ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນພື້ນຖານດ້ານສັງຄົມ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ປະເທດຊາດອັນໜັກແໜ້ນທີ່ຮັບປະກັນລະບອບໃໝ່ຂອງພວກເຮົາໃຫ້ຍືນຍົງຄົງຕົວສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກ.
ພ້ອມກັນນັ້ນ, ກໍໄດ້ຍົກໃຫັເຫັນຜົນງານອັນໃຫຍ່ຫຼວງຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຊຶ່ງຕະຫຼອດໄລຍະແຫ່ງການເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ, ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສິດເລີດລໍ້າດ້ານຄຸນທາດການການເມືອງ,ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ, ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ, ສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, . ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ໄດ້ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ, ອະດີດການນຳພັກ-ລັດ ຊຶ່ງຕະຫຼອດໄລຍະຜ່ານມາ ພັກໄດ້ເປັນຄັນທຸງນຳພາປະຊາຊົນລາວບັນດາເຜົ່າ ຍາດເອົາເອກະລາດ ແລະ ຄວາມເປັນເອກະພາບແຫ່ງຊາດ ມາໃຫ້ປວງຊົນລາວທັງຊາດ ແລະ ໄຊຊະນະອັນໃຫຍ່ຫຼວງ ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ, ຈາກນັ້ນ ພັກເຮົາກໍໄດ້ນຳພາປວງຊົນລາວທັງຊາດ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າເປັນກ້າວໆມາ. ຂໍສະແດງຄຳອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດ ແຕ່ລະຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ແລະ ສືບຕໍ່ນຳພາປະເທດຊາດ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນພະນັກງານ-ນັກຮົບທຸກທົ່ວໜ້າ ຕະຫຼອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍທຸກປະການ.
ຄໍາເຫັນ