ພ.ບ ຄຸ້ມຄອງ,ຕິດຕາມ, ກວດກາ ແລະ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ

ພ.ບ ຄຸ້ມຄອງ,ຕິດຕາມ, ກວດກາ ແລະ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ
ເພື່ອຄຸ້ມຄອງຂະແໜງພະລັງງານ ແລະ ບໍ່ແຮ່ໃຫ້ສອດຄ່ອງຕາມລະບຽບກົດໝາຍ ຮັບປະກັນບໍ່ໃຫ້ເກີດມີຜົນກະທົບຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ.ໃນປີ 2023 ຜ່ານມາ,ກະຊວງພະລັງງານ ແລະ ບໍ່ແຮ່(ພ.ບ)ໄດ້ເອົາໃຈໃສ່ ເຜີຍແຜ່ກົດໝາຍວ່າດ້ວຍຄວາມປອດໄພເຂື່ອນ ສະບັບເລກທີ 20/ສພຊ, ລົງວັນ ທີ 7/7/2022 ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ. ພ້ອມທັງ, ສືບຕໍ່ກວດແກ້ເນື້ອໃນຄໍາແນະນໍາວ່າດ້ວຍຄວາມປອດໄພຂອງເຂື່ອນ ສະບັບພາສາລາວ; ຄຸ້ມຄອງ, ຕິດຕາມ, ກວດສອບ ແລະ ກວດກາ ຜູ້ດໍາເນີນກິດຈະການພະລັງງານຂອງພາກລັດ ແລະ ເອກະຊົນ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.ສໍາເລັດການລົງກວດກາ ແລະ ປະເມີນຜົນສໍາເລັດ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາຂ່າຍໄຟຟ້າ 22 kV, 0,4 kV, ຕິດຕັ້ງໝໍ້ແປງ ຈໍານວນ 4 ໂຄງການ (ການລົງທຶນຂອງລັດ): ແຂວງອຸດົມໄຊ 1 ໂຄງການ, ແຂວງບໍລິຄໍາໄຊ2 ໂຄງການ, ແຂວງໄຊສົມບູນ 2 ໂຄງການ. ລົງຕິດຕາມ, ກວດກາ, ຄຸ້ມຄອງ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການ ທີ່ນໍາໃຊ້ທຶນຊ່ວຍເຫຼືອລ້າຈາກ ສປ ຈີນ (4 ຕື້ຢວນ) ໄລຍະ 2 ທີ່ຕິດພັນກັບຂະແໜງພະລັງງານ ແລະ ບໍ່ແຮ່ ຢູ່ 4 ແຂວງພາກເໜືອ (ແຂວງຫົວພັນ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ແຂວງຜົ້ງສາລີ). ປັດຈຸບັນ,ແມ່ນສໍາເລັດການປະມູນ ແລະ ກະກຽມເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງ ແລະ ໄລຍະທີ 3 ຢູ່ (ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ) ແມ່ນຢູ່ໃນຂັ້ນຕອນການລົງສໍາຫຼວດພາກສະໜາມ. ໄດ້ລົງຕິດຕາມ,ກວດກາເຕັກນິກ, ການດໍາເນີນງານ ແລະ ບໍາລຸງຮັກສາແຫຼ່ງຜະລິດພະລັງງານ ເປັນຕົ້ນ ໂຄງການເຂື່ອນໄຟຟ້ານ້ໍາເຊເສັດ 1-2, ຫ້ວຍລໍາພັນໃຫຍ່, ນ້ໍາງື່ມ 1, ນ້ໍາມັງ 3, ນ້ໍາອູ 1, 2, 3, ນ້ໍາ ໄຜ່, ນໍ້າຄານ 2, ນໍ້າຄານ 3, ນໍ້າງຽບ 2, ນໍ້າຊັນ 3A-3B ເຊຂະໝານ 3, ນໍ້າເທີນ 1 ແລະ ຫ້ວຍລະແງ... ສໍາເລັດການເຜີຍແຜ່ສັນຍາສໍາປະທານ CA ໂຄງການພະລັງງານລົມ ມອນຊຸນ ທີ່ແຂວງເຊກອງ. ບໍລິສັດທີ່ຂໍສ້າງຕັ້ງໃໝ່ ຈໍານວນ 43 ບໍລິສັດ ແລະ ບໍລິສັດທີ່ຂໍຕໍ່ອະນຸຍາດ ຈໍານວນ 111 ບໍລິສັດ. ສໍາເລັດການປຶກສາຫາລື ກ່ຽວກັບແຜນຮັບມືສຸກເສີນຂອງໂຄງການເຂື່ອນໄຟຟ້າທີ່ກໍາລັງດໍາເນີນການຜະລິດ ຢ່າງເປັນປົກກະຕິ. 
ໄປພ້ອມກັນນັ້ນ,ຍັງໄດ້ປຶກສາຫາລື ແລະ ຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 03/11/2017 ຊຶ່ງຈຸດປະສົງຂອງການປັບປຸງ ກໍເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປົກປັກຮັກສາຊັບພະຍາກອນແຮ່ທາດໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ, ຖືກຕ້ອງ, ຊັດເຈນ, ຮັດກຸມ, ມີຄວາມໂປ່ງໃສ, ສອດຄ່ອງກັບຫຼັກການຂອງສາກົນ ແລະ ພາກພື້ນກ່ຽວກັບການດໍາເນີນທຸລະກິດກ່ຽວກັບແຮ່ທາດ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດໄດ້ວາງອອກ, ສອດຄ່ອງກັບສະພາວະຄວາມເປັນຈິງ ຂອງການຂະຫຍາຍຕົວຂອງສັງຄົມໃນແຕ່ລະໄລຍະ. ກະຊວງພະລັງງານ ແລະ ບໍ່ແຮ່ຍັງສ້າງນິຕິກໍາໃນການຈັດຕັ້ງປະຕິບັດການຄຸ້ມຄອງການອອກອະນຸຍາດເຂດສໍາປະທານຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ເປັນຕົ້ນ: ຄໍາແນະນໍາກ່ຽວກັບການສົ່ງເນື້ອທີ່ຊອກຄົ້ນຄືນ ແລະ ສໍາຫຼວດແຮ່ທາດ, ຄໍາແນະນໍາກ່ຽວກັບຂັ້ນຕອນການກວດເຂດ ແລະ ຢັ້ງຢືນແຜນທີ່ເຂດສໍາປະທານຊອກຄົ້ນ ແລະ ສໍາຫຼວດ ແຮ່ທາດ, ຄໍາແນະນໍາກ່ຽວກັບການປັກຫຼັກໝາຍເຂດສໍາປະທານຊອກຄົ້ນ ແລະ ສໍາຫຼວດແຮ່ທາດ, ຄໍາ ແນະນໍາກ່ຽວກັບການສົ່ງເນື້ອທີ່ເຂດບໍ່ແຮ່ຄືນ ແລະ ດໍາລັດວ່າດ້ວຍການປັບໃໝຕໍ່ຜູ້ລະເມີດໃນການພັດທະນາໂຄງການບໍ່ແຮ່... ສໍາເລັດການກວດກາປະເມີນຜົນ ຈັດປະເພດໂຄງການລົງທຶນດ້ານບໍ່ແຮ່ ທັງໝົດ 93 ບໍລິສັດ ສາມາດສັງ ລວມໄດ້ ວ່າ: ປະເພດ A+ ມີ 1 ບໍລິສັດ, A ມີ 6 ບໍລິສັດ, B+ ມີ 10 ບໍລິສັດ, B ມີ 16 ບໍລິສັດ, C+ ມີ 35 ບໍລິສັດ ແລະ C ມີ 25 ບໍລິສັດ. ໂດຍລວມແລ້ວ ການຈັດຕັ້ງປະຕິບັດວຽກງານພັດທະນາໂຄງການບໍ່ແຮ່ ແມ່ນໄດ້ເອົາໃຈໃສ່ການຕິດຕາມ ກວດກາ ເພື່ອໃຫ້ໄດ້ຮັບຜົນປະໂຫຍດທັງທາງກົງ ແລະ ທາງອ້ອມ ເປັນຕົ້ນ: ລາຍຮັບໂດຍກົງຂອງລັດຖະບານ,ຄ່າສໍາປະທານ ພາສີ-ອາກອນ, ຄ່າທໍານຽມ, ເງິນປັນຜົນໃນກໍລະນີລັດເຂົ້າຖືຮຸ້ນ ແລະ ອຶື່ນໆ, ລວມທັງການປະກອບສ່ວນພັດທະນາຊຸມຊົນ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດໂຄງການ; ການປະກອບທຶນປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ໂດຍອີງໃສ່ກົດໝາຍວ່າດ້ວຍແຮ່ທາດ. (ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ