ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ
ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ແຜນຍດທະສາດການຂາມຜານຂອງ ສປປ ລາວ ເພອອອກຈາກສະຖານະພາບດອຍພດທະນາ - image 1
 

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່, ແລກປ່ຽນຂໍ້ມູນ ແລະ ສ້າງຄວາມຮັບຮູ້ເຂົ້າໃຈພ້ອມທັງຮັບຟັງຄວາມຄິດເຫັນຂອງພາກເອກະຊົນ ກ່ຽວກັບ ຂະບວນການໃນການຫັນຈາກປະເທດດ້ອຍພັດທະນາໄປເປັນປະເທດກໍາລັງພັດທະນາໃໝ່ ແລະ ລົງເລິກປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ (Smooth Transition Strategy ຫຼື STS)ໃຫ້ພາກເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມເພື່ອເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ທົ່ວສັງຄົມ, ຮັບປະກັນການມີສ່ວນຮ່ວມຂອງທຸກພາກສ່ວນໃນການຈັດຕັ້ງແຜນຍຸດທະສາດດັ່ງກ່າວ. ພ້ອມນີ້, ທີ່ປະຊຸມຍັງໄດ້ສົນທະນາແລກປ່ຽນກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆພາຍຫຼັງ ສປປ ລາວ ຈະເຂົ້າສູ່ຂະບວນການອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026, ແນໃສ່ຮັບປະກັນໃຫ້ການຂ້າມຜ່ານຂອງ ສປປ ລາວ ມີຄວາມໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ ໂດຍສະເພາະແມ່ນໄລຍະຂ້າມຜ່ານເລີ່ມແຕ່ປີ 2026-2029.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບແຜນຍຸດທະສາດການຂ້າມຜ່ານເພື່ອອອກຈາກສະຖານະພາບດ້ອຍພັດທະນາ ແລະ ຮ່າງບົດປະເມີນຄວາມພ້ອມ ເພື່ອອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ, ພ້ອມທັງໄດ້ປະກອບສ່ວນລົງເລິກສົນທະນາ, ໃນຫົວຂໍ້ “ບົດບາດຂອງພາກເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ” ແລະ ບັນດາຜູ້ເຂົ້າຮ່ວມກໍໄດ້ມີການປຶກສາຫາລືປະກອບຄໍາເຫັນຢ່າງກົງໄປກົງມາ, ໂດຍສະເພາະແມ່ນຕໍ່ກັບ ກາລະໂອກາດ, ສິ່ງທ້າທາຍ, ມາດຕະການຮອງຮັບ ແລະ ທິດທາງໃນຕໍ່ໜ້າ ພາຍຫຼັງທີ່ ສປປ ລາວ ຈະເລີ່ມເຂົ້າສູ່ຂະ ບວນການອອກຈາກສະຖານະພາບດ້ອຍພັດທະນາ.

ໃນໂອກາດດັ່ງກ່າວ, ທ່ານ ນ. ມຸກດາວັນ ສີສຸລິດ, ປະທານກອງປະຊຸມ ໄດ້ມີບາງຄໍາເຫັນສໍາຄັນສະເໜີຕໍ່ພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມຊາບ ແລະ ເພື່ອເປັນທິດທາງໃນຕໍ່ໜ້າ ຄື:

1. ການອອກຈາກສະຖານະພາບດ້ອຍພັດທະນາແມ່ນ ສາກົນ ກໍຄື ອົງການ ສປຊ ເປັນຜູ້ປະເມີນ ແລະ ວາງມາດຖານເງື່ອນໄຂເອົາໄວ້, ຊຶ່ງ ສປປ ລາວ ເຮົາສາມາດຜ່ານ 3 ມາດຖານເງື່ອນໄຂທີ່ ສປຊ ວາງອອກ. ສະນັ້ນ, ຈຶ່ງຖືກສະເໜີໃຫ້ອອກຈາກສະຖານະພາບດ້ອຍພັດທະນາໃນທ້າຍປີ 2026 ແລະ ທຸກປະເທດທີ່ຖືກສະເໜີໃຫ້ອອກຈະມີໄລຍະຂ້າມຜ່ານ 3 ປີ, ສໍາລັບ ສປປ ລາວ ແມ່ນນັບແຕ່ປີ 2026-2029, ຊຶ່ງໝາຍຄວາມວ່າ ສປປ ລາວ ເຮົາຈະເຂົ້າສູ່ຂະບວນການການຂ້າມຜ່ານຢ່າງເປັນທາງການໃນປີ 2026 ແລະ ຈະຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂໍ້ກຳນົດຂອງສາກົນ ຄືກັນກັບ ປະເທດກຳລັງພັດທະນາອື່ນໆ ໃນປີ 2030.

2. ພາຍຫຼັງປີ 2026, ຈະເປັນຈຸດເລີ່ມຕົ້ນຂອງ ສປປ ລາວ ທີ່ຈະກ້າວອອກຈາກສະຖານະພາບດ້ອຍພັດທະນາ ໄປເປັນ ປະເທດກໍາລັງພັດທະນາໃໝ່ ກໍຄືຈາກປະເທດທີ່ມີລາຍຮັບຈາກຕໍ່າ ຫາ ກາງຕໍ່າ (Low income to Lower-middle Income) ໄປເປັນປະເທດທີ່ມີລາຍຮັບປານກາງຫາ ກາງສູງ (Middle ຫາ Upper-middle Income) ແລະ ກ້າວໄປສູ່ຄາດໝາຍອັນສູງສຸດກໍຄືໃຫ້ກາຍເປັນປະເທດທີ່ມີລາຍຮັບສູງ (High Income) ຕາມລໍາດັບ ແລະ ເປັນກ້າວໆໄປ.

3. ທ່າອ່ຽງທຶນການຊ່ວຍເຫຼືອຫຼ້າ (ODA)ໃນທົ່ວໂລກໂດຍລວມ ແມ່ນມີລັກສະນະຫຼຸດລົງໄປເລື້ອຍໆ ບໍ່ໄດ້ສະເພາະເຈາະຈົງໃສ່ ສປປ ລາວ. ສະນັັ້ນ, ຮູບແບບການຊ່ວຍເຫຼືອແມ່ນຈະຫັນປ່ຽນຈາກການໃຫ້ ODA ມາເປັນການຊ່ວຍເຫຼືອແບບສົມທົບ, ການຊ່ວຍເຫຼືອທາງດ້ານການລະດົມທຶນ ແລະ ການກູ້ຢືມແບບດອກເບ້ຍຕໍ່າແທນ. ອັນນີ້ ແມ່ນຄວາມເປັນຈິງພາວະວິໄສ ຊຶ່ງເຮົາບໍ່ສາມາດຄວບຄຸມໄດ້ ແຕ່ຕ້ອງໄດ້ມີມາດຕະການເພື່ອຮັບມື.

4. ທຸກຂະແໜງການຕ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາ, ໂດຍສະເພາະແມ່ນແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ (STS) ແລະ ຍັງຈະຕ້ອງເປັນເຈົ້າການໃນການວາງແຜນງານອັນສະເພາະແຕ່ລະຂະແໜງການໃຫ້ມີຄວາມສອດຄ່ອງ ແລະ ເຊື່ອມສານກັບນະໂຍບາຍລວມຂອງແຜນດັ່ງກ່າວ. ສໍາລັບພາກທຸລະກິດກໍຕ້ອງໃຫ້ມີຄວາມພ້ອມໃນການພັດທະນາ ແລະ ສ້າງຜະລິດຕະພັນລາວໃຫ້ມີຄວາມເຂັ້ມແຂງ ແລະ ຄຸນນະພາບ ສາມາດແຂ່ງຂັນໄດ້ໃນລະດັບພາກພື້ນ ແລະ ສາກົນ. ສໍາລັບພາກສ່ວນຄູ່ຮ່ວມພັດທະນາ ກໍຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານເຕັກນິກວິຊາການຕ່າງໆທີ່ຈຳເປັນໃຫ້ແກ່ ສປປ ລາວ, ໂດຍເລັ່ງສຸມໃສ່ໄລຍະຂ້າມຜ່ານນີ້. ພ້ອມດຽວກັນ, ປະຊາຊົນ ກໍຕ້ອງມີຄວາມພ້ອມທີ່ຈະເຮັດການຜະລິດ ເພື່ອປ້ອນເຂົ້າໃນຕະຫຼາດ.

5. ຕໍ່ກັບບາງຄໍາເຫັນທີ່ວ່າ “ເມື່ອ ສປປ ລາວ ເຮົາອອກຈາກສະຖານະພາບດ້ອຍພັດທະນາແລ້ວ, ປະເທດອື່ນໆຈະບໍ່ໃຫ້ຄວາມເຫັນໃຈ ຕໍ່ພວກເຮົາແລ້ວໃນດ້ານການຊ່ວຍເຫຼືອຕ່າງໆ”, ແຕ່ເມື່ອເບິ່ງໃນທາງກົງກັນຂ້າມ, ຖ້າພວກເຮົາຢາກດຶງດູດການລົງທຶນ ແລະ ການເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂຶ້ນ, ພວກເຮົາຈະຕ້ອງສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ທີ່ຈະໃຫ້ທຶນເຮົາໃນການພັດທະນາປະເທດ. ຢາກເຮັດໄດ້ແນວນັ້ນ, ສາກົນກໍຕ້ອງມີຄວາມໝັ້ນໃຈໃນສະຖຽນລະພາບທາງດ້ານການເມືອງ-ຄວາມໝັ້ນຄົງ, ສະຖຽນລະພາບດ້ານເສດຖະກິດ-ສັງຄົມ, ການນໍາໃຊ້ກົດໝາຍຢ່າງເຄັ່ງຄັດ ແລະ ໂຄງລ່າງພື້ນຖານທີ່ໄດ້ຮັບການພັດທະນາ ໃນລະດັບໃດໜຶ່ງ ແລະ ການອອກຈາກສະຖານະພາບດ້ອຍພັດທະນາໄປເປັນປະເທດທີ່ກໍາລັງພັດທະນາໃໝ່ ຈະສ້າງພາບພົດອັນໃໝ່ໃຫ້ ສປປ ລາວ ທີ່ ຈະຊ່ວຍດຶງດູດການລົງທຶນທີ່ມີຄຸນນະພາບຫຼາຍຂຶ້ນ ພ້ອມດຽວກັນ ກໍຈະເປັນສິ່ງທີ່ຊ່ວຍຊຸກຍູ້ໃຫ້ສາມາດເຂົ້າເຖິງແຫຼ່ງທຶນອຶ່ນໆຕື່ມອີກ.

6. ສຸດທ້າຍ, ການທີ່ ສປປ ລາວ ສາມາດ ຜ່ານເກນການປະເມີນເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ຈະປະກາດເຂົ້າສູ່ຂະບວນການໃນທ້າຍປີ 2026 ບໍ່ໄດ້ໝາຍຄວາມວ່າ ພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ການປະກາດອອກຈາກສະຖານະພາບດັ່ງກ່າວແມ່ນບາດກ້າວທຳອິດໃນການເຂົ້າສູ່ຂະບວນການຫັນປ່ຽນຈາກປະເທດທີ່ມີລາຍຮັບຕໍ່າ ຫຼື ປານກາງ ຫາ ຕໍ່າໄປເປັນປະເທດທີ່ມີລາຍຮັບປານກາງຫາສູງ ຊຶ່ງບາດກ້າວທີ່ສໍາຄັນໃນການຫັນປ່ຽນ ສະພາບປະເທດ ແລະ ຫັນປ່ຽນແນວຄິດດັ້ງເດີມ ໃຫ້ຫຼີກໜີອອກຈາກການເອື່ອຍອີງມາກຸ້ມຕົນເອງຫຼາຍຂຶ້ນຕາມທິດການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ແລະ ກໍຍັງເປັນການສ່ອງແສງໃຫ້ເຫັນເຖິງຜົນສໍາເລັດ ແລະ ຂີດໝາຍທີ່ສໍາຄັນຍິ່ງໃນຂະບວນການພັດທະ ນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການນໍາພາຊີ້ນໍາຂອງ ພັກ ແລະ ລັດຖະບານແຫ່ງ ສປປ ລາວ ”.

ກອງປະຊຸມໄດ້ເຫັນດີເປັນເປັນເອກະພາບຕໍ່ແນວທາງຂອງ ແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ (STS) ແລະ ເຫັນດີໃຫ້ມີການລົງເລິກຈັດກອງປະຊຸມໃນລັກສະນະດັ່ງກ່າວຕື່ມອີກ ເພື່ອລະດົມຄວາມຄິດພາຍຫຼັງ ບົດລາຍງານການກະກຽມຄວາມພ້ອມສຳເລັດໃນຕົ້ນປີ 2026.

ສປປ ລາວ ຖືກກໍານົດ ຫຼື ຖືກສະເໜີຈາກ ອົງການ ສປຊ ໃຫ້ອອກຈາກສະຖານະພາບດ້ອຍພັດທະນາໃນທ້າຍປີ 2026 ແລະ ມີໄລຍະຂ້າມຜ່ານ 3 ປີ, ນັບແຕ່ທ້າຍປີ 2026-2029, ໂດຍອີງໃສ່ການຜ່ານເກນປະເມີນຂອງອົງການ ສປຊ ຈໍານວນ 3 ຄັ້ງຄື: ຄັ້ງທີ 1 ໃນປີ 2018 (ຜ່ານສອງໃນສາມເງື່ອນໄຂ), ຄັ້ງທີ 2 ປີ 2021 ແລະ ຄັ້ງທີ 3 ປີ 2024 ຊຶ່ງສາມາດບັນລຸໄດ້ທັງ 3 ເງື່ອນໄຂ ຄື: ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ ຫຼື Gross National Income (GNI) ແມ່ນ 2.503 ໂດລາ, ດັດສະນີຊັບພະຍາກອນມະນຸດ ຫຼື Human Asset Index (HAI) ແມ່ນ 74.8 ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຫຼື Economic and Environmental Vulnerability Index (EVI) ແມ່ນ 29.8.

ລັດຖະບານ ສປປ ລາວ ໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS) ໃນປີ 2023, ຊຶ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີໃຫ້ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ.

ໄລຍະຜ່ານມາ, ໂດຍສະເພາະໃນປີ 2025, ກະຊວງການຕ່າງປະເທດ ໄດ້ເອົາໃຈໃສ່ສືບຕໍ່ເຜີຍແຜ່ວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາໃຫ້ທົ່ວສັງຄົມ ເປັນຕົ້ນ ໄດ້ຈັດກອງປະຊຸມເຜີຍແຜ່ໃຫ້ແກ່ພະນັກງານຂອງລັດໃນລະດັບທ້ອງຖິ່ນຂອງບັນດາແຂວງພາກໃຕ້ ໃນເດືອນ ມິຖຸນາ 2025 ທີ່ ແຂວງຈໍາປາສັກ ແລະ ໃຫ້ແກ່ບັນດາແຂວງພາກເໜືອ ແລະ ພາກກາງ ໃນວັນທີ 27 ພະຈິກ 2025 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ພ້ອມທັງໄດ້ເຜີຍແຜ່ບົດຄວາມ, ບົດຂ່າວຕ່າງໆ ແລະ ອື່ນໆທີ່ກ່ຽວຂ້ອງ. (ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຟຟ້າຫົງສາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາປະຈໍາປີ2026

ໄຟຟ້າຫົງສາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາປະຈໍາປີ2026

ໃນລະຫວ່າງວັນທີ22ກໍລະກົດ - 4ສິງຫາ2026,ບໍລິສັດໄຟຟ້າຫົງສາຈໍາກັດໄດ້ຈັດກິດຈະກໍາຖວາຍທຽນພັນສາແລະຜ້າອາບນໍ້າຝົນແດ່ວັດພາຍໃນເມືອງຫົງສາຈໍານວນ15ວັດເນື່ອງໃນໂອກາດວັນບຸນເຂົ້າພັນສາປະຈໍາປີ2026ເພື່ອຮ່ວມສືບສານປະເພນີອັນດີງາມແລະສົ່ງເສີມຄຸນຄ່າທາງຈິດໃຈຂອງຊຸມຊົນທ້ອງຖິ່ນໃຫ້ຄົງຢູ່ສືບໄປ
ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ. ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ.
ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຕາແສງຂະເໝົາໃນວັນທີວັນທີ 4 ສິງຫາ ນີ້ວ່າ: ເສັ້ນເຝີ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ມີຈຸດເລີ່ມຕົ້ນຈາກພູມປັນຍາຊາວບ້ານ ທີ່ສືບທອດກັນມາແຕ່ຮຸ່ນປູ່ຍ່າຕາຍາຍ ເຊິ່ງໃນອະດີດແມ່ນເຮັດແບບຄອບຄົວກະແຈກກະຈາຍ, ຕໍ່ມາໃນປີ 2013 ໄດ້ໂຮມໂຕກັນສ້າງຕັ້ງເປັນກຸ່ມຜະລິດ ໂດຍມີ 17 ຄອບຄົວ, ດ້ວຍລົດຊາດ ແລະ ຄຸນນະພາບທີ່ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ຮັບນາມມະຍົດເປັນສິນຄ້າ ODOP ແຫ່ງຊາດ.
ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ກັບພື້ນຖານການດໍາລົງຊີວິດພໍ່ແມ່ປະຊາຊົນ ໃຫ້ໄດ້ຮັບການແກ້ໄຂທີ່ເໝາະສົມ, ໃນຕອນບ່າຍຂອງວັນທີ 4 ສິງຫາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ ແຂວງວຽງຈັນ, ທ່ານ ພອນແກ້ວ ແສງສຸລິຈັນ ຮອງຜູ້ອໍານວຍການເຂື່ອນໄຟຟ້າ ນໍ້າມັງ 3, ທ່ານ ຄໍາສອນ ກຸນນະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະປະຈໍາ ພ້ອມດ້ວຍພະນັກງານວິຊາການ ຈາກຫ້ອງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ເກັບກໍາຂໍ້ມູນຈຸດລະບາຍນໍ້າກ້ອງທາງເລກ 10 ຢູ່ເຂດບ້ານປາກຫາງ ແລະ ບ້ານໃກ້ຄຽງ.
ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ວັນທີ 5 ສິງຫາ 2026 ນີ້, ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ແລະ ທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂດຍມີຜູ້ຕາງໜ້າຈາກກອງບັນຊາການ ປກສ, ປກຊ, ພາສີ, ອົງການໄອຍະການ, ອົງການປົກຄອງທ້ອງຖິ່ນ 5 ເມືອງ (ໂຂງ, ສຸຂຸມາ, ໂພນທອງ, ມຸນລະປາໂມກ, ປະທຸມພອນ) ແລະ ອົງການອະນຸລັກສັດປ່າ (WCS) ເຂົ້າຮ່ວມ.
ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ໄດ້ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ໃນ​ວັນ​ທີ 5 ສິງ​ຫາ​ນີ້ ທີ່ ນະ​ຄອນ ຫຼວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳນະຄອນ ຫຼວງພະບາງ, ຕາງໜ້າພະແນກການ-ກົມກອງ ແລະປະທານບ້ານ ເຂົ້າຮ່ວມ.
ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ມີທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກຄະນະບໍລິຫານງານແຂວງ ປະທານສະພາປະຊາຊົນແຂວງ (ສພຂ), ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ພັກ​ແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ ການທົດລອງປູກໝາກກາດີເມຍ ຢູ່ ບ້ານ​ພູ​ຜັກ​ແພວ ເມືອງວຽງຄຳ ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ.
ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ປຶ້ມຄູ່ມືວຽກງານຂົງເຂດເສດຖະກິດ ແລະ ການເງິນ ໄດ້ຈັດຂຶ້ນໃນວັນທີ 3-5 ສິງຫານີ້ ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ ແລະ ການເງິນ (ກສງ); ເຂົ້າຮ່ວມມີທ່ານ ພູລຳພອນ ສີຫາວົງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ທີ່ເປັນກໍາມະການຂອງ ກສງ ທີ່ມາຈາກ 6 ແຂວງຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ.
ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ໃນວັນທີ 1 ສິງຫາ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງ ຫຼວງ ນໍ້າທາ ສືບຕໍ່ຢ້ຽມຢາມຕາແສງທົ່ງອົ້ມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ເພີ່ມເຕີມ