ພາຍໃຕ້ການນຳພາຂອງພັກ ສະຖາບັນການຕ່າງປະເທດມີຜົນສໍາເລັດຫຼາຍດ້ານ

ພາຍໃຕ້ການນຳພາຂອງພັກ ສະຖາບັນການຕ່າງປະເທດມີຜົນສໍາເລັດຫຼາຍດ້ານ

ພາຍໃຕ້ການນຳພາຂອງພັກ ສະຖາບັນການຕ່າງປະເທດມີຜົນສໍາເລັດຫຼາຍດ້ານ
ໂດຍ: ສຳນານ ພົມພັກດີ ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025) ສະຫາຍ ນາງ ວິທະຍາ ໄຊຍະວົງ ເລຂາໜ່ວຍພັກ ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ

ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ວັນທີ 22 ມີນາ 2025 ເປັນວາລະຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຖືເອົາປີນີ້ ເປັນປີສໍາຄັນເພື່ອສະເຫຼີມສະຫຼອງລະນຶກເຖິງວິລະກໍາອັນລໍ້າເລີດຂອງບັນດາຜູ້ສ້າງຕັ້ງ ແລະ ນໍາພາພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ດັ່ງທີ່ຮູ້ນໍາກັນແລ້ວວ່າ ພັກປະຊາຊົນ ປະຕິວັດລາວ ໄດ້ກໍາເນີດເກີດຂຶ້ນ ຈາກພັກກອມມູນິດອິນດູຈີນ, ຊຶ່ງໄດ້ນໍາພາການຕໍ່ສູ້ກູ້ຊາດຂອງສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ຕົກຢູ່ພາຍໃຕ້ການຮຸກຮານ ແລະ ຢຶດຄອງຂອງພວກລ່າເມືອງຂຶ້ນ. ເພື່ອຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ມັນມີຄວາມຈໍາເປັນທີ່ກໍາລັງປະຕິວັດໃນອິນດູຈີນພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ຕ້ອງມີການວາງຍຸດທະສາດ, ຍຸດໂທບາຍ ເພື່ອໃຫ້ແທດເໝາະກັບສະພາບການໄລຍະໃໝ່, ໃນປີ 1955 ຈຶ່ງສ້າງຕັ້ງພັກປະຊາຊົນ ປະຕິວັດລາວຂຶ້ນ ເພື່ອນໍາພາການປະຕິວັດຊາດປະຊາທິປະໄຕໃນລາວ ໃຫ້ປະສົບຜົນສໍາເລັດ. ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ເປັນຂີດໝາຍປະຫວັັດສາດ ແລະ ຍຸດທະສາດສໍາຄັນຍິ່ງຂອງປະຫວັດສາດການຕໍ່ສູ້ກູ້ຊາດ ແລະ ປະຫວັດສາດການເມືອງລາວ. ນັບແຕ່ນັ້ນມາ ຂະບວນການຕໍ່ສູ້ຂອງປະຊາຊົນລາວ ຕ້ານພວກລ່າເມືອງຂຶ້ນ ທີ່ມີພັກຂອງຕົນເອງນໍາພາ ສາມາດເຕົ້າໂຮມຄວາມສາມັກຄີຊາດ ແລະ ຍາດໄດ້ທຸກໄຊຊະນະ, ຕະຫຼອດ 70 ປິຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາການປະຕິວັດລາວ ແລະ ການສ້າງສາພັດທະນາປະເທດຊາດ ປະສົບຜົນສໍາເລັດຍິ່ງໃຫຍ່. ພັກເວລາໃດກໍເອົາໃຈໃສ່ຊີ້ນໍາ-ນໍາພາປວງຊົນລາວທັງຊາດ ເຮັດໜ້າທີ່ຂອງຕົນເປັນກ້າວໆມາ ດ້ວຍຄວາມພາກພູມໃຈ ເປັນຕົ້ນແມ່ນ ສາມາດປົກປັກຮັກສາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີຮັກແພງກັນໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາປະເທດ ສປປ ລາວ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ.

ສະຫາຍ ນາງ ວິທະຍາ ໄຊຍະວົງ ກ່າວຕື່ມວ່າ: ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແລະ ການຊີ້ນໍາ-ນໍາພາຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງ ຂອງກະຊວງການຕ່າງປະເທດ, ໜ່ວຍພັກສະຖາບັນການຕ່າງປະເທດ ໄດ້ເອົາໃຈໃສ່ສູ້ຊົນຜັນຂະຫຍາຍບັນດາທິດນໍາ ແລະ ມະຕິ XI ຂອງພັກ ໃຫ້ກາຍເປັນແຜນງານແຜນການທີ່ເປັນຮູບປະທໍາ, ຮັບປະກັນຄວາມເປັນເອກະພາບ ແລະ ສົ່ງເສີມການເຄື່ອນໄຫວວຽກງານການທູດ ສປປ ລາວ ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ເອົາໃຈໃສ່ສົ່ງເສີມວຽກວິຊາສະເພາະ ໃຫ້ຮັບປະກັນຄວາມສອດຄ່ອງກັບຫຼັກການ, ຄວາມຕໍ່ເນື່ອງ ແລະ ແທດເໝາະຄວາມເປັນຈິງ ແລະ ສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ: ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ວຽກວິຊາສະເພາະ, ການປັບປຸງ-ກໍ່ສ້າງພະນັກງານ ແລະ ດ້ານອົງການຈັດຕັ້ງມະຫາຊົນ. ໂດຍສະເພາະດ້ານການເມືອງ-ແນວຄິດ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ ແລະ ຖືສໍາຄັນປຸກລະດົມສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊຶມບັນດາເອກະສານຕ່າງໆ ເຮັດໃຫ້ສະມາຊິກໜ່ວຍພັກ ກໍາແໜ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ຂໍ້ກຳນົດກົດໝາຍຂອງລັດ, ເປັນເຈົ້າການໃນການຫັນແນວທາງນະໂຍບາຍຂອງພັກ ແລະ ມະຕິຄໍາສັ່ງຕ່າງໆ ຂອງອົງຄະນະພັກຂັ້ນເທິງມາໝູນໃຊ້ເປັນແຜນການ, ແຜນວຽກ ແລະ ໂຄງການຢ່າງລະອຽດ ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບໜ້າທີ່ການເມືອງ ແລະ ເງື່ອນໄຂຕົວຈິງຂອງໜ່ວຍພັກສະຖາບັນການຕ່າງປະເທດ, ສ້າງໄດ້ຄວາມຈົງຮັກພັກດີຕໍ່ພັກ, ເດັດດ່ຽວຕໍ່ຕ້ານທຸກກົນອຸບາຍມ້າງເພຂອງສັດຕູ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ຊຶ່ງເຫັນໄດ້ວ່າສະມາຊິກພັກທຸກສະຫາຍມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ແລະ ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ມີຄວາມເປັນເອກະພາບສູງຕໍ່ກັບແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມທັງຢຶດໝັ້ນອຸດົມການຈຸດໝາຍສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ.

ໃນຂະດຽວກັນດ້ານວຽກງານວິຊາສະເພາະ, ໄດ້ປະກອບສ່ວນໃນການສ້າງຊັບພະຍາກອນມະນຸດຂອງ ສປປ ລາວ, ສະຖາບັນໄດ້ສໍາເລັດການຈັດຝຶກອົບຮົມ ໃນຫຼາກຫຼາຍຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ສໍາລັບພະນັກງານກະຊວງການຕ່າງປະເທດ ແລະ ບັນດາກະຊວງອ້ອມຂ້າງ ຈໍານວນ 24 ຊຸດ, ລວມຈໍານວນຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 522 ສະຫາຍ; ສໍາລັບວຽກງານຄົ້ນຄວ້າໄດ້ມີການຂຽນບົດຄວາມ-ບົດຄົ້ນຄວ້າ ທັງພາສາລາວ ແລະ ອັງກິດ, ຂຽນປື້ມ, ຂຶ້ນຫ້ອງບັນຍາຍ, ຕິດຕາມສະພາບການພາກພື້ນ-ສາກົນ ແລະ ຍັງໄດ້ສ້າງຕັ້ງ ສະໂມສອນນັກການທູດລາວ ຂຶ້ນ ເພື່ອເປັນເວທີເຕົ້າໂຮມເອົາບັນດາອະດີດເອກອັກຄະລັດຖະທູດ ແລະ ນັກການທູດລາວປຶກສາຫາລື, ແລກປ່ຽນ, ປະກອບຄໍາຄິດຄຳເຫັນຕໍ່ບັນຫາສະພາບທີ່ເຄັ່ງຮ້ອນຢູ່ໃນພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ມີການພົວພັນຮ່ວມມື ແລະ ເຄື່ອນໄຫວການທູດຊ່ອງທາງທີ 2 ໂດຍໄດ້ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈ MOU ກັບບັນດາສະຖາບັນຄົ້ນຄວ້າຕ່າງໆ ແລະ ອົງການຈັດຕັ້ງສາກົນ ຈໍານວນ 22 ສະບັບ, ຈັດກອງປະຊຸມສຳມະນາສາກົນຂອງເຄືອຂ່າຍຄັງປັນຍາສາກົນ, ຈັດກອງປະຊຸມ ແລະ ປາຖະກະຖາ ຮ່ວມກັບ ສະຖານທູດຕ່າງໆ, ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ສາກົນ ເພື່ອແລກປ່ຽນຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ນັກການທູດ-ນັກຄົ້ນຄວ້າລາວ ກໍຄື ພະນັກງານສະຖາບັນການຕ່າງປະເທດ ຫຼາຍກວ່າ 100 ຄັ້ງ ໃນແຕ່ລະປີ.

ໃນໂອກາດນີ້, ສະຫາຍ ນາງ ວິທະຍາ ໄຊຍະວົງ ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກ-ພະນັກງານ ສະຖາບັນການຕ່າງປະເທດທຸກສະຫາຍ ຂໍສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນ ຕໍ່ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຢ່າງຮອບດ້ານຂອງບັນດາການນໍາພັກ-ລັດ, ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະຫຼະ ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຂອງບັນດາການນໍາພັກແຕ່ລະຮຸ່ນ ຕໍ່ການນໍາພາການປະຕິວັດລາວ ຈົນສາມາດເຕົ້າໂຮມຄວາມສາມັກຄີຊາດ ແລະ ຍາດໄດ້ທຸກໄຊຊະນະ ພ້ອມທັງການສ້າງສາພັດທະນາປະເທດຊາດ, ຂໍອວຍພອນໃຫ້ບັນດາສະຫາຍການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ການເມືອງ ອັນມີກຽດສະຫງ່າ ແລະ ສືບຕໍ່ໃຫ້ທິດຊີ້ນໍາ ແກ່ບັນດາສະມາຊິກພັກທົ່ວປະເທດ ນໍາເອົາຜົນສໍາເລັດອັນໃຫຍ່ຫຼວງ ແລະ ສະຫງ່າງາມມາໃຫ້ປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ໃນຕອນເຊົ້າຂອງວັນທີ 5 ມິຖຸນານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຂຶ້ນພາຍໃຕ້ຫົວຂໍ້: “ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2”. ກອງປະຊຸມສໍາມະນາໃນຄັ້ງນີ້ມີຈຸດປະສົງເພື່ອເປັນການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື
ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ໄດ້ປະຕິບັດການຍິງລູກປືນແທ້ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 27 ພຶດສະພາ ຫາ ວັນທີ 4 ມິຖຸນາ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີສະຫາຍ ພັນເອກ ຄຳສາຍ ມົນດວງສີງ ຫົວໜ້າການເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ນໍາເອົາເງິນຈໍານວນ 144 ລ້ານກີບ ທີ່ໄດ້ຈາກການຊ່ວຍເຫຼືອ ຂອງຄະນະພັກ-ອົງການປົກຄອງແຂວງກວາງນາມ ສສ ຫວຽດນາມ ມອບໃຫ້ການນໍາເມືອງກະລຶມ ເພື່ອມອບຕໍ່ໃຫ້ປະຊາຊົນບ້ານຕະລຸຍ ທີ່ປະສົບອັກຄີໄພ (ໄຟໄໝ້ເຮືອນ) ໃນວັນທີ 3 ເມສາ 2025 ຜ່ານມາ, ກ່າວຮັບໂດຍທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງາຍພັກເມືອງກະລຶມ.
ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຄົບຮອບ 45 ປີ, ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນເມື່ອບໍ່ດົນຜ່ານມາ, ທີ່ວັດປ່າບ້ານທົ່ງນ້ອຍ. ພາຍໄຕ້ການເປັນປະທານຂອງທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງປາກກະດິງ.
ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກລາຍຮັບຈາກພາສີປະຈຳແຂວງສະຫວັນນະເຂດຈໍານວນ 1,778 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ເດືອນຕົ້ນປີ 2025 ສາມາດເກັບລາຍໄດ້ທັງໝົດ 772.04 ຕື້ກີບ ເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕື້ກີບ.
ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ພິທີມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ສສ ຫວຽດນາມ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາຜ່ານມາ, ຢູ່ທີ່ບ້ານປ່າຄາ ເມືອງລອງ ໂດຍມີທ່ານ ນາງ ບົວວັນ ພົມມະລິດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທ່ານ ສາຍທອງ ບຸນວິໄລ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຕາງໜ້າຄະນະຄຸ້ມຄອງຊາວຫວຽດນາມ, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.
ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນວັນທີ 2 ມິຖຸນາຜ່ານມາ, ກອງພັນທີ 2 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2,
ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 2 ມິຖຸນານີ້ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມີຖຸນາ 1980-ວັນທີ 1 ມີຖຸນາ 2025) ແລະ ວັນເດັກນ້ອຍສາກົນຄົບຮອບ 100 ປີ (ວັນທີ 1 ມີຖຸນາ 1925-ວັນທີ 1 ມີຖຸນາ 2025) ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ, ມີທ່ານ ພິມແກ້ວ ທໍາລະສິນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊຍະບູລີ ສະຫຼອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ

ໄຊຍະບູລີ ສະຫຼອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ

ໃນວັນທີ 2 ມິຖຸນານີ້ ຢູ່ທີ່ຫ້ອງການບ້ານພັດທະນາຫຼາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດ ພິທີສະຫຼອງວັນເດັກສາກົນ ຄົບຮອບ 100 ປີ (1 ມິຖຸນາ 1925-01 ມິຖຸນາ 2025) ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 36 ປີ ຂຶ້ນ.
ຈໍາປາສັກ ສຸມໃສ່ປູກໄມ້​ເພື່ອເພີ່ມພື້ນທີ່ສີຂຽວ

ຈໍາປາສັກ ສຸມໃສ່ປູກໄມ້​ເພື່ອເພີ່ມພື້ນທີ່ສີຂຽວ

ວັນທີ 2 ມິຖຸນາ​ນີ້,​ ພະແນກກະສິກໍາ ແລະ​ ປ່າໄມ້ແຂວງຈໍາປາສັກ ຮ່ວມກັບ​ ຄະນະ​ພັກ - ອົງການປົກຄອງເມືອງປະທຸມພອນ, ອຸທິຍານແຫ່ງຊາດດົງຫົວສາວ ແລະ​ ອົງການຫຼຸດຜ່ອນການປ່ອຍອາຍພິດຈາກການທໍາລາຍປ່າໄມ້,​ ການເຊື່ອມໂຊມຂອງປ່າໄມ້ " ເຣດດ +" ຫຼື​ Reducing Emissions from Deforestation and Forest Degradation (REDD+) ໂຄງການຮວມມື ລາວ​ -​ ເກົາຫຼີ​ ໄດ້ຈັດພິທີປູກຕົ້ນໄມ້​ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ 1 ມິຖຸນາ ແລະ ວັນເດັກນ້ອຍສາກົນ.​
ເພີ່ມເຕີມ