ຮັກສາໄວ້ເອກະລັກວັດທະນະທຳທີ່ຊາວລາວ

ເພີ່ມທະວີປ້ອງກັນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນງານບຸນນະມັດສະການພະທາດຫຼວງ

ເພີ່ມທະວີປ້ອງກັນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນງານບຸນນະມັດສະການພະທາດຫຼວງ
ໂດຍ: ພູວັນ ເພື່ອເຮັດໃຫ້ງານບຸນປະເພນີອັນດີງາມຂອງຊາດ ມີບັນຍາກາດເບີກບານມ່ວນຊື່ນ ຮັກສາໄວ້ເອກະລັກວັດທະນະທຳທີ່ຊາວລາວ

 

ໄດ້ສືບທອດກັນມາໄດ້ຫຼາຍຮ້ອຍປີ ທັງຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢ່າງຮອບດ້ານ, ມີຄວາມສະອາດຈົບງາມ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການເພີ່ມທະວີປ້ອງກັນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈໍາປີ 2024 ໃຫ້ມີຄວາມສະຫງົບປອດໄພມີຜົນສຳເລັດຢ່າງຈົບງາມ ຮັກສາໄດ້ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ.

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນໄດ້ກໍານົດຫຼາຍຂໍ້ຫ້າມເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າປະຈຳປີ 2024 ຊຶ່ງບັນດາຂໍ້ຫ້າມປະກອບມີ: ຫ້າມໂຄສະນາ, ເຜີຍແຜ່ທຸກຮູບແບບທີ່ຜິດຕໍ່ລະບຽບ, ກົດໝາຍຂອງສປປ ລາວ, ຫ້າມນໍາເອົາອາວຸດ, ຂອງມີຄົມທຸກປະເພດ, ສະໜັບມື, ສາຍແອວຫົວໃຫຍ່ ແລະ ວັດຖຸຕ້ອງຫ້າມທຸກຊະນິດເຂົ້າມາໃນງານບຸນເດັດຂາດ (ຍົກເວັ້ນເຈົ້າໜ້າທີ່ໄປປະຕິບັດໜ້າທີ່ວຽກງານຕາມການມອບໝາຍ), ຫ້າມນໍາເອົາທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີ, ສານກຳມັນຕະພາບລັງສີ ແລະ ວັດຖຸອອກລິດຕໍ່ຈິດປະສາດທຸກຊະນິດເຂົ້າມາໃນງານບຸນເດັດຂາດ, ຫ້າມຊື້-ຂາຍ ແລະ ຈູດໂຄມໄຟລອຍຂຶ້ນຟ້າ, ໝາກກະໂພກທຸກຊະນິດ, ບັ້ງໄຟດອກທຸກປະເພດຢູ່ສະຖານທີ່ເຮືອນ, ຮ້ານຂອງຕົນ ແລະ ຂອບເຂດງານບຸນເດັດຂາດ, ຫ້າມວາງເຄື່ອງຂາຍເກີນຂອບເຂດຂອງຮ້ານທີ່ຄະນະກຳມະການຈັດງານບຸນ-ງານວາງສະແດງສິນຄ້າກຳນົດໄວ້, ຫ້າມເອົາເຄື່ອງໃສ່ລໍ້ຍູ້ຂາຍຊະຊາຍໃນງານບຸນ ແລະ ຫ້າມນຳເອົາທຸກຜະລິດຕະພັນສື່ສິ່ງພິມທີ່ເປັນແຮງຈູງໃຈສ້າງຄວາມຮຸນແຮງ, ລາມົກອານາຈານຕ່າງໆເຂົ້າມາໃນງານບຸນເດັດຂາດ, ຫ້າມເປີດສຽງດັງເກີນຂອບເຂດ, ເວລາຂັບຂີ່ລົດປະເພດຕ່າງໆ ສັນຈອນຕາມທ້ອງຖະໜົນຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຂັ້ມງວດເຊັ່ນ: ດື່ມສິ່ງມຶນເມົາແລ້ວບໍ່ຂັບລົດ ຫຼື ຂັບລົດບໍ່ດື່ມສິ່ງມຶນເມົາຢ່າງເດັດຂາດ, ຫ້າມຫຼິ້ນການພະນັນທຸກປະເພດ ແລະ ຫ້າມດື່ມສິ່ງມຶນເມົາແລ້ວກໍ່ອາລະວາດຜິດຖຽງກັນຕີກັນຊຶ່ງເປັນການສ້າງຄວາມບໍ່ສະຫງົບໃນງານບຸນເດັດຂາດ, ຫ້າມວາງສິ່ງຂອງທີ່ກີດຂວາງໃນບໍລິເວນເດີ່ນພະທາດຫຼວງຢ່າງເດັດຂາດ, ຫ້າມນໍາໃຊ້ໂດຣນ ຫຼືອຸປະກອນຖ່າຍພາບທາງອາກາດ, ຍົກເວັ້ນແຕ່ທາງການອະນຸຍາດໃຫ້ພາກສ່ວນທີ່ກ່ຽວຂ້ອງເທົ່ານັ້ນ.

ນອກຈາກນັ້ນ, ຍັງມີບັນດາຂໍ້ແນະນໍາເພື່ອຍົກສູງສະຕິລະວັງຕົວໃນໄລຍະທ່ຽວບຸນພະທາດຫຼວງວຽງຈັນ ປະຈຳປີ 2024 ດັ່ງນີ້: 1. ແຕ່ລະຄອບຄົວ, ແຕ່ລະບ້ານ, ບັນດາສໍານັກງານ, ອົງການ, ໂຮງຈັກ, ໂຮງງານ, ສະຖາບັນສຶກສາ, ໂຮງຮຽນ, ໂຮງໝໍ, ກົມກອງທະຫານ, ກົມກອງຕຳຫຼວດ, ການຈັດຕັ້ງສາກົນ, ການຈັດຕັ້ງສັງຄົມ, ພໍ່ຄ້າ-ຊາວຂາຍ ແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິໃນການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ແຫ່ງ ສປປ ລາວ; 2. ຍົກສູງສະຕິລະວັງຕົວ, ປົກປັກຮັກສາວັດຖຸ-ເຄື່ອງຂອງ, ຊັບສິນເງິນ-ຄໍາ, ເຄື່ອງປະດັບທີ່ມີມູນຄ່າສູງຂອງຕົນໃຫ້ດີ ຫຼືຖ້າບໍ່ຈໍາເປັນກໍບໍ່ຄວນນໍາຕິດຕົວມາໃນງານບຸນຈໍານວນຫຼວງຫຼາຍ ເພື່ອປ້ອງກັນບໍ່ໃຫ້ພວກກຸ່ມຄົນບໍ່ດີສວຍໂອກາດເຄື່ອນໄຫວກໍ່ອາຊະຍາກຳເຊັ່ນ: ປຸ້ນຊັບ, ຊິງຊັບ, ລັກຊັບ, ແຫກກະເປົາ ແລະ ອື່ນໆ ຢູ່ໃນງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ; 3. ຈັດຕັ້ງກໍາລັງປ້ອງກັນເວນຍາມຢູ່ສຳນັກງານ-ອົງການ, ບ້ານ ພ້ອມທັງອອກກວດກາລາດຕະເວນຕາມຈຸດຫຼໍ່ແຫຼມ, ກະກຽມຄວາມພ້ອມເພື່ອແກ້ໄຂບັນດາປະກົດການຕ່າງໆ ທີ່ອາດຈະເກີດຂຶ້ນໃຫ້ທັນສະພາບການ, ຮັບປະກັນຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4. ທຸກຄົນທີ່ພາລູກນ້ອຍ, ລູກຫຼານມາທ່ຽວງານບຸນຕ້ອງຂຽນຊື່ພໍ່-ແມ່, ເບີໂທລະສັບ, ທີ່ຢູ່ບ້ານ, ເມືອງ, ແຂວງ ແລ້ວເອົາໃສ່ຖົງເສື້ອ, ຖົງໂສ້ງຂອງລູກຫຼານ ເພື່ອຄວາມສະດວກໃນການຕິດຕໍ່ຫາເວລາພັດຫຼົງກັນ; 5. ກ່ອນຈະອອກເຮືອນຕ້ອງໄດ້ກວດກາປັກສຽບໄຟຟ້າ, ການຈູດທູບທຽນບູຊາ ເພື່ອປ້ອງກັນບໍ່ໃຫ້ເກີດອັກຄີໄພ, ອັດປະຕູໃສ່ກະແຈເຮືອນທຸກຄັ້ງ, ດີແທ້ຄວນມີຜູ້ຢູ່ເຝົ້າ ເພື່ອປ້ອງກັນບໍ່ໃຫ້ຄົນບໍ່ດີສວຍໂອກາດໄປງັດແງະ ລັກຊັບຢູ່ເຮືອນຊານຂອງຕົນ; 6. ຜູ້ທີ່ສັນຈອນຕາມທ້ອງຖະໜົນຕ້ອງມີສະຕິເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ດື່ມສິ່ງມືນເມົາແລ້ວຫ້າມຂັບລົດຢ່າງເດັດຂາດ; 7. ຜູ້ປະກອບການ, ພໍ່ຄ້າຊາວຂາຍທີ່ຂາຍເຄື່ອງ, ຂາຍອາຫານການນໍາໃຊ້ໄຟຟ້າ, ແກັດຫຸງຕົ້ມ ຕ້ອງກວດກາຄຸນນະພາບປັກສຽບໄຟ, ຖັງແກັດ, ເຕົາແກັດໃຫ້ມີຄວາມຮັບປະກັນ ເພື່ອຫຼີກລ່ຽງບໍ່ໃຫ້ມີໄຟຮົ່ວໄຫຼ, ແກັດຮົ່ວໄຫຼ; 8. ໃຫ້ປະຕິບັດຕາມກົດລະບຽບຊົ່ວຄາວທີ່ຄະນະຮັບຜິດຊອບກະກຽມ ແລະດໍາເນີນການຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2024 ໄດ້ກຳນົດໄວ້. ພ້ອມນັ້ນຍັງມີບັນດາຂໍ້ຫ້າມດັ່ງນີ້:

1. ຫ້າມໂຄສະນາ, ເຜີຍແຜ່ທຸກຮູບແບບ ທີ່ຜິດຕໍ່ລະບຽບ, ກົດໝາຍຂອງ ສປປ ລາວ; 2. ຫ້າມນໍາເອົາອາວຸດ, ຂອງມີຄົມ ທຸກປະເພດ, ສະໜັບມື, ສາຍແອວຫົວໃຫຍ່ ແລະ ວັດຖຸຕ້ອງຫ້າມທຸກຊະນິດ ເຂົ້າມາໃນງານບຸນເດັດຂາດ (ຍົກເວັ້ນເຈົ້າໜ້າທີ່ໄປປະຕິບັດໜ້າທີ່ວຽກງານຕາມການມອບໝາຍ); 3. ຫ້າມນໍາເອົາທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີ, ສານກຳມັນຕະພາບລັງສີ ແລະ ວັດຖຸອອກລິດຕໍ່ ຈິດປະສາດທຸກຊະນິດ ເຂົ້າມາໃນງານບຸນເດັດຂາດ; 4. ຫ້າມຊື້-ຂາຍ ແລະ ຈຸດໂຄມໄຟລອຍຂຶ້ນຟ້າ, ໝາກກະໂພກທຸກຊະນິດ, ບັ້ງໄຟດອກທຸກປະເພດຢູ່ສະຖານທີ່ ເຮືອນ, ຮ້ານຂອງຕົນ ແລະ ຂອບເຂດງານບຸນ ເດັດຂາດ; 5. ຫ້າມວາງເຄື່ອງຂາຍເກີນຂອບເຂດຂອງຮ້ານ ທີ່ຄະນະກຳມະການຈັດງານບຸນ-ງານວາງສະແດງສິນຄ້າ ກຳນົດໄວ້, ຫ້າມເອົາເຄື່ອງໃສ່ລໍ້ຍູ້ຂາຍຊະຊາຍໃນງານບຸນ ແລະ ຫ້າມນຳເອົາທຸກຜະລິດຕະພັນສື່ສິ່ງພິມທີ່ເປັນແຮງຈູງໃຈສ້າງຄວາມຮຸນແຮງ, ລາມົກອະນາຈານຕ່າງໆ ເຂົ້າມາໃນງານບຸນເດັດຂາດ; 8. ຫ້າມເປີດສຽງດັງເກີນຂອບເຂດ, ເວລາຂັບຂີ່ລົດປະເພດຕ່າງໆ ສັນຈອນຕາມທ້ອງຖະໜົນ ຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຂັ້ມງວດເຊັ່ນ: ດື່ມສິ່ງມືນເມົາແລ້ວບໍ່ຂັບລົດ ຫຼື ຂັບລົດບໍ່ດື່ມ ສິ່ງມຶນເມົາ ຢ່າງເດັດຂາດ, ຫ້າມຫຼິ້ນການພະນັນທຸກປະເພດ ແລະ ຫ້າມດື່ມສິ່ງມຶນເມົາ ແລ້ວກໍ່ອາລະວາດຜິດຖຽງກັນຕີກັນ, ຊຶ່ງເປັນການສ້າງຄວາມບໍ່ສະຫງົບໃນງານບຸນເດັດຂາດ; 7. ຫ້າມວາງສິ່ງຂອງທີ່ກີດຂວາງໃນບໍລິເວນເດີ່ນພະທາດຫຼວງຢ່າງເດັດຂາດ; 8. ຫ້າມນໍາໃຊ້ໂດນ ຫຼືອຸປະກອນຖ່າຍພາບທາງອາກາດ, ຍົກເວັ້ນແຕ່ທາງການອະນຸຍາດໃຫ້ພາກສ່ວນທີ່ກ່ຽວຂ້ອງເທົ່ານັ້ນ. ພ້ອມນີ້, ທາງເຈົ້າໜ້າທີ່ໄດ້ອອກມາດຕະການຕໍ່ຜູ້ລະເມີດດັ່ງນີ້:

1. ທຸກການກະທໍາທີ່ລະເມີດຂໍ້ຫ້າມໃນແຈ້ງການສະບັບນີ້ ດ້ວຍການເຈດຕະນາ ຫຼື ບໍ່ເຈດຕະນາລ້ວນແຕ່ຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝຕາມສະຖານການລະເມີດ ຫຼືຖືກດໍາເນີນຄະດີຕາມຂະບວນຍຸຕິທຳ; 2. ສໍາລັບການຊື້-ຂາຍ, ການມີໄວ້ໃນຄອບຄອງໝາກກະໂພກ, ບັ້ງໄຟດອກທຸກປະເພດ ຫຼືຈຸດໝາກກະໂພກ, ບັ້ງໄຟດອກ, ຈຸດໂຄມໄຟລອຍຂຶ້ນຟ້າທຸກຊະນິດ-ທຸກລະດັບ ຖ້າເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງບ້ານ, ປກສ, ກຸ່ມ ປກສ ບ້ານ, ກອງຫຼອນກວດພົບເຫັນໃຫ້ຢຶດ ແລະ ທຳລາຍຖິ້ມ ພ້ອມທັງນໍາຕົວຜູ້ລະເມີດມອບໃຫ້ເຈົ້າໜ້າທີ່ກ່ຽວ ຂ້ອງປະສານສົມທົບກັບອົງການປົກຄອງບ້ານສ້າງບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຕາມລະບຽບການ; 3. ການປັບໃໝແຕ່ລະກໍລະນີໃຫ້ອີງໃສ່ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດເຫດ ແລະ ຮັກສາຄວາມປອດໄພຕາມທ້ອງຖະໜົນ ຂໍ້ຕົກລົງເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນື່ອງນັນຢູ່ນະຄອນຫຼວງວຽງຈັນ, ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 568/ລບ, ລົງວັນທີ 16 ກັນຍາ 2021, ບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍວາງອອກຢ່າງເຂັ້ມງວດ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ອອກມາດຕະການຈັດຕັ້ງປະຕິບັດຄື: 1. ມອບໃຫ້ບັນດາກອງບັນຊາການປກສເມືອງ, ຫ້ອງວິຊາສະເພາະ, ກອງພັນປ້ອງກັນເຄື່ອນທີ່, ກອງເສນາກໍ່ສ້າງຮາກຖານການເມືອງ, ປກສ ກຸ່ມບ້ານສົມທົບກັບອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງໂຄສະນາເຜີຍແຜ່ແຈ້ງການສະບັບນີ້ໃຫ້ປະຊາຊົນ, ຊັ້ນຄົນຕ່າງໆຮັບຮູ້ຢ່າງເລິກເຊິ່ງທົ່ວເຖິງ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ; 2. ໃນກໍລະນີເຈົ້າໜ້າທີ່ກວດພົບເຫັນການກະທຳຜິດຂອງບຸກຄົນ, ນິຕິບຸກຄົນ ຫຼືພາກສ່ວນໃດທີ່ຝ່າຝືນກົດລະບຽບ, ຂໍ້ຫ້າມຕ່າງໆທີ່ວາງອອກ ຕ້ອງໄດ້ສຶກສາອົບຮົມກ່າວເຕືອນ, ປັບໃໝຕາມລະບຽບການ, ຖ້າກໍລະນີຮ້າຍແຮງຕ້ອງນໍາຕົວຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ ໂດຍບໍ່ມີຂໍ້ຍົກເວັ້ນ; ມອບໃຫ້ກຳລັງ ປກຊ-ປກສ ເປັນໃຈກາງໃນການປະສານງານກັບທຸກພາກສ່ວນ, ຂະແໜງການ, ອົງການປົກຄອງທຸກຂັ້ນ ເພື່ອຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ