ພາຍໃຕ້ການນຳພາຂອງພັກເຮັດໃຫ້ລາວໂທລະຄົມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ

ພາຍໃຕ້ການນຳພາຂອງພັກເຮັດໃຫ້ລາວໂທລະຄົມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ

ພາຍໃຕ້ການນຳພາຂອງພັກເຮັດໃຫ້ລາວໂທລະຄົມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ
ໂດຍ: ສຳນານ ພົມພັກດີ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025),ສະຫາຍ ສຸພົນ ຈັນທະວີໄຊ ກໍາມະການຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານເລຂາຄະນະພັກຮາກຖານຜູ້ອໍານວຍການໃຫຍ່

 ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ:ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວຕະຫຼອດໄລຍະ 70 ປີຜ່ານມາ, ໂດຍການສືບທອດພາລະກິດຈາກພັກກອມມູນິດອິນດູຈີນຊຶ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງ ແກ່ນສານໃນການນໍາພາກໍ່ຕັ້ງ, ຖະນຸບໍາລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງໃຫ້ ໜັກແໜ້ນ, ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.

ສະຫາຍ ສຸພົນ ຈັນທະວີໄຊກ່າວວ່າ:ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ເພື່ອອຸດົມການສັງຄົມນິຍົມ. ຜົນງານອັນໃຫຍ່ຫຼວງ ແລະ ພົ້ນເດັ່ນໃນໄລຍະໃໝ່ນີ້ ພັກເຮົາໄດ້ມີການຫັນປ່ຽນໃໝ່ໃນການນໍາພາຂອງຕົນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ ແລະ ສາກົນ ດ້ວຍການວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ຊຶ່ງສາມາດປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ-ສັງຄົມ ໄດ້ຂະຫຍາຍຕົວຕໍ່ເນື່ອງ ຕາມທິດຫັນເປັນອຸດສາຫະກໍາທັນສະໄໝ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງອອກໃນສັງຄົມ, ຄວາມສາມັກຄີເປັນເອກະພາບ ພາຍໃນພັກ ແລະ ຄວາມເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ ນັບມື້ໄດ້ຮັບການປັບປຸງດີຂຶ້ນ,ບົດບາດ ອິດທິພົນ ຂອງປະເທດຊາດ ໄດ້ຮັບການເຊີດຊູສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ສະຫາຍ ສຸພົນ ຈັນທະວີໄຊກ່າວຕື່ມວ່າ:ພາຍໃຕ້ການນໍາພາ-ຊີ້ນໍາ ຮອບດ້ານຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮາກຖານພັກພວກເຮົາ ໄດ້ຮັກສາ ແລະ ເສີມຂະຫຍາຍ ບົດບາດການເປັນເສນາທິການໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອໃຫ້ບໍລິການໂທລະຄົມມະນາຄົມ,ຜ່ານການຈັດຕັ້ງປະຕິບັດ ລລທ ໄດ້ເອົາໃຈໃສ່ ແລະ ເຮັດສໍາເລັດ 4 ວຽກສໍາຄັນທີ່ເປັນບຸລິມະສິດຄື:ສ້າງອົງກອນໃຫ້ເປັນດີຈີຕອນ,ພັດທະນາລະບົບການບໍລິຫານຈັດການພາຍໃນໃຫ້ເປັນດີຈີຕອນ,ຊຸກຍູ້ສົ່ງເສີມນໍາໃຊ້ນະວັດຕະກໍາໃໝ່ ແລະ ພັດທະນາລະບົບໃຫ້ເປັນ ດີຈີຕອນແລະ ພັດທະນາບຸກຄະລາກອນ ດີຈີຕອນ, ດໍາເນີນ 8 ແຜນວຽກຈຸດສຸມຄື:ການພັດທະນາວຽກງານບໍລິຫານໃຫ້ເປັນທັນສະໄໝ,ການພັດທະນາວຽກງານຈັດຕັ້ງ,ວຽກງານກວດກາພາຍໃນໃຫ້ເປັນມາດຕະຖານສາກົນ, ຄຸ້ມຄອງວຽກງານເສດຖະກິດ-ການເງິນ, ພັດທະນາວຽກງານການຕະຫຼາດ-ການຂາຍ, ພັດທະນາວຽກງານເຕັກນິກ ແລະ ພັດທະນາເຄືອຂ່າຍ, ການຮ່ວມມືທາງດ້ານ Inter Business ແລະ ການເຊື່ອມໂຍງຕ່າງປະເທດ ແລະ ວຽກງານ ບໍລິສັດ ລາວໂມບາຍມັນນີ ແລະ ປະຕິບັດ 17 ແຜນງານ ແລະ 20 ໂຄງການ,ນອກຈາກປະຕິບັດໜ້າທີ່ຍຸດທະສາດ,ຄະນະພັກພວກເຮົາ ຍັງໄດ້ເອົາໃຈໃສ່ວຽກງານການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ຖືເປັນວຽກບຸລິມະສິດ ເພື່ອໃຫ້ຖັນແຖວສະມາຊິກພັກ ໄດ້ຮັບການສຶກສາຮໍ່າຮຽນອຸດົມການຂອງພັກ, ທັດສະນະຫຼັກໝັ້ນຊົນຊັ້ນ, ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງການເມືອງຂອງພັກ, ທາດແທ້ມູນເຊື້ອຂອງພັກ, ລວມທັງບັນດາ ມະຕິ, ຄຳສັ່ງຂອງພັກໃຫ້ຖັນແຖວສະມາຊິກພັກຢ່າງທົ່ວເຖິງ ດ້ວຍຫຼາຍຮູບການ-ຫຼາຍວິທີການ, ສຸມໃສ່ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ໂຄສະນາອົບຮົມ ເພື່ອອົບຮົມເປົ້າໝາຍມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າພັກ.

ໃນໂອກາດດັ່ງກ່າວ,ສະຫາຍ ສຸພົນຈັນທະວີໄຊໄດ້ຕາງໜ້າຄະນະພັກຮາກຖານ-ຄະນະອໍານວຍການ,ສະມາຊິກພັກ-ພະນັກງານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຂໍຈົດຈໍາ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ພັກປະຊາຊົນປະຕິວັດລາວ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ວຽກງານ, ສືບຕໍ່ເປັນຫຼັກແຫຼ່ງແກ່ນສານໃນການນໍາພາ-ຊີ້ນໍາ ການພັດທະນາປະເທດຊາດໃຫ້ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ