ພາຍໃນປີນີ້ ບໍລິສັດ ໂຫລາວີ ຈະເກັບຊື້ມັນຕົ້ນໃຫ້ໄດ້ 60 ພັນໂຕນ

ພາຍໃນປີນີ້ ບໍລິສັດ ໂຫລາວີ ຈະເກັບຊື້ມັນຕົ້ນໃຫ້ໄດ້ 60 ພັນໂຕນ
ຕາມການໃຫ້ຂໍ້ມູນຂອງ ທ່ານ ສີ ຕາງໜ້າ ບໍລິສັດ ໂຫລາວີ ຈຳກັດຜູ້ດຽວ ຮັບຊື້ມັນຕົ້ນ ໃນຄັ້ງວັນທີ 9 ຕຸລາ ນີ້ ໃຫ້ຮູ້ວ່າ: ບໍລິສັດ ໂຫລາວີ ຈຳກັດຜູ້ດຽວ ເລີ່ມເຂົ້າມາຈັດຕັ້ງປະຕິບັດຮັບຊື້ມັນຕົ້ນຢູ່ເມືອງນອງ ແຂວງສະຫວັນນະເຂດ ເລີ່ມແຕ່ປີ 2022 ຊຶ່ງທາງບໍລິສັດ ໄດ້ແຈກຢາຍແນວພັນລຳມັນຕົ້ນໃຫ້ພໍ່ແມ່ປະຊາຊົນ ແລະ ພາຍຫຼັງທີ່ໄດ້ເກັບກູ້ຜົນຜະລິດແລ້ວ, ທາງບໍລິສັດໄດ້ຄິດໄລ່ມູນຄ່າແນວພັນລຳມັນຕົ້ນຄືນ ດ້ວຍລາຄາຕົ້ນທຶນທີ່ຕ່ຳ ທັງນີ້ເພື່ອສະໜອງແນວພັນໃຫ້ປະຊາຊົນໄດ້ປູກໃນປີທຳອິດ ຈຳນວນ 26 ບ້ານ ທີ່ຂຶ້ນກັບເຂດແບ່ງຄວາມຮັບຜິດຊອບຂອງບໍລິສັດ, ລວມເປັນເງິນທັງໝົດ 1 ຕື້ 200 ລ້ານກີບ ຈາກນີ້ກໍໄດ້ລົງທຶນໃສ່ກິດຈະການຕ່າງໆເປັນຕົ້ນ: ການຕັ້ງຊິງຊັ່ງມັນຕົ້ນ, ພາຫະນະລາກແກ່ມັນຕົ້ນ ແລະ ຄ່າແຮງງານອື່ນໆ ຄິດເປັນມູນຄ່າທັງໝົດ 2 ຕື້ 800 ລ້ານກີບ ພ້ອມນີ້, ທາງບໍລິສັດ ຍັງໄດ້ມີນະໂຍບາຍໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ທີ່ຍັງຂາດແຄນທາງດ້ານສະບຽງອາຫານ ຊຶ່ງປັດໄຈຫຼັກໆກໍແມ່ນເຂົ້າກິນ.
ດັ່ງນັ້ນ, ທາງບໍລິສັດ ຈຶ່ງໄດ້ສະໜອງເຂົ້າສານແຈກຢາຍໃຫ້ພໍ່ແມ່ປະຊາຊົນກ່ອນໃນໄລຍະຂາດ ແຄນ; ແຕ່ພໍຮອດລະດູເກັບກູ້ຜົນຜະລິດ ກໍຄືກົ່ນມັນຕົ້ນຂາຍແລ້ວ, ປະຊາຊົນ ຕ້ອງໄດ້ສົ່ງທຶນຄືນໃຫ້ທາງບໍລິສັດຕາມການສັນຍາກັນ, ສ່ວນການເກັບຊື້ມັນຕົ້ນພາຍໃນປີ 2022 ທາງບໍລິສັດໂຫລາວີຈຳກັດຜູ້ດຽວ ສາມາດເກັບຊື້ມັນຕົ້ນໄດ້ທັງໝົດ 31 ພັນໂຕນ, ເປັນເງິນ 31 ຕື້ກີບ, ມັນແຫ້ງ 900 ໂຕນ ເປັນເງິນ 2 ຕື້ 700 ລ້ານກີບ, ມາໃນປີ 2023 ບໍລິສັດ ກໍໄດ້ລົງທຶນຂະຫຍາຍລານມັນຕົ້ນອອກຕື່ມອີກ ຈາກແຕ່ກ່ອນມີລານຮັບຊື້ມັນຕົ້ນ 2 ຈຸດຄື: ບ້ານປະໂຕ້ຍໃຫຍ່, ບ້ານຫີນສະຫວ່າງ ໂດຍເພີ່ມອີກ 2 ຈຸດຄື: ຈຸດບ້ານນາກອງ ທີ່ເປັນຊິງທີ່ໃຫຍ່ໄດ້ມາດຖານ ຮັບນ້ຳໜັກໄດ້ 60 ໂຕນ ແລະ ບ້ານອາສິງສາລີ, ບ້ານແກ້ງລີ້ນ, ບ້ານຊວງ ທັງໝົດ 6 ຈຸດ ເພື່ອເອື້ອອຳນວຍຄວາມສະດວກໃຫ້ກັບປະຊາຊົນທີ່ມາຂາຍຜົນຜະລິດໄດ້ສະດວກສະບາຍຂຶ້ນກວ່າເກົ່າ.
ທ່ານ ສີ ໄດ້ກ່າວໃຫ້ຮູ້ຕື່ມວ່າ: ສຳລັບການເກັບຊື້ມັນຕົ້ນໃນປີນີ້, ທາງບໍລິສັດພວກເຮົາ ຄາດຄະເນວ່າ ຈະເກັບຊື້ມັນຕົ້ນ ເພື່ອສົ່ງອອກຕະຫຼາດໃຫ້ໄດ້ 60 ພັນໂຕນ ໃນລາຄາມັນຕົ້ນດິບ 1.700 ກີບຕໍ່ກິໂລ, ສ່ວນລາຄາມັນແຫ້ງ ຕາມການສັນຍາແມ່ນບໍ່ໃຫ້ຫຼຸດ 2.500 ກີບຕໍ່ກິໂລ, ແຕ່ຕາມກົນໄກຂອງຕະຫຼາດ ຖ້າຫາກລາຄາມັນຕົ້ນຂຶ້ນ, ທາງບໍລິສັດ ກໍຕອງໄດ້ຂຶ້ນລາຄາເຊັ່ນດຽວກັນ, ແຕ່ໃນກໍລະນີ ມັນລົງລາຄາ ທາງບໍລິສັດ ກໍຕ້ອງໄດ້ຮັບຊື້ບໍ່ໃຫ້ຫຼຸດຕາມລາຄາທີ່ໄດ້ບັນທຶກສັນຍາກັນໄວ້ລະຫວ່າງເມືອງກັບບໍລິສັດ.
     ປັດຈຸບັນ, ປະຊາຊົນຊາວເມືອງນອງ ພວມກຳລັງເກັບກູ້ຜົນຜະລິດມັນຕົ້ນສະໜອງໃຫ້ທາງບໍລິສັດພາຍໃນເມືອງຢ່າງເປັນຂະບວນຟົດຟື້ນ ຊຶ່ງຕ່າງຄົນຕ່າງກໍພາກັນດີອົກດີໃຈ ທີ່ທາງການນຳຂອງເມືອງ ໄດ້ສູ້ຊົນຊອກຫາທຸກວິຖີທາງ ເພື່ອໃຫ້ປະຊາຊົນມີລາຍຮັບເຂົ້າສູ່ຄອບຄົວ ຊຶ່ງການປູກມັນຕົ້ນນີ້ ແມ່ນປູກງ່າຍ, ເຫັນຜົນໄວ, ມີລາຍຮັບປີຕໍ່ປີ, ສະເລ່ຍລາຍຮັບຈາກການຂາຍມັນຕົ້ນຄອບຄົວໜຶ່ງບໍ່ຕ່ຳກວ່າ 20 ລ້ານກີບຕໍ່ປີ ອັນເປັນເງື່ອນໄຂສຳຄັນໜຶ່ງ ທີ່ຈະເຮັດໃຫ້ພໍ່ແມ່ປະຊາຊົນຊາວເມືອງນອງ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ. 
(ຂ່າວ-ພາບ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ເພີ່ມເຕີມ