ພາຍ​ໃຕ້​ຮົ່ມ​ທຸງ​ຂອງ​ພັກຍທຂ ມີຜົນງານອັນພົ້ນເດັ່ນຫຼາຍດ້ານ

ພາຍ​ໃຕ້​ຮົ່ມ​ທຸງ​ຂອງ​ພັກຍທຂ ມີຜົນງານອັນພົ້ນເດັ່ນຫຼາຍດ້ານ

ພາຍ​ໃຕ້​ຮົ່ມ​ທຸງ​ຂອງ​ພັກຍທຂ ມີຜົນງານອັນພົ້ນເດັ່ນຫຼາຍດ້ານ
ໂດຍ: ບຸນອູ້ມ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກປະ​ຊາ​ຊົນປະ​ຕິ​ວັດ​ລາວຄົບ​ຮອບ 70 ປີ (22/3/1955-22/3/2025), ສະ​ຫາຍ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ)ໄດ້ໃຫ້ທັດ​ສະ​ນະວ່າ: ເພື່ອຍາດເອົາເອກະລາດ

 

 ແລະ ອິດສະຫຼະພາບຂອງຊາດເຮົາຢືນຢັນໄດ້ວ່າການນໍາພາຂອງພັກ ເປັນປັດໄຈພື້ນຖານທີ່ຕັດສິນຊີ້ຂາດກ່ວາໝູ່ ແລະ ຮັບປະກັນທຸກໄຊຊະນະຂອງພາລະກິດປະຕິວັດ ເປັນປະຫວັດສາດແຫ່ງການຕໍ່ສູ້ຢ່າງທໍລະຫົດອົດທົນຕ້ານການຮຸກຮານຢ່າງຕໍ່ເນື່ອງກັນ ເພື່ອການຍືນຍົງຄົງຕົວຂອງຕົນໃນຖານະເປັນຊາດໜຶ່ງ. ຂະບວນການຕໍ່ສູ້ປະຊາຊົນບັນດາເຜົ່າຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ-ແບບໃໝ່ ເພື່ອຍາດເອົາເອກະລາດ ແລະ ອິດສະຫຼະພາບຂອງຊາດໄດ້ເກີດຂຶ້ນເປັນເວລາຍາວນານ, ພາຍໃຕ້ການນໍາພາ ຂອງບັນດາຊັ້ນຄົນທີ່ແຕກຕ່າງກັນ, ບໍ່ມີພັກການເມືອງທີ່ມີແນວທາງ ແລະ ແບບວິທີຕໍ່ສູ້ອັນຖືກຕ້ອງ, ບໍ່ສາມາດລະດົມ ແລະ ເຕົ້າໂຮມກຳລັງມະຫາຊົນເຂົ້າຮ່ວມ ຂະບວນການຕໍ່ສູ້ໄດ້ໃນທີ່ສຸດບັນດາຂະບວນການເຫຼົ່ານັ້ນລ້ວນແຕ່ບໍ່ໄປເຖິງຫຼັກໄຊ.

ການກຳເນີດຂອງ ພັກປະຊາຊົນປະຕິວັດລາວພ້ອມກັບໂຄງການການເມືອງ ຊຶ່ງເປັນຄັນທຸງເພື່ອກຳນົດແນວທາງ ແລະ ບາດກ້າວເດີນຂອງການປະຕິວັດ ໃນແຕ່ລະໄລຍະຂອງການປະຕິວັດລາວນັ້ນແມ່ນເປັນຂີດໝາຍແຫ່ງການຂະຫຍາຍຕົວຢ່າງກະໂດດຂັ້ນ ແລະ ເປັນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງການປະຕິວັດລາວ, ດ້ານແນວທາງການເມືອງ ແລະ ການຈັດຕັ້ງນໍາພາ. ດ້ວຍທາດແທ້ປະຕິວັດ ແລະ ວິທະຍາສາດຂອງຕົນ ຊຶ່ງໄດ້ມີມາແຕ່ກຳເນີດນັ້ນ, ພັກປະຊາຊົນລາວກໍຄື ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ໄດ້ກຳສິດຜູກຂາດໃນການນໍາພາການປະຕິວັດລາວ, ເປັນຜູ້ຮັບຜິດຊອບຢ່າງສົມບູນຕໍ່ຊາຕາກຳຂອງຊາດ ກໍຄືອະນາຄົດຂອງການປະຕິວັດລາວ ແລະ ນໍາພາການປະຕິວັດຢ່າງມີໄຊຕະຫຼອດມາ.ໃນສະພາບການໃໝ່ພັກເຮົາຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງການນໍາພາອັນສະຫຼາດສ່ອງໃສ, ເປັນເຈົ້າຕົນເອງ ແລະປະດິດສ້າງຂອງຕົນ ເພື່ອນໍາພາພາລະກິດປົກປັກຮັກສາ ແລະ ສ້າງສ້າງປະເທດຊາດ, ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງໆຂຶ້ນ ແລະ ກ້າວສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ, ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວໄດ້ນໍາພາວຽກງານຂອງ ຍທຂ ແລະ ຜົນງານອັນພົ້ນເດັ່ນ ໂດຍສະເພາະໃນໄລຍະຜັນຂະຫຍາຍມະຕິ XI ຂອງພັກ, ພັກເຮົາຖືເອົາວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຂະແໜງເສດຖະກິດ ໂດຍສະເພາະການຂະຫຍາຍເສັ້ນທາງຄົມມະນາຄົມລົງສູ່ຊົນນະບົດເປັນບຸລິມະສິດທີໜຶ່ງ, ໂດຍເຫັນໄດ້ການປັບປຸງບັນດາເສັ້ນທາງຫຼວງແຫ່ງຊາດ, ຂະຫຍາຍ ແລະ ປັບປຸງເສັ້ນທາງລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, “ຂະຫຍາຍຄົມມະນາຄົມ ລະຫວ່າງ ແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ຂະຫຍາຍການຄົມມະນາຄົມຢູ່ຊົນນະບົດ”. ແຕ່ໃນການພັດທະນາພື້ນຖານໂຄງລ່າງນັ້ນ, ໄດ້ເນັ້ນເຖິງການພັດທະນາເສັ້ນທາງຕ້ອງມີແຜນການ, ມີການແບ່ງງານໃຫ້ແຕ່ລະພາກສ່ວນຈະແຈ້ງ, ພັກໄດ້ຊີ້ນໍາ, ແຜນການແບ່ງງານໃຫ້ທ້ອງຖິ່ນ ແລະ ຮາກຖານສົມທົບກັບສູນກາງ, ສູ້ຊົນກໍ່ສ້າງລະບົບເສັ້ນທາງທາງບົກ ປະເພດຕ່າງໆ, ເຮັດໃຫ້ການຄົມມະນາຄົມ ລະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ເຊື່ອມຈອດກັນ ແລະ ທະລຸໂລ່ງໃນທົ່ວປະເທດ”. ພັກເຮົາຖືເອົາ “ການຄົມມະນາຄົມຂົນສົ່ງເປັນປາຍແຫຼມ ເພື່ອຊຸກຍູ້ການຜະລິດໃຫ້ຂະຫຍາຍຕົວ, ບົນພື້ນຖານດັ່ງກ່າວນັ້ນລັດຖະບານກໍຄື ກະຊວງ ຍທຂ ໄດ້ສຸມໃສ່ພັດທະນາໂຄງລ່າງພື້ນຖານຕ່າງໆ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະມີບາດກ້າວຂະຫຍາຍຕົວກ້າວກະໂດດເຊັ່ນ: ການສ້າງທາງດ່ວນ, ທາງລົດໄຟ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ສ້າງເງື່ອນໄຂໃຫ້ແກ່ການເຂົ້າເຖິງຕະຫຼາດພາກພື້ນ ແລະ ສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ, ໃນນັ້ນ. ມີທາງປູເບຕົງ, ທາງປູອັດສະຟານທາງປູຢາງ, ທາງປູແຮ່ ແລະ ທາງປູດິນທຳມະຊາດ, ມີຂົວທັງໝົດ 12,723ຂົວ, ທຽບໃສ່ປີ 1986 ເພີ່ມຂຶ້ນ 12,624 ຂົວ, ໃນນີ້. ມີທາງປູຢາງທີ່ໄປເຖິງທຸກເທດສະບານແຂວງ, ມີເສັ້ນທາງປູຢາງ ແລະ ເສັ້ນທາງດິນແດງທຽວໄດ້ສອງລະດູເຂົ້າເຖິງ 148 ເມືອງໃນຂອບເຂດທົ່ວປະເທດ, ຕາໜ່າງເສັ້ນທາງສາມາດໄປເຖິງທຸກແຂວງ, ທຸກເມືອງໃນທົ່ວປະເທດໃນນັ້ນມີ 147 ເມືອງ, ທີ່ມີເສັ້ນທາງປູຢາງເຂົ້າເຖິງ, ຈາກທັງໝົດ 148 ເມືອງ.

ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ພັດທະນາບັນດາຕະໜ່າງຄົມມະນາຄົມຂົນສົ່ງເຊື່ອມໂຍງເສັ້ນທາງພາຍໃນປະເທດກັບບັນດາປະເທດໃກ້ຄຽງຕາມແລວເສດຖະກິດໃນອະນຸພາກພື້ນ ໃຫ້ໄດ້ມາດຕະຖານສາກົນ, ໂດຍສາມາດຍົກລະດັບຕາໜ່າງເສັ້ນທາງຫຼວງແຫ່ງຊາດທີ່ເປັນທາງຫຼວງອາຊຽນ 8 ຕອນທາງ, ເປັນຕົ້ນທາງ R3, ທາງ 2W, ທາງ 2E, ທາງ 13 ເໜືອ, ທາງ 13 ໃຕ້, ທາງເລກ 8, ທາງເລກ 9, ທາງເລກ 12, ທາງເລກ 18B, ອັນພົ້ນເດັ່ນໄດ້ສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ເປີດການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ; ສະເພາະການບໍລິການດ້ານຄົມມະນາຄົມຂົນສົ່ງທັງໂດຍສານ ແລະ ສິນຄ້າ ເຫັນວ່າມີການຂະຫຍາຍຕົວຢ່າງແຂງແຮງ ພາຍຫຼັງທີ່ໄດ້ເປີດນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ, ສະເພາະທາງລົດໄຟ ລາວ-ຈີນ ສັງລວມຕົວເລກຂົນສົ່ງຜູ້ໂດຍສານແຕ່ມື້ເປີດຮອດເດືອນມັງກອນ 2025 ໄດ້ 8.2 ລ້ານກວ່າເທື່ອຄົນ, ການຂົນສົ່ງສິນຄ້າໄດ້ 11.62 ລ້ານກວ່າໂຕນ, ນອກນັ້ນ,ສາມາດສ້າງລາຍຮັບໄດ້ຈາກການເກັບຄ່າບິນຜ່ານນ່ານຟ້າ ມີເຮືອບິນຜ່ານຈໍານວນ 2,8 ລ້ານກວ່າຖ້ຽວບິນ, ສາມາດສ້າງລາຍຮັບໃຫ້ປະເທດຊາດໄດ້ທັງໝົດ 723.59 ລ້ານກວ່າໂດລາ.

ສະຫາຍງາມປະສົງ ເມືອງມະນີ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະນໍາ ແລະ ພະນັກງານ-ສະມາຊິກພັກກະຊວງຍທຂອວຍພອນໄຊອັນປະເສີດມາຍັງ ການນໍາພັກ-ລັດ ແລະ ອະດີດການນໍາພັກ-ລັດຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ສືບຕໍ່ເປັນຮົ່ມໂພຮົ່ມໄຊ ແລະ ເປັນຄັນທຸງນໍາໜ້າໃຫ້ແກ່ ການປະຕິວັດຊາດປະຊາທິປະໄຕຂອງປະເທດເຮົາ ໂດຍສະເພາະແມ່ນການປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນໍາພາປະເທດຊາດ ຮັ່ງມີຜາສຸກ ຕາມເປົ້າໝາຍກ້າວຂຶ້ນສັງຄົມນິຍົມ ທີ່ພັກໄດ້ກຳນົດໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ