ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 37 ຄົນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 9 ມິຖຸນານີ້, ພາກສ່ວນກູ້ໄພຂອງຟິລິບປິນແຈ້ງໃຫ້ຮູ້ວ່າ, ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ພາກໃຕ້ຟີລິບປິນໃນວັນທີ 8 ມິຖຸນາ ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 37 ຄົນ, ບາດເຈັບຮ້ອຍກວ່າຄົນ.
ປັດຈຸບັນ, ວຽກງານກູ້ໄພກຳລັງດຳເນີນຢູ່ ແລະ ຍັງມີຄົນຈຳນວນໜຶ່ງຕິດຄ້າງຢູ່ໃຕ້ຊາກຫັກພັງ. ພ້ອມກັນນັ້ນ, ການຂາດໄຟຟ້າ ແລະ ນ້ຳປະປາ ໄດ້ສ້າງຜົນກະທົບຕໍ່ການດຳລົງຊີວິດຂອງຜູ້ປະສົບໄພຢູ່ທ້ອງຖິ່ນດັ່ງກ່າວ ແລະ ການປະສົບໄພຄັ້ງນີ້ໄດ້ສ້າງຜົນກະທົບຕໍ່ຈິດໃຈຂອງເຂົາເຈົ້າຢ່າງໜັກໜ່ວງ.
ຄໍາເຫັນ