ຍັງເປັນເວທີໃຫ້ແກ່ມະຫາຊົນໃນການສະແດງອອກເຖິງວິໄສທັດອັນມອງກວ້າງເຫັນໄກຂອງພັກ ຕໍ່ອະນາຄົດອັນໃສແຈ້ງຂອງປະເທດຊາດ, ເປັນແຫຼ່ງຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງ...ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ກໍຄືປັດຈຸບັນ ໜັງສືພິມກອງທັບປະຊາຊົນລາວ ໄດ້ເອົາໃຈໃສ່ພັດທະນາຕົນເອງຢູ່ສະເໝີ ດ້ວຍການປັບປຸງຮູບແບບແຜນການໂຄສະນາໃຫ້ມີຫຼາຍຊ່ອງທາງ, ປັບປຸງບັນດາຄໍລໍາໃຫ້ແທດເໝາະກັບສະພາບການ, ດ້ານເນື້ອໃນສັ້ນ-ກະທັດຮັດມີຂໍ້ມູນຄົບຖ້ວນ ແລະ ເລິກເຊິ່ງ ສ່ອງແສງໄດ້ຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບຕາມທິດສ້າງກອງທັບໃຫ້ມີລະບຽບແບບແຜນ ແລະ ທັນສະໄໝ ໂດຍເລັ່ງໃສ່ຂະບວນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ, ຂະບວນການຮໍ່າຮຽນການເມືອງ, ເຝິກແອບການທະຫານ, ຂະບວນການປັບປຸງກໍ່ສ້າງກົມກອງ, ການທໍາການຜະລິດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ຂະບວນການອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ.

ໜັງສືພິມກອງທັບ ນອກຈາກຜະລິດສື່ສິ່ງພິມຂອງຕົນແລ້ວ ຍັງຜະລິດໜັງສືພິມເອເລັກໂຕຣນິກ ຫຼື ເວັບໄຊ ມີທັງພາສາລາວ ແລະ ພາສາອັງກິດ, ໃນຕໍ່ໜ້ານີ້ ຍັງມີແຜນການອອກເປັນພາສາຫວຽດນາມ ພ້ອມນັ້ນກໍໄດ້ສ້າງແຟນເພສ ເຟສບຸກ: Lao People’s Army News ໂດຍໄດ້ເພີ່ມຄຣິບວິດີໂອເຂົ້າຕື່ມ ທັງນີ້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໂຄສະນາອົບຮົມໃນລະໄລຍະໃໝ່. ສະເພາະໃນ 6 ຕົ້ນປີ 2024 ນີ້, ສາມາດສະໜອງຂ່າວພາຍໃນໄດ້ 3.960 ຂ່າວ, ຂ່າວຕ່າງປະເທດ 1.215 ຂ່າວ, ບົດ 720 ບົດ, ຮູບພາບ 4.270 ຮູບ ແລະ ເຄື່ອນໄຫວເກັບກໍາຂ່າວ 1.785 ເທື່ອຄັ້ງ.

ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນຕໍ່ໜ້ານີ້, ໜັງສືພິມກອງທັບ ຈະສືບຕໍ່ປັບປຸງທາງດ້ານເນື້ອໃນໃຫ້ມີຄວາມອຸດົມສົມບູນ ໂດຍນໍາສະເໜີບັນຫາທີ່ສັງຄົມໃຫ້ຄວາມສົນໃຈເພີ່ມຂຶ້ນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ບໍ່ຜິດພາດທາງດ້ານການເມືອງ, ສະເໜີຂ່າວໃຫ້ວ່ອງໄວທັນເວລາ, ປັບປຸງວີທີການນໍາສະເໜີຂ່າວ, ຮູບແບບໂຄງສ້າງຂ່າວທີ່ກະທັດຮັດກົງກັບປະເດັນ, ຫຼາກຫຼາຍ, ປະດິດສ້າງ ແລະ ຊວນອ່ານ; ຈັດຕັ້ງແລກປ່ຽນບົດຮຽນລະ ຫວ່າງນັກຂ່າວຮຸ່ນອາວຸໂສກັບນັກຂ່າວຮຸ່ນໃໝ່, ສື່ຂອງກອງທັບກັບສື່ມວນຊົນອ້ອມຂ້າງສູນກາງ ໃນການຂຽນຂ່າວ, ຂຽນບົດ, ຖ່າຍຮູບ ແລະ ດ້ານເຕັກນິກການຈັດໜ້າອອກແບບໃຫ້ເຂົ້າສູ່ຫຼັກການ ແລະ ມີຈຸດພິເສດເດັ່ນສະເພາະຂອງໜັງສືພິມກອງທັບ; ສືບຕໍ່ສ້າງນັກຂ່າວຢູ່ບັນດາກົມກອງທ້ອງຖິ່ນໃຫ້ມີລະດັບການຂຽນດີຂຶ້ນເລື້ອຍໆ ແລະ ສົ່ງຂ່າວປ້ອນໜັງສືພິມກອງທັບໃຫ້ຫຼາຍຂຶ້ນ; ປັບປຸງໜ້າເວັບໄຊໃຫ້ທັນສະໄໝ ມີເນື້ອໃນດີ, ບັນຈຸຫຼາຍຄໍລຳ ແລະ ເພີ່ມບັນດາກົດໝາຍທີ່ກ່ຽວຂ້ອງກັບກອງທັບ ແລະ ກົດໝາຍອື່ນໆທີ່ສຳຄັນເຂົ້າໃນເວັບໄຊໜັງສືພິມກອງທັບ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ, ຕາງໜ້າຄະນະບັນນາທິການ ແລະ ພະນັກງານ-ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ຂໍອວຍພອນໄຊອັນປະເສີດແດ່ຜູ້ນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ແລະ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ນໍາພາ-ຊີ້ນໍາ ແລະ ພັດທະນາສື່ມວນຊົນລາວໃຫ້ກ້າວຂຶ້ນ, ສື່ມວນຊົນກອງທັບປະຊາຊົນລາວ ຂໍເປັນສ່ວນໜຶ່ງປະກອບ ສ່ວນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສະຫງົບສຸກ,ເສດຖະກິດຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ວັດທະນະທຳ-ສັງຄົມໄດ້ຮັບການອະນຸລັກຮັກສາ ແລະ ຊີວິດຄວາມເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ