ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກ ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ

ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກ ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ

ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກ ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ
ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຈັດຂຶ້ນໃນວັນທີ 1 ມິຖຸນານີ້, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ); ມີທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານ ຄຊກມດ ຜູ້ປະຈຳການ, ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເພມທະວການປກປອງ ແລະ ພດທະນາເດກ ໃນໂອກາດສະເຫມສະຫອງວນເດກສາກນ - image 1
 

 

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມສານອວຍພອນເດັກລາວບັນດາເຜົ່າ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ ປີ 2026. ຈາກນັ້ນ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ ທີ່ເລີ່ມຕົ້ນມາຈາກການຮັບຮອງຖະແຫຼງ ການເຊີແນວ ວ່າດ້ວຍສິດທິເດັກໃນປີ 1924 ແລະ ການກຳນົດເອົາວັນທີ 1 ມິຖຸນາ ເປັນວັນເດັກນ້ອຍສາກົນຢ່າງເປັນທາງການນັບແຕ່ປີ 1925. ສໍາລັບຢູ່ ສປປ ລາວ, ວັນສໍາຄັນນີ້ໄດ້ຮັບການຈັດຕັ້ງສະເຫຼີມສະຫຼອງມາຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ແລະ ເດັກລາວບັນດາເຜົ່າໄດ້ຮັບການເອົາໃຈໃສ່ ໂດຍລັດຖະບານໄດ້ສຸມໃສ່ ໃນການສົ່ງເສີມການມີຊີວິດລອດ, ໄດ້ຮັບການປົກປ້ອງ, ພັດທະນາເພື່ອໃຫ້ເດັກມີສ່ວນຮ່ວມໃນການປະກອບຄຳຄິດເຫັນຢ່າງຕໍ່ເນື່ອງມາເຖິງປັດຈຸບັນ. ຊຶ່ງການສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນແຕ່ລະປີ ແມ່ນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເປັນສັນຍາລັກແຫ່ງ "ການປູກຝັງຊັບພະຍາກອນມະນຸດ ແລະ ການປູກຝັງທຳມະຊາດ" ໄປ ພ້ອມໆກັນ ໂດຍປຽບທຽບເດັກນ້ອຍເປັນດັ່ງໜໍ່ແໜງຂອງຊາດ ທີ່ຕ້ອງການການບົວລະບັດຮັກສາ ແລະ ພັດທະນາໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບເຊັ່ນດຽວກັນກັບຕົ້ນໄມ້ທີ່ຕ້ອງການການດູແລ ເພື່ອເປັນຮົ່ມເງົາໃນອະນາຄົດ, ທັງນີ້, ເພື່ອປູກຈິດສຳນຶກໃຫ້ຮັກສິ່ງແວດລ້ອມແຕ່ຫົວທີ ແລະ ສ້າງຂະບວນການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນໃນສັງຄົມ ເພື່ອນຳພາປະເທດຊາດໄປສູ່ການພັດທະນາແບບຍືນຍົງ.

ເພມທະວການປກປອງ ແລະ ພດທະນາເດກ ໃນໂອກາດສະເຫມສະຫອງວນເດກສາກນ - image 2
 

"ເດັກກໍປຽບເໝືອນ ເມັດພັນພືດ ຫຼື ທຶນມະນຸດທີ່ກ້າວ່ານ ແລະ ປູກຝັງລົງໄປ, ພືດເຫຼົ່ານັ້ນຈະເຕີບໃຫຍ່ ແມ່ນຕ້ອງການດິນດີ, ຝຸ່ນດີ, ປຸຍດີ ໄດ້ຮັບການບົວລະບັດເອົາໃຈໃສ່ເບິ່ງແຍງດູແລ ເພື່ອໃຫ້ເຕີບໃຫຍ່ຂະຫຍາຍ ຕົວເປັນຊັບພະຍາກອນທີ່ສົມບູນມີຄຸນນະພາບ ເຊັ່ນດຽວກັນກັບເດັກ ກໍຕ້ອງການຄວາມຮັກ, ຄວາມອົບອຸ່ນ, ການດູແລເບິ່ງແຍງລ້ຽງດູໃຫ້ມີສຸຂະພາບ, ມີໂພຊະນາການ, ມີການສຶກສາ ແລະ ການປົກປ້ອງຮອບດ້ານ ເພື່ອເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກໃນການພັດທະນາ ແລະ ຕັດສິນຊາຕາກຳຂອງປະເທດຊາດໃນອະນາຄົດ." ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນໃນສັງຄົມ ທີ່ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມທັກສະຄວາມຮູ້, ການກວດສຸຂະພາບ ແລະ ການຊ່ວຍເຫຼືອເດັກນ້ອຍຜູ້ດ້ອຍໂອກາດ, ເດັກພິການ ແລະ ເດັກໃນເຂດຫ່າງໄກສອກຫຼີກ ຕະຫຼອດຮອດການສ້າງສະພາບແວດລ້ອມທີ່ປອດໄພໃຫ້ເຂົາເຈົ້າ. ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຍົກສູງຄວາມຮັບຜິດຊອບໃນການຊຸກຍູ້, ສະໜັບສະໜູນ ແລະ ເພີ່ມທະວີການດູແລ, ປົກປ້ອງ ພ້ອມທັງພັດທະນາເດັກລາວບັນດາເຜົ່າຢ່າງຮອບດ້ານ ເພື່ອສ້າງໃຫ້ເຂົາເຈົ້າມີໄວເດັກທີ່ສົດໃສ, ເຕີບໃຫຍ່ຢ່າງເຂັ້ມແຂງ ເປັນກຳລັງຫຼັກຂອງຊາດ ແລະ ນຳພາປະເທດໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ເພມທະວການປກປອງ ແລະ ພດທະນາເດກ ໃນໂອກາດສະເຫມສະຫອງວນເດກສາກນ - image 3
 

ໃນພິທີ, ທ່ານປະທານ ຄຊກມດ ຍັງໄດ້ໃຫ້ກຽດຮ່ວມກັບການນຳແຕ່ລະພາກສ່ວນຢອດຢາວິຕາມິນ A ໃຫ້ກັບເດັກນ້ອຍ ແລະ ຢ້ຽມຊົມການວາງສະແດງຜົນງານ ກ່ຽວກັບການສົ່ງເສີມສິດທິເດັກຂອງແຕ່ລະພາກສ່ວນ. ຊົມການນຳສະເໜີຜົນການຄົ້ນຄວ້າຂອງເດັກ ກ່ຽວກັບການຮັບມື ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການນຳໃຊ້ເຕັກໂນໂລຊີດີຈີຕອນທີ່ປອດໄພ ແລະ ການມີສ່ວນຮ່ວມໃນການສ້າງນະໂຍບາຍ, ຊົມວີດີໂອສັ້ນ, ການສະແດງສິລະປະຈາກຕົວແທນເດັກ, ການມອບຂອງຂວັນ ແລະ ກິດຈະກຳປິ່ນອ້ອມ ຊຶ່ງໄດ້ກາຍເປັນເວທີສຳລັບຫຼານນ້ອຍນັກຮຽນໄດ້ສະແດງຄວາມສາມາດຂອງຕົນ ພ້ອມທັງສ້າງບັນຍາກາດເບີກບານມ່ວນຊື່ນຮ່ວມກັນ.

ເພມທະວການປກປອງ ແລະ ພດທະນາເດກ ໃນໂອກາດສະເຫມສະຫອງວນເດກສາກນ - image 4
 

ຂ່າວ: ສສຍລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ເພີ່ມເຕີມ