ແພລັດຟອມສື່ສັງຄົມອອນລາຍຍັງບໍ່ມີປະສິດທິພາບໃນການຕໍ່ສູ້ກັບການຂູດຮີດທາງເພດ

ແພລັດຟອມສື່ສັງຄົມອອນລາຍຍັງບໍ່ມີປະສິດທິພາບໃນການຕໍ່ສູ້ກັບການຂູດຮີດທາງເພດ

ແພລັດຟອມສື່ສັງຄົມອອນລາຍຍັງບໍ່ມີປະສິດທິພາບໃນການຕໍ່ສູ້ກັບການຂູດຮີດທາງເພດ
ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ຄະນະກຳມະການຄວາມປອດໄພທາງເອເລັກໂຕຣນິກອົສຕຣາລີ (AESC) ລະບຸວ່າ: ແພລັດຟອມສື່ສັງຄົມອອນລາຍຫຼາຍແຫ່ງບໍ່ສາມາດປົກປ້ອງເດັກນ້ອຍ ແລະ ໄວໜຸ່ມຈາກອັດຕາການຂູດຮີດທາງເພດທີ່ເພີ່ມຂຶ້ນ. ຫຼັງຈາກຊາວອົສຕຣາລີຮ້ອງຮຽນບັນຫາດັ່ງກ່າວຫຼາຍກວ່າ 2,000 ຄັ້ງ ໃນໄລຍະເຄິ່ງຫຼັງຂອງປີ 2025, ໂດຍຜູ້ຊາຍອາຍຸລະຫວ່າງ 18-24 ປີໄດ້ຮັບຜົນກະທົບຫຼາຍທີ່ສຸດ, ໃນຂະນະທີ່ໄວໜຸ່ມກຳລັງຕົກເປັນເປົ້າໝາຍເພີ່ມຂຶ້ນເລື້ອຍໆ.

 

ພາຍໃຕ້ກົດໝາຍຂອງອົສຕຣາລີ, ບໍລິສັດເຕັກໂນໂລຊີທີ່ສຳຄັນເຊັ່ນ: Apple, Google, Meta ແລະ Microsoft ຕ້ອງລາຍງານຕໍ່ຄະນະກຳມະການທຸກໆ 6 ເດືອນກ່ຽວກັບວິທີການຈັດການເນື້ອໃນ ແລະ ແກ້ໄຂບັນຫາການລ່ວງລະເມີດທາງເພດເດັກໃນແພລັດຟອມຂອງພວກເຂົາ. ຢ່າງໃດກໍຕາມ, ຄະນະກຳມະການໄດ້ພົບເຫັນຊ່ອງຫວ່າງໃນການແກ້ໄຂບັນຫາການຂູດຮີດທາງເພດໃນຫຼາຍແພລັດຟອມ, ໂດຍສະເພາະແມ່ນການນຳໃຊ້ເຕັກໂນໂລຊີທີ່ຍັງບໍ່ທົ່ວເຖິງເຊັ່ນ: ເຄື່ອງມືວິເຄາະພາສາທີ່ສາມາດກວດພົບຂໍ້ຄວາມຂົ່ມຂູ່ທີ່ໃຊ້ໃນການຂູດຮີດທາງເພດ. ໃນຂະນະທີ່ບາງ ແພລັດຟອມຍັງຂາດຊ່ອງທາງທີ່ຊັດເຈນ ແລະ ເຂົ້າເຖິງໄດ້ງ່າຍສຳລັບຜູ້ໃຊ້ໃນການລາຍງານເຫດການດັ່ງກ່າວ.

ທ່ານ ຈູລີ ອິນແມນ ແກຣນ ກຳມະການຄວາມປອດໄພທາງເອເລັກໂຕຣນິກ ກ່າວວ່າ: ການຂູດຮີດທາງເພດມັກຈະແນໃສ່ຊາຍໜຸ່ມ, ໂດຍຜູ້ກະທຳຜິດຈະລໍ້ລວງຜູ້ເຄາະຮ້າຍໃຫ້ສົ່ງຮູບພາບສ່ວນຕົວກ່ອນທີ່ຈະຮຽກຮ້ອງເງິນ ຊຶ່ງການຂູດຮີດປະເພດນີ້ບໍ່ພຽງແຕ່ແນໃສ່ກຸ່ມທີ່ມີຄວາມສ່ຽງເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບຕໍ່ສະຫວັດດີພາບທາງຈິດໃຈ ແລະ ອາລົມຂອງຜູ້ເຄາະຮ້າຍ, ເຊັ່ນດຽວກັນກັບຄອບຄົວຂອງເຂົາເຈົ້າ.

ໃນປີ 2025, ຄະນະກຳມະການ ແລະ ສະຖາບັນອາຊະຍາກຳອົສຕຣາລີ ໄດ້ເຜີຍແຜ່ບົດລາຍງານທີ່ລະບຸວ່າ 11.3% ຂອງໄວໜຸ່ມອົສຕຣາລີອາຍຸລະຫວ່າງ 16-18 ປີໄດ້ປະສົບກັບການຂົ່ມຂູ່ທາງເພດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ​ ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​

ຫວຽດນາມ ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ​ຕະ​ກຳ​ ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັ​ນ​ທີ 15 ກໍ​ລະ​ກົດ ຜ່ານມາ ຢູ່​ນະຄອນຫຼວງຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ​ໄດ້ຈັດ​ກອງ​ປະ​ຊຸມ “ລະ​ບອບ​ລະ​ບຽບ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ - ແກ້​ໄຂ​ຈຸດ​ອຸດ​ຕັນ ແລະ ສ້າງ​ສັນ​ການ​ພັດ​ທ​ະນາ”.
ການສົ່ງອອກຫຸ່ນຍົນອຸດສາຫະກໍາຂອງຈີນເຕີບໂຕໄວຂຶ້ນ

ການສົ່ງອອກຫຸ່ນຍົນອຸດສາຫະກໍາຂອງຈີນເຕີບໂຕໄວຂຶ້ນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຊຸມປີມໍ່ໆມານີ້, ການຍົກລະດັບຫຸ່ນຍົນອຸດສາຫະກໍາຂອງຈີນໄດ້ເລັ່ງລັດໄວຂຶ້ນ​ ເຮັດໃຫ້ມີຄວາມສາມາດແຂ່ງຂັນສູງຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກໍາການຜະລິດແບບອັດ​ສະ​ລິ​ຍະ​ຂອງໂລກ.
ນູແວນເຊລັງ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນນົກທະເລ

ນູແວນເຊລັງ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນນົກທະເລ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ແອນດຣູ ຮອກກາດ ລັດຖະມົນຕີກະຊວງຄວາມປອດໄພທາງຊີວະພາບ ແລະ ອາຫານຂອງນູແວນເຊລັງ ໄດ້ລາຍງານການກວດພົບເຊື້ອໄວຣັດໄຂ້ຫວັດປີກສາຍພັນຮ້າຍແຮງ (H5) ຄັ້ງທຳອິດໃນປະເທດ. ຫຼັງຈາກມີນົກ skua ສີນ້ຳຕານຖືກກວດພົບວ່າຕິດເຊື້ອຢູ່ບໍລິເວນຫາດຊາຍເປໂຕເນ ໃນນະຄອນຫຼວງເວວລິງຕັນ ຊຶ່ງແມ່ນນົກທະເລຊະນິດດຽວທີ່ພົບໃນພື້ນທີ່. ໂດຍຍັງບໍ່ມີຫຼັກຖານການຕາຍຂອງສັດປ່າເປັນຈຳນວນຫຼາຍ ແລະ ບໍ່ມີລາຍງານການແຜ່ລະບາດລະຫວ່າງນົກປ່າໃນນູແວນເຊລັງ ຫຼື ລະຫວ່າງສັດປີກ.
EU ແລະ ອັງ​ກິດ ບັນ​ລຸ​​ຂໍ້​ຕົກ​ລົງ​ຄັ້ງປະ​ຫວັດ​ສາດ

EU ແລະ ອັງ​ກິດ ບັນ​ລຸ​​ຂໍ້​ຕົກ​ລົງ​ຄັ້ງປະ​ຫວັດ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ມີ​ແຮງ​ງານ​ຫຼາຍ​ພັນ​ຄົນ​ສາ​ມາດ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ ແອັດ​ສະ​ປາຍ ແລະ Gibraltar ​ ໄດ້​ສະ​ດວກສະບາຍຂຶ້ນ, ພາຍຫຼັງ​ສະ​ຫະ​ພາບ​ເອີ​ຣົບ (EU) ແລະ ອັງ​ກິດ ໄດ້ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ຄວບ​ຄຸມ​ຊາຍ​ແດນຢູ່​ເຂດ​ດັ່ງກ່າວ ຊຶ່ງ​ເປັນ​ບັນ​ຫາ​ທີ່​ເຄີຍ​ເປັນ​ສາ​ເຫດ​ສ້າງ​ຄວາມ​ເຄັ່ງ​ຕຶງ​ທີ່ແກ່​ຍາວ​ລະ​ຫວ່າງ ລອນດອນ ແລະ ມາດຣິດ.
“ໂອ​ກາດ​ຈາກ​ຈີນ” ຈາກ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​ຂອງ​ຈີນ

“ໂອ​ກາດ​ຈາກ​ຈີນ” ຈາກ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​ຂອງ​ຈີນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຕາມ​ການ​ໄລ່​ລຽງ​ເບື້ອງ​ຕົ້ນ, ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ໄດ້​ບັນ​ລຸ​ເຖິງ 69,570 ຕື້ຢວນ, ເພີ່ມ​ຂຶ້ນ 4.7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ຕາມ​ລາ​ຄາ​ທີ່​ບໍ່​ປ່ຽນ​ແປງ ຊຶ່ງ​ຢູ່​ແຖວ​ໜ້າ​ໃນ​ບັນ​ດາ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ໂລກ. ພາຍຫຼັງ​ຈີນ​ໄດ້​ເປີດ​ເຜີຍ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​​ໃນ​ວັນ​ທີ 15 ກໍ​ລະ​ກົດ ຜ່ານມາ, ສື່ມວນ​ຊົນ​ຕ່າງ​ປະ​ເທດຫຼາຍ​​ສຳ​ນັກ​ໄດ້​ຕິດ​ຕາມ ແລະ ລາຍ​ງານ​ຂ່າວ​ຢ່າງກວ້າງ​ຂວາງ. ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ເຄິ່ງ​ປີ​ສະ​ບັບ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ພື້ນ​ຖານ​ທີ່​ດີ ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ໝົດ​ປີ 2026 ທີ່​ເປັນ​ປີ​ເລີ່ມ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ ແລະ ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກອີກ​ດ້ວຍ.
ກຳປູເຈຍ ສົ່ງອອກແຜ່ນແພ ເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ້າເພື່ອການເດີນທາງ ເກືອບ 8 ຕື້ໂດລາ

ກຳປູເຈຍ ສົ່ງອອກແຜ່ນແພ ເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ້າເພື່ອການເດີນທາງ ເກືອບ 8 ຕື້ໂດລາ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 12 ກໍລະກົດ ຜ່ານມາວ່າ: ກົມພາສີ ແລະ ອາກອນກຳປູເຈຍລາຍງານວ່າ, ການສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງກຳປູເຈຍໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ 2026 ມີມູນຄ່າທັງໝົດ 7.99 ຕື້ໂດລາ, ເພີ່ມຂຶ້ນ 6.2% ເມື່ອທຽບກັບປີກ່ອນ.
ນ້ຳຖ້ວມ ໃນບັງກລາເທດເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ

ນ້ຳຖ້ວມ ໃນບັງກລາເທດເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 13 ກໍລະກົດ ຜ່ານມາວ່າ: ເຈົ້າໜ້າທີ່ບັງກລາເທດໄດ້ເປີດເຜີຍວ່າ ໄພນໍ້າຖ້ວມທີ່ເກີດຂຶ້ນໃນຫຼາຍພື້ນທີ່ຂອງບັງກລາເທດ ຊຶ່ງແກ່ຍາວເປັນເວລາປະມານໜຶ່ງອາທິດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ ແລະ ເຮັດໃຫ້ປະຊາຊົນຫຼາຍກວ່າ 1.02 ລ້ານຄົນຕິດຢູ່ໃນ 7 ເມືອງຈາກທັງໝົດ 64 ເມືອງຂອງປະເທດ.
ຍີ່ປຸ່ນ ຄາດວ່າການທ່ອງທ່ຽວຂາອອກ ຈະຫຼຸດລົງເກືອບ 9% ໃນລະດູຮ້ອນນີ້

ຍີ່ປຸ່ນ ຄາດວ່າການທ່ອງທ່ຽວຂາອອກ ຈະຫຼຸດລົງເກືອບ 9% ໃນລະດູຮ້ອນນີ້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນ, ອ້າງອີງຂໍ້ມູນຈາກ ບໍລິສັດ JTB Corp., (ບໍລິສັດທ່ອງທ່ຽວລາຍໃຫຍ່) ລາຍງານວ່າ, ການເດີນທາງຂາອອກຈາກຍີ່ປຸ່ນເພື່ອທ່ອງທ່ຽວໃນໄລຍະພັກລະດູຮ້ອນປີນີ້ ຊຶ່ງກົງກັບວັນທີ 15 ກໍລະກົດ - 31 ສິງຫາ ນີ້ ມີທ່າອ່ຽງຈະຫຼຸດລົງ 8.8% ເມື່ອທຽບກັບປີກ່ອນ ມາຢູ່ທີ່ປະມານ 2.17 ລ້ານຄັ້ງ, ເນື່ອງຈາກຄ່າເງິນເຢນອ່ອນຄ່າລົງ ແລະ ລາຄາທີ່ສູງຂຶ້ນສົ່ງຜົນກະທົບຕໍ່ຄວາມຕ້ອງການການເດີນທາງ.
6 ເດືອນຕົ້ນປີ ຄວາມໜຽວແໜ້ນຂອງເສດຖະກິດຈີນຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ

6 ເດືອນຕົ້ນປີ ຄວາມໜຽວແໜ້ນຂອງເສດຖະກິດຈີນຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 12 ກໍລະກົດ ຜ່ານມາ, ສູນຂໍ້ມູນຂ່າວສານແຫ່ງຊາດຈີນໄດ້ປະກາດຂໍ້ມູນສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້, ຕົວຊີ້ວັດຫຼາຍຕົວທີ່ສ່ອງແສງໃຫ້ເຫັນເຖິງຂົງເຂດການຄ້າກັບຕ່າງປະເທດ ການລົງທຶນ ແລະ ອື່ນໆໄດ້ໝັ້ນຄົງ ແລະ ດີຂຶ້ນ. ພາຍໃຕ້ການຄ້ຳຊູຂອງນະໂຍບາຍມະຫາພາກທີ່ຕັ້ງໜ້າ, ຄວາມໜຽວແໜ້ນຂອງເສດຖະກິດຈີນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຜູ້ຊ່ຽວຊານສິງກະໂປ 4 ໃນ 10 ຄົນ ເທົ່ານັ້ນທີ່ສາມາດຈຳແນກຂໍ້ມູນທີ່ບໍ່ຖືກຕ້ອງອອກຈາກ AI

ຜູ້ຊ່ຽວຊານສິງກະໂປ 4 ໃນ 10 ຄົນ ເທົ່ານັ້ນທີ່ສາມາດຈຳແນກຂໍ້ມູນທີ່ບໍ່ຖືກຕ້ອງອອກຈາກ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກໍລະກົດ ຜ່ານມາວ່າ: ຜົນການສຳຫຼວດໂດຍບໍລິສັດ KPMG ຊຶ່ງເປັນບໍລິສັດກວດສອບບັນຊີຊັ້ນນຳຂອງໂລກ ແລະ ຄະນະກຳມະການຫໍສະໝຸດແຫ່ງຊາດສິງກະໂປ ໄດ້ເປີດເຜີຍວ່າ, ມີຜູ້ຊ່ຽວຊານ, ຜູ້ຈັດການ, ຜູ້ບໍລິຫານ ແລະ ພະນັກງານດ້ານເຕັກນິກ ໃນສິງກະໂປ ພຽງ 4 ໃນ 10 ຄົນເທົ່ານັ້ນທີ່ໝັ້ນໃຈວ່າສາມາດຈຳແນກຂໍ້ມູນທີ່ຖືກຕ້ອງອອກຈາກຂໍ້ມູນທີ່ບໍ່ຖືກຕ້ອງທີ່ສ້າງຂຶ້ນໂດຍປັນຍາປະດິດ (AI).
ເພີ່ມເຕີມ