ເຈົ້າໜ້າທີ່ກູ້ໄພອິນໂດເນເຊຍໃຫ້ຮູ້ວ່າ: ນັບມາຮອດເວລາ 9:00 ໂມງ ຂອງວັນທີ 16 ສິງຫາ ຜ່ານມາ, ແຜ່ນດິນໄຫວຂະໜາດ 7.7 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດ 51 ຄົນ. ອີງຕາມການວັດແທກຢ່າງເປັນທາງການຂອງສູນເຄືອຂ່າຍສະຖານີແຜ່ນດິນໄຫວຈີນ, ເກີດແຜ່ນດິນໄຫວຂະໜາດ 7.7 ຣິກເຕີໃນຕອນເຊົ້າວັນທີ 15 ສິງຫາ ຜ່ານມາ, ຢູ່ເຂດທະເລໃກ້ເກາະຟຣໍເຣັສຂອງອິນໂດເນເຊຍ ໂດຍມີຄວາມເລິກຈຸດກຳເນີດແຜ່ນດິນໄຫວ 20 ກິໂລແມັດ. ປັດຈຸບັນຄຳເຕືອນໄພຄື້ນຊຶນາມິທີ່ເກີດຈາກແຜ່ນດິນໄຫວຄັ້ງນີ້ໄດ້ຍົກເລີກແລ້ວ
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ